ທ່ານ Romney ແລະທ່ານ Paul ມີຄະແນນນຳໜ້າ ໃນການຢັ່ງຫາງສຽງລ່າສຸດ ຢູ່ລັດໄອໂອວາ (ເບິ່ງວີດີໂອ)

  • ໄພສານ ວໍຣະຈັກ

ອະດີດຜູ້ປົກຄອງລັດ Massachusetts ທ່ານ Mitt Romney ທີ່ມີຄະແນນນຳໜ້າ ໃນການຢັ່ງຫາງສຽງລ່າສຸດ ທີ່ລັດໄອໂອວາ

ຜູ້​ສະມັກ​ເຂົ້າ​ແຂ່ງຂັນ​ເອົາ​ຕຳ​ແໜ່​ງປະທານາທິບໍດີ​ຂອງ​ພັກຣີພັບ​ບລີ​ກັນ​ ພວມ​ດຳ​ເນີນ​ການ​
ຢ່າງ​ຂຸ້ນຂ້ຽວ​ເພື່ອ​ຕິດ​ຕໍ່ໂອ້​ລົມ​ກັບບັນດາ​ຜູ້​ມີ​ສິດ​ປ່ອນ​ບັດ​ທີ່​ລັດໄອໂອວາ ກ່ອນ​ການ​ປະຊຸມ
ຄັດ​ເລືອກ​ເອົາ​ຜູ້​ສະມັກ​ຂອງ​ພັກ​ທີ່​ເອີ້ນກັນ​ວ່າ Cacuses ນັ້ນ. ບັນດາ​ຜູ້​ສະມັກ​ທີ່​ມີ​ຄະ​ແນນ
ລາກທ້າຍ​ໃນ​ການ​ຢັ່ງ​ຫາງ​ສຽງ​ຂອງ​ປະຊາຊົນເຊັ່ນສະມາ​ຊິກ​ສະພາ​ຕໍ່າ​ ຈາກ​ລັດ​ມິນ​ເນ​ໂຊ​ຕ້າ​
ທ່ານ​ນາງ Michele Bachmann ​ແລະ​ອະດີດ​ປະທານ​ສະພາ​ຕໍ່າ ທ່ານ Newt Gingrich
ກໍ​ໄດ້​ໂຄ​ສະ​ນາ​ຫາ​ສຽງຢ່າງ​ເຕັມທີ່​ ເພື່ອ​ເຮັດ​ໃຫ້ການ​ມີ​ຄະ​ແນນ​ສຽງ​ນຳ​ໜ້າ ​ຂອງ​ທ່ານ Mitt
Romney ອະດີດ​ຜູ້​ປົກຄອງ​ລັດ Massachusetts ຫຼຸດນ້ອຍ​ລົງ.

ການ​ໂຄສະນາ​ຫາ​ສຽງ​ຂອງ​ທ່ານ Romney ​ໄດ້​ຮັບ​ແຮງ​ສະໜັບສະໜຸນ​ ໃນ​ວັນສຸກ​ວານ​ນີ້
ຍ້ອນ​ການ​ໄປ​ມີໜ້າ​ຢູ່​ລັດ​ໄອ​ໂອວາຂອງ​ທ່ານ Chris Chistie ຜູ້​ປົກຄອງ​ລັດ​ນິວ​ເຈີ​ຊີ​ທີ່​ມີ​ປະ
ຊາຊົນ​ນິຍົມ​ສູງ.

ໃນ​ຂະນະ​ທີ່​ມີ​ການ​ເບິ່ງ​ກັນ​ວ່າ ​ໂດຍ​ທົ່ວ​ໄປ​ແລ້ວທ່ານ Romney ​ເປັນ​ຜູ້​ມີ​ຄະແນນ​ສຽງ​ນຳ​
ໜ້າ​ໃນ​ການ​ແຂ່ງຂັນ​ຂອງ​ຜູ້​ສະມັກເປັນ​ປະທານາທິບໍດີ​ຂອງພັກຣີພັບ​ບລີ​ກັນແຕ່​ທ່ານ Ron
Paul ຊຶ່ງ​ເປັນ​ຄູ່​ແຂ່ງ​ກໍ​ມີ​ຄະ​ແນນ​ສຽງສູງ​ຂຶ້ນ​ໃນ​ການຢັ່ງ​ຫາງ​ສຽງ​ບໍ່​ເທົ່າ​ໃດ​ມື້ກ່ອນ​ການ​ປະ
ຊຸມ​ຄັດ​ເລືອກ​ທີ່​ລັດ​ໄອ​ໂອວາ ຊຶ່ງເປັນການ​ແຂ່ງຂັນບ່ອນທຳ​ອິດ​ ໃນ​ການສະ​ເໜີ​ຊື່​ຄັດ​ເລືອກ​
ເອົາ​ຜູ້​ສະມັກ​ເປັນ​ປະທານາທິບໍດີ ຂອງ​ພັກ​ໃນ​ປີ 2012.

ການ​ສຳ​ຫຼວດຂອງ​ໂທລະພາບ NBC/Marist ສະ​ແດງ​ໃຫ້​ເຫັນ​ວ່າທ່ານ Romney ​ໄດ້​ຮັບ
ຄະ​ແນນ 23% ຈາກ​ຜູ້​ທີ່​ມີ​ທ່າ​ທາງ​ວ່າ​ຈະ​ໄປ​ຮ່ວມ​ປະຊຸມ​ຄັດເລືອກຜູ້​ສະມັກ​ໃນ​ວັນ​ທີ 3 ມັງ
ກອນ​ນີ້. ​ແຕ່​ທ່ານ Ron Paul ສະມາຊິກ​ສະພາຕໍ່າ​ຈາກ​ລັດ​ເທັກ​ຊັສ ກໍ​ໄດ້​ຮັບ​ຄະ​ແນນ​ຫຼຸດ
ລົງ​ມາ​ນ້ອຍ​ນຶ່ງ ຄື 21%.

ສ່ວນ​ອະດີດ​ສະມາຊິກ​ສະພາ​ສູງ Rick Santorum ຜູ້​ຊຶ່ງ​ໄດ້​ຮັບ​ຄະ​ແນນ​ສຽງ​ເພີ່ມ​ຂຶ້ນ​ໃນ
ການ​ຢັ່ງ​ຫາງ​ສຽງ​ເມື່ອ​ໄວໆ​ມານີ້ ກ່າວ​ວ່າ ທ່ານ​ຍັງ​ມີ​ຄວາມ​ໝັ້ນ​ໃຈ​ຢູ່ວ່າ ຜູ້​ທີ່ໄປ​ປະຊຸມ​ຄັດ​
ເລືອກຊຶ່ງ​ຖື​ວ່າ​ເປັນ​ເຄື່ອງ​ບົ່ງ​ບອກ​ທີ່​ສຳຄັນ​ກ່ຽວ​ກັບ​ໂອກາດ​ໃນ​ທົ່ວ​ປະ​ເທດ​ນັ້ນຈະ​ຫັນປ່ຽນ
ໃຫ້​ທ່ານ​ເປັນ​ຜູ້​ໄດ້​ປຽບ.

ໃນ​ຂະນະ​ທີ່​ຜູ້​ຊະນະ​ການ​ປະຊຸມ​ຄັດ​ເລືອກ​ທີ່​ລັດ​ໄອ​ໂອວາ ອາດ​ຈະ​ບໍ່​ໄດ້​ຮັບ​ໄຊ ຊະນະ​ໃນ
ການ​ຖືກ​ແຕ່ງຕັ້ງ​ເປັນ​ຜູ້ສະມັກ​ຂອງ​ພັກຫຼື​ໄດ້​ເປັນ​ປະທານາທິບໍດີີ​ກໍ​ຈິງ ​ແຕ່​ການ​ໄດ້​ຮັບ​ຄະ​
ແນນ​ສຽງ​ທີ່​ບໍ່​ດີຢູ່​ໃນ​ລັດ​ດັ່ງກ່າວ​ນີ້ອາດ​ບັງຄັບ​ໃຫ້​ຜູ້​ສະມັກ​ບາງ​ຄົນ​ຕ້ອງ​ໄດ້​ຖອນ​ໂຕ​ອອກ​
ຈາກ​ການ​ແຂ່ງຂັນ​ກໍ​ໄດ້.

ອະດີດ​ປະທານ​ສະພາ​ຕໍ່າ​ຂອງ​ສະຫະລັດທ່ານ Newt Gingrich ຊຶ່ງ​ເປັນ​ຜູ້​ມີຄະ​ແນນສຽງ​
ນຳ​ໜ້າ​ເທື່ອ​ລ່າ​ສຸດ​ແຕ່​ໄດ້​ມີ​ຄະ​ແນນ​ຫຼຸດລົງ​ແລ້ວນັ້ນໄດ້​ເຫັນ​ການສະໜັບສະໜຸນ​ຂອງ​ທ່ານ
ຫຼຸດລົງ​ທີ່​ລັດ​ໄອ​ໂອວາທັງໆ​ທີ່​ທ່ານ​ສືບ​ຕໍ່​ການ​ໂຄສະນາຫາ​ສຽງ​ຢ່າງ​ຂຸ້ນຂ້ຽວ.