ຜູ້ສະມັກ ປະທານາທິບໍດີ ພັກຣີພັບບລີກັນ ໂຕ້ວາທີ ທີ່ຣັດໄອໂອວາ

  • ໄພສານ ວໍຣະຈັກ

ການໂຕ້ວາທີຂອງຜູ້ສະມັກປະທານາທິບໍດີພັກຣີພັບບລີກັນ ທີ່ລັດໄອໂອວາ ຈາກຊ້າຍໄປຂວາ ອະດີດຜູ້ປົກຄອງ ລັດແມັສຊາຈູແຊັສທ່ານ Mitt Romney ອະດີດປະທານສະພາຕໍ່າສະຫະລັດທ່ານ Newt Gingrich ສະມາ ຊິກສະພາຕໍ່າ Ron Paul ຈາກລັດເທັກຊັສ ແລະສະມສາຊິກສະພາຕໍ່າຈາກລັດມິນເນໂຊຕ້າ ທ່ານນາງ Michel

ພວກທີ່ຫວັງຈະໄດ້ຖືກແຕ່ງຕັ້ງໃຫ້ເປັນຜູ້ສະມັກປະທານາທິບໍດີຂອງພັກຣີີພັບບລີກັນໄດ້ໂຕ້
ວາທີກັນໃນແລງວັນພະຫັດວານນີ້ ທີ່ລັດໄອໂອວາ ຊຶ່ງເປັນລັດທີ່ມີອິດທິພົນທາງການເມືອງ ໃນເຂດພາກກາງຂອງສະຫະລັດ ບ່ອນທີ່ຂັ້ນຕອນໃນການແຕ່ງຕັ້ງແຫ່ງຊາດ ຈະເລີ່ມຂຶ້ນໃນ
ອີກບໍ່ຮອດສອງອາທິດ.

ບັນດາຜູ້ສະມັກຂອງພັກຣີພັບບລີກັນ ໄດ້ໃຊ້ເວລາສ່ວນໃຫຍ່ໃນການໂຕ້ວາທີ 2 ຊົ່ວໂມງຕິ
ຕຽນທ່ານ Newt Gingrich ທີ່ໄດ້ກາຍເປັນຜູ້ມີຄະແນນສຽງນຳໜ້າ ໃນຊ່ວງສຸດທ້າຍຂອງ ການໂຄສະນາຫາສຽງໃນການເລືອກຕັ້ງຂັ້ນຕົ້ນ.

ອະດີດປະທານສະພາຕໍ່າຂອງສະຫະລັດ ໄດ້ກ່າວປ້ອງກັນການພົວພັນແບບເຊື່ອມເສຍຂອງ ທ່ານກັບບໍລິສັດໃຫ້ເງິນກູ້ຢືມຊື້ເຮືອນຍັກໃຫຍ່ Freddie Mac ຊຶ່ງທ່ານ Gingrich ຍອມ
ຮັບວ່າ ທ່ານໄດ້ຮັບເງິນ 1 ລ້ານ 6 ແສນໂດລາ ຈາກບໍລິສັດທີ່ໄດ້ຮັບການໜຸນຫຼັງຈາກລັດ
ຖະບານດັ່ງກ່າວ ແຕ່ກ່າວຢືນຢັນວ່າ ທ່ານບໍ່ໄດ້ວິ່ງເຕັ້ນທາງການເມືອງໃຫ້ບໍລິສັດທີ່ວ່ານີ້.

ສຳລັບອະດີດຜູ້ປົກຄອງລັດແມັສຊາຈູແຊັສທ່ານ Mitt Romney ຊຶ່ງເປັນຜູ້ໄດ້ຮັບຄະແນນ ສຽງສະໜັບສະໜຸນໃນຂັ້ນຕົ້ນນັ້ນ ໄດ້ເພັ່ງເລັ່ງຄວາມສົນໃຈສ່ວນໃຫຍ່ໃສ່ປະທານາທິບໍດີບາ
ຣັກໂອບາມາ. ທ່ານ Romney ໄດ້ກ່າວຫາທ່ານໂອບາມາວ່າດຳເນີນນະໂຍບາຍການຕ່າງ
ປະເທດແບບຍອມຕາມ ແລະຕິຕຽນທ່ານທີ່ໄດ້ຕອບໂຕ້ແບບບໍ່ເຂັ້ມແຂງໃນການພະຍາຍາມ
ເພື່ອໃຫ້ມີການສົ່ງເຮືອບິນບໍ່ມີຄົນຂັບ ທີ່ປະສົບອຸບັດຕິເຫດຕົກຢູ່ໃນອີຣ່ານເມື່ອໄວໆມານີ້.

ຂະນະດຽວກັນ ສະມາຊິກສະພາຕໍ່າຈາກຣັດເທັກຊັສ ທ່ານ Ron Paul ທີ່ໄດ້ຮັບຄະແນນ
ດີໃນການຢັ່ງຫາງສຽງ ຢູ່ທີ່ຣັດໄອໂອວາເມື່ອໄວໆມານີ້ໄດ້ໃຊ້ການໂຕ້ວາທີກ່າວປ້ອງກັນທັດ
ສະນະຄວາມເຫັນ ກ່ຽວກັບນະໂຍບາຍການຕ່າງປະເທດ ທີ່ເປັນບັນຫາຖົກຖຽງໂຕ້ແຍ້ງຂອງ
ທ່ານ. ທ່ານ Ron Paul ທີ່ໄດ້ຕຳໜິຕິຕຽນຢ່າງໜັກຕໍ່ການດຳເນີນຄວາມພະຍາຍາມທາງ
ທະຫານຂອງສະຫະລັດໄດ້ກ່າວເຖິງສົງຄາມໃນອີຣັກທີ່ຫາກໍສິ້ນສຸດລົງນັ້ນວ່າ “ບໍ່ມີປະໂຫຍດ
ຫຍັງ”.

ນອກນັ້ນແລ້ວ ເຂົ້າຮ່ວມໃນການໂຕ້ວາທີເທື່ອນີ້ ກໍມີຜູ້ປົກຄອງລັດເທັກຊັສ ທ່ານ Rick
Perry ສະມາຊິກສະພາຕໍ່າ ທ່ານນາງ Michele Bachmann ອະດີດສະມາຊິກສະພາ
ສູງຈາກລັດເພັນຊີລເວເນຍທ່ານ Rick Santorum ແລະທ່ານ Jon Huntsman ອະ
ດິດຜູ້ປົກຄອງລັດຢູທາ ຊຶ່ງຄັ້ງນຶ່ງເຄີຍເປັນເອກອັກຄະລັດຖະທູດສະຫະລັດ ປະຈຳປະເທດ
ຈີນຂອງທ່ານໂອບາມາ.

ນີ້ແມ່ນການໂຕ້ວາທີເທື່ອສຸດທ້າຍ ກ່ອນຂັ້ນຕອນການແຕ່ງຕັ້ງຜູ້ສະມັກປະທານາທິບໍດີຂອງ
ພັກເລີ່ມຂຶ້ນດ້ວຍການຄັດເລືອກຂອງຜູ້ມີສິດປ່ອນບັດທີ່ລັດໄອໂອວາຫຼື Iowa Caucuses
ໃນວັນທີ 3 ມັງກອນຈະມານີ້.