ຜູ້ສະໝັກເລືອກຕັ້ງຈາກພັກຣີພັບບລິກັນ ໂຕ້ວາທີກັນອີກ (ເບິ່ງວີດີໂອກັບສະໄລດ໌)

  • ສິງ ບູຣົມມະວົງ

South Korean vehicles turn back after being refused entry to Kaesong, North Korea, April 3, 2013.

2 ມື້ກ່ອນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນຢ່າງເປັນທາງການໃນ​ສະຫະລັດ ຈະມີຂຶ້ນທີ່ລັດ New
Hampshire ນັ້ນ ພວກ​ຜູ້​ສະໝັກ​ຄົນ​ສໍາຄັນທີ່ຢາກ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໃຫ້​ເປັນ​ຜູ້ແຂ່ງ
ຂັນເລືອກຕັ້ງ​ປະທານາ​ທິບໍດີ​ສັງກັດ​ພັກ Republican ​ໄດ້​ໂຕ້​ວາທີ​ກັນ​ເປັນເທື່ອທີ​ສອງ
ໃນໄລຍະສອງ​ມື້​.

ພວກ​ຜູ້​ສະໝັກ​ແຂ່ງຂັນ​ທັງ​ໝົດ​ໄດ້ພະຍາຍາມ​ຕະຫລອດມາ​ ເພື່ອອວດ​ອ້າງຄວາມ​ໜ້າ
ເຊື່ອ​ຖື​ໃນດ້ານນິຍົມ​ແນວທາງ​ເດີມ​ຂອງ​ເຂົາ​ເຈົ້າ ທີ່ກົງກັນຂ້າມກັບປະທານາທິບໍດີ​ບາຣັກ
ໂອ​ບາ​ມາ ຫົວ​ນິຍົມ​ເສລີ​ນັ້ນ ​ແລະ​ໃນ​ລະຫວ່າງ​ການ​ໂຕ້​ວາທີກັນ​ໃນ​ວັນ​ອາທິດ​ວານ​ນີ້
ໃນ​ລັດ New Hampshire ທາງ​ພາກ​ຕາ​ເວັນອອກສຽງ​ເໜືອ​ຂອງ​ສະຫະລັດ ບ່ອນທີ່
ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນຂອງ​ພັກ Republican ຈະມີ​ຂຶ້ນໃນມື້ອື່ນນີ້​ ຜູ້​ສະໝັກຄົນອື່ນໆ
ຕ່າງກໍໄດ້ພາກັນຕັ້ງຄໍາຖາມ​ ກ່ຽວກັບ​ນະ​ໂຍບາຍອະນຸລັກ​ນິຍົມ​ຂອງ​ທ່ານ ມິດ ຣອມນີ
ອະດີດ​ຜູ້​ວ່າການ​ລັດ Massachusetts.

ອະດີດ​ປະທານ​ສະພາ​ຕໍ່າ​ສະຫະລັດ​ ທ່ານ Newt Gingrich ​ເອີ້ນ​ທ່ານຣອມນີວ່າ ຫົວ​
ນິຍົມ​ແນວທາງ​ປານ​ກາງ​ທີ່​ຂາດ​ຄວາມ​ເຊື່ອ​ໝັ້ນ ແລະ​ບໍ່​ເມ່ນ​ຫົວ​ອະນຸລັກ​ນິຍົມ​ແນວທາງ​
ເດີມ​ແທ້ ​ແລະວ່າທ່ານຣອມນີ ຈະ​ປະ​ເຊີນ​ກັບ​ບັນຫາ​ໃນການ​ທີ່​ຈະ​ຖືກ​ເລືອກ​ຕັ້ງ​ເປັນ​ປະ
ທາ​ນາ​ທິບໍດີ​ນັ້ນ.

ເບິ່ງລາຍງານທີ່ກ່ຽວຂ້ອງກັນ:

ສ່ວນທ່ານຣອມນີ​ໄດ້​ກ່າວປ້ອງ​ກັນ​ປະວັດ​ນິຍົມ​ແນວທາງ​ເດີມ​ຂອງ​ທ່ານ ​ໃນ​ຂະນະ​ດຽວ
ກັນ ກໍ​ຮຽກຮ້ອງ​ໃຫ້​ລັດຖະບານ​ຕັດ​ຄ່າ​ໃຊ້​ຈ່າຍ​ລົງ ​ແລະ​ບໍ່​ໃຫ້​ຂຶ້ນ​ພາສີ ຊຶ່ງທ່ານກ່າວວ່າ
ປະທານາທິບໍດີ​ໂອ​ບາ​ມາໄດ້​ຮ້ອງຂໍໃຫ້ເຮັດ​ນັ້ນ. ຄໍາຮຽກຮ້ອງດັ່ງກ່າວຂອງທ່ານຣອມນີ​
ແມ່ນເປັນການກ່າວຢໍ້າ​ ​ຫົວ​ຂໍ້​ຄວາມສໍາຄັນຂອງ​ພັກ Republican.

ທ່ານຣອມນີຍັງ​ເປັນ​ຜູ້​ສະໝັກ ທີ່ຄົນ​ເຊື່ອ​ກັນ​ວ່າ​ຈະ​ເປັນ​ຜູ້​ຊະນະ​ໃນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ
ໃນ​ລັດ New Hampshire. ມີ​ການ​ມອງ​ເຫັນ​ວ່າ ທ່ານ Ron Paul ສະມາຊິກ​ສະພາ
ຕໍ່າ​ສະຫະລັດ​ຈາກ​ລັດ Texas ​ແລະ​ອະດີດ​ສະມາຊິກ​ສະພາ​ສູງ​ສະຫະລັດ ທ່ານ Rick
Santorum ພວມ​ແຂ່ງຂັນ​ກັນ​ເອົາອັນ​ດັບ​ສອງ. ທ່ານຣອມນີ ​ໄດ້​ຊະນະ​ທ່ານ Rick
Santorum ຢ່າງ​ຫວຸດ​ວິດໃນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ຂອງ​ພັກ ​ທີ່​ລັດ Iowa ​ໃນ​ສັບປະ
ດາ​ຜ່ານ​ມາ​ນີ້.

ທ່ານຣອມນີ​ໄດ້​ຖືກ​ໂຈມ​ຕີ​ມາ​ເປັນ​ເວລາ​ຫລາຍ​ເດືອນ​ແລ້ວ ກ່ຽວ​ກັບປະວັດ​ຂອງ​ທ່ານ
ໃນຕອນ​ທີ່​ເປັນ​ເຈົ້າ​ຂອງ​ບໍລິສັດ​ລົງທຶນເອກະ​ຊົນ ແລະໄດ້ເງິນມາ​ຫລາຍ​ລ້ານ​ດອນ​ລາ.
ຫລາຍ​ຄົນ​ເວົ້າ​ວ່າ ບໍລິສັດ​ຂອງ​ທ່ານໄດ້​ປົດ​ພວກ​ພະນັກງານ​ຫລາຍ​ຮ້ອຍ​ຄົນ​ອອກ​ຈາກ
ບໍລິສັດ​ຕ່າງໆ​ທີ່​ທ່ານ​ໄດ້​ຊື້​ເອົາ​ ​ໃນ​ຂະນະ​ທີ່​ທໍາ​ກໍາ​ໄລ​ຢ່າງ​ຫລວງຫລາຍໃຫ້​ພວກ​ລົງ​ທຶນ.