ທ່ານ Romney ແລະທ່ານ Ryan ເລີ້ມອອກ ໂຄສະນາ​ຫາ​ສຽງ ໃນມື້ນີ້ (ວີດີໂອ)

  • ດຣ. ສິມມາລາ

ທ່ານ Mitt Romney ຜູ້ສະມັກເລືອກຕັ້ງປະທານາທິບໍດີຂອງພັກຣີພັບບລິກັນ (ຂວາ) ແລະ ທ່ານ Paul Ryan, ຜູ້ສະໝັກເລືອກຕັ້ງເປັນຮອງປະທານາທິບໍດີ ແລະເປັນຜູ້ແທນຈາກລັດວິສຄອນຊິນ ພ້ອມທັງນາງ Liza ລູກສາວຂອງທ່ານ Ryan ເຈົ້າໂບກມືໃສ່ຝູງຊົນຢູ່ເມືອງ Nortfolk, ລັດ Virginia ໃນວັນທີ 11 ສິ

ທ່ານ Mitt Romney ຜູ້​ສະມັກເລືອກ​ຕັ້ງປະທານາທິບໍດີ​ຂອງ​ພັກຣີພັບ​ບລິ​ກັນ ​ແລະສະ
ມາຊິກ​ສະພາ​ຕໍ່າ Paul Ryan ຜູ້ທີ່ທ່ານ Romney ຫາກໍເລືອກ​ເອົາມາເປັນຜູ້ຮ່ວມແຂ່ງ
ຂັນເລືອກຕັ້ງ​ເປັນ​ຮອງປະທານາທິບໍດີຂອງ​ທ່ານນັ້ນ ຈະ​ພາກັນເລີ້ມອອກໂຄສະນາ​ຫາ​ສຽງ
ໃນວັນອາທິດມື້ນີ້ ໂດຍ​ຂີ່​ລົດ​ບັສໄປທົ່ວລັດ North Calorina ຢູ່ທາງພາກຕາເວັນອອກ
ຂອງສະຫະລັດ ຊຶ່ງເປັນລັດທໍາອິດ ຢູ່ໃນຈໍານວນບັນດາລັດ ທີ່ຫລາຍຄົນ ເຊື່ອກັນວ່າ “ເປັນ ລັດທີ່ຈະຕ້ອງໄດ້ຮັບ ໄຊຊະນະ” ນັ້ນ.

​ພາຍຫລັງທີ່ທ່ານ Romney ໄດ້​ປະກາດ​ໃຫ້​ຊາບກ່ຽວ​ກັບ ​ຜູ້​ທີ່​ທ່ານ​ເລືອກ​ເອົາເປັນ​ຮອງ​
ປະທານາທິບໍດີຂອງ​ທ່ານ​ ໃນ​ຕອນເຊົ້າວັນ​ເສົາ​ວານນີ້ ຕໍ່ໜ້າຝູງຊົນທີ່ສະໜັບສະໜູນທ່ານ
ຢູ່ເມືອງ Nortfolk, ລັດ Virginia ທີ່ມີຊາຍແດນຕິດກັບລັດ North Calorina ນັ້ນ ທັງສອງ
ທ່ານກໍໄດ້ເລີ້ມ ເດີນທາງໄປຫາສຽງທົ່ວລັດ Virginia ໂດຍໄດ້ຊຸກຍູ້ນະໂຍບາຍໃນການມີ
ຄວາມຮັບຜິດຊອບ ໃນດ້ານງົບປະມານ.

ທ່ານ Romney ໄດ້ແນະນໍາທ່ານ Ryan ກ່ອນ​ທີ່​ທ່ານ​ຈະ​ເລີ້ມອອກ​ໂຄສະນາ​ຫາ​ສຽງໂດຍ
​ທາງ​ລົດ​ບັສ ​ເປັນ​ເວລາ 4 ວັນ. ທ່ານ Ryan ໄດ້ກ່າວຕໍ່ຝູງຊົນວ່າ ອາເມຣິກາ ດຽວນີ້ແມ່ນ
ກໍາລັງເດີນ​ໄປຕາມ​ເສ້ນທາງທີ່ຜິດ ແລະກ່າວວ່າ “ທ່ານ Romney ແລະຂ້າພະ​ເຈົ້າ ຈະພາ ກັນເອົາບາດກ້າວອັນຖືກຕ້ອງ, ຖືກເວລາ ເພື່ອຈະນໍາພາພວກເຮົາ ກັບຄືນໄປຫາເສັ້ນທາງ
ທີ່ຖືກຕ້ອງ.”

ສະມາຊິກ​ສະພາ​ຕໍ່າ Ryan ອາຍຸ 42 ປີ ​ໄດ້​ຮັບ​ການ​ສະໜັບ​ສະ​ໜຸນ​ຢ່າງ​ຫຼວງຫຼາຍຈາກ
ພວກ​ນິຍົມ​ແນວທາງ​ເດີມ ​ທີ່​ມີ​ອິດ​ທິພົນ. ທ່ານ​ເປັນ​ປະທານ​ຄະນະ​ກຳມະການ​ງົບປະມານ
ຂອງ​ສະພາ​ຕໍ່າສະຫະລັດ ​ແລະ​ໄດ້​ເປັນ​ຜູ້ນຳພາ​ທີ່​ມັກອອກ​ປາກອອກ​ສຽງດັງ ​ໃນ​ການຕັດ
ການ​ຂາດ​ດຸນລົງ ດ້ວຍ​ການ​ຕັດ​ງົບປະມານ​ຂອງ​ສະຫະລັດ​.

ບິ່ງວີດິໂອກ່ຽວກັບການປະກາດເອົາທ່ານ Paul Ryan ເປັນຜູ້ຮ່ວມແຂ່ງ
ຂັນເລືອກຕັ້ງ​