Michele Bachmann ໄດ້ຮັບໄຊຊະນະ ທີ່ລັດໄອໂອວາ

  • ສິງ ບູຣົມມະວົງ

ທ່ານນາງ Michele Bachmann ສະມາຊິກສະພາຕໍ່າສະຫະລັດ ຈາກລັດມິນເນໂຊຕາ ໂບກມືໃສ່ພວກສະໜັບສະໜຸນ ທາງນອກລົດ ບັສຫາສຽງຂອງທ່ານນາງ ຫລັງຈາກຖືກປະກາດວ່າ ເປັນຜູ້ຊະນະ ການເລຶອກຕັ້ງ Straw Poll ຂອງພັກ Republican ທີ່ລັດ Iowa, ວັນທີ 14 ສິງຫາ 2011

ທ່ານ​ນາງ Michele Bachmann ຜູ້​ສະ​ໝັກ​ແຂ່ງ​ຂັນ​ປະທານາທິບໍດີຂອງ​ພັກ Republican ​ໄດ້​ຊະນະ​ການ​ທົດ​ສອບ​ສຽງ​ສະ​ໜັບສະ​ໜຸນຈາກ​ປະຊາຊົນ​ທີ່​ສໍາຄັນໃນ​ລັດ Iowa ​ໃນ​ວັນ​ເສົາ​ວານ​ນີ້​ ຊຶ່ງເປັນມື້​ດຽວ​ກັນ​ກັບ​ທີ່ຜູ້​ປົກ​ຄອງ​ລັດ​ເທັກ​ຊັສ ທ່ານ Rick Perry ​ໄດ້​ເຮັດ​ໃຫ້​ມີ​ການປ່ຽນ​ແປງ​ໃນການ​ແຂ່ງຂັນ​ພາຍ​ໃນ​ພັກ Republican ​ໂດຍ​ປະກາດເຂົ້າ​ແຂ່ງຂັນ​ເພື່ອໃຫ້​ໄດ້​ເປັນ​ຜູ້​ສະໝັກຈາກ​ພັກ Republican​ ໃນການ​ແຂ່ງຂັນ​ປະທານາທິບໍດີ​ສະຫະລັດ​ເທື່ອ​ໜ້າ​ນີ້.

ທ່ານ​ນາງ Bachmann ​ໄດ້​ຊະນະ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ທີ່​ລັດ​ໄອ​ໂອວາ ທີ່​ເອີ້ນວ່າ Straw Poll ນັ້ນ ຊຶ່ງ​ເຮັດ​ໃຫ້​ທ່ານນາງ​ເປັນ​ຜູ້​ສະໝັກ​ ​ທີ່ນໍາ​ໜ້າ​ສໍາລັບ​ການແຂ່ງຂັນເປັນ​ຜູ້​ສະໝັກ​ຂອງ​ພັກຣີພບັບລິ​ກັນ​ນັ້ນ. ການ​ເລືອກ​ຕັ້ງ “straw poll” ນີ້​ເປັນ​ການ​ເລືອກ​ຕັ້ງ​ທີ່ບໍ່​ມີ​ຄວາມ​ສໍາຄັນທາງ​ການ​ໃດໆ ​ແຕ່​ມັນ​ສໍາຄັນ​ສໍາລັບ​ພວກສະໝັກ​ແຂ່ງຂັນ​ປະທານາທິບໍດີ​ ຈາກພັກ Republican ທີ່​ກໍາລັງ​ພະຍາຍາມ​ແຂ່ງຂັນ​ກັບ​ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ ທີ່ສັງກັດ​ພັກ​ເດ​ໂມ​ແກຣັດ​ ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ ໃນ​ປີ 2012 ນັ້ນ.

ທ່ານ​ນາງ Bachmann ​ເປັນ​ສະມາຊິກ​ສະພາ​ຕໍ່າ​ສະຫະລັດ​ຈາກ​ລັດ Minnesota ​ເປັນ​ຜູ້​
ທີ່ພວກ​ນັກ​ເຄື່ອນໄຫວພັກ Tea Party ​ທີ່ນິຍົມ​ແນວທາງ​ເດີມສະໜັບສະໜຸນ ຊຶ່ງ​ນະ​ໂຍ
ບາຍ​ຂອງພວກ​ນີ້ ​ແມ່ນ​ເຮັດ​ໃຫ້​ປະຊາຊົນໄດ້ເສຍ​ຄ່າພາສີຖືກ​ລົງ ແລະ​ເຮັດ​ໃຫ້​ລັດຖະບານ​
ມີຂະໜາດນ້ອຍ​ລົງ.

ປະຊາຊົນ​ເກືອບ 17 ພັນ​ຄົນ​ໃນ​ລັດ Iowa ​ໄດ້​ປະກອບສ່ວນ​ໃນ​ການ​ລົງ​ຄະ​ແນນ​ສຽງ​ໃນ​ວັນ​ເສົາ​ວານ​ນີ້​ທີ່​ເມືອ​ງ Ames ລັດ Iowa ຊຶ່ງ​ທ່ານນາງ Bachmann ​ໄດ້​ຮັບ​ຄະ​ແນນ​ສຽງ​ສະໜັບສະໜຸນ 4,823 ສຽງ ຕິດຕາມ​ໂດຍ​ທ່ານ Ron Paul ສະມາຊິກ​ສະພາ​ຕໍ່າຈາກ​ລັດ Texas ທີ່​ໄດ້​ຮັບ​ສຽງ​ສະໜັບສະ​ໜຸນ 4,671 ສຽງ ​ແລະ​ອັນ​ດັບ​ທີ 3 ​ແມ່ນ​ອະດີດ​ຜູ້​ວ່າການ​ລັດ Minnesota ທ່ານ Tom Pawlenty ທີ່ໄດ້​ຄະ​ແນນ​ສຽງ 2,293 ສຽງ.