ທ່ານຣອມນີ ​ຫັນຄວາມສົນໃຈ ໄປໃສ່ ການເລືອກຕັ້ງ ທົ່ວໄປ

  • ທອງປານ ເທບວົງສາ

Mitt Romney ປະກາດຮັບໃຊຊະນະເລືອກຕັ້ງຂັ້ນຕົ້ນ 5 ລັດ ເມື່ອວັນອັງ ຄານວານນີ້

ທ່ານ​ມິດ ຣອມນີ ຜູ້​ຫວັງ​ຄວ້າ​ຕໍາແໜ່​ງປະທານາທິບໍ​ດີຂອງ​ພັກຣີພັບ​ບລີກັນ ກໍາລັງ​ຫັນ​ຄວາມສົນ​ໃຈ​ຂອງ​ທ່ານ ​ໄປ​ຍັງ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ ໃນ​ເດືອນ​ພະ​ຈິກ​ທ້າຍປີ​ນີ້ ​ແລະປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ຫລັງ​ຈາກ​ໄດ້​ຮັບ​ການຄໍ້າປະກັນທີ່​ສົມບູນ​ໃນ​ການ​ຖືກ​ແຕ່ງຕັ້ງ​ໃຫ້ເປັນ​ຜູ້​ຕາງໜ້າ​ພັກ​ເຂົ້າ​ແຂ່ງຂັນ​ເອົາ​ຕຳ​ແໜ່​ງ​ປະທານາທິບໍດີຈາກ​ໄຊຊະນະ​ໃນການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ຢູ່ໃນ​ຫ້າ​ລັດ​ເມື່ອ​ວັນ​ອັງຄານ​ວານ​ນີ້.

ທ່ານ ຣອມນີ ​ໄດ້ຊະນະ​ຢ່າງ​ງ່າຍດາຍ​ໃນ​ຫ້າ​ລັດທາງ​ພາກຕາ​ເວັນ​ອອກ ສຽງ​ເໜືອ​ຂອງ​ສະຫະລັດ​ປະກອບ​ດ້ວຍ ລັດ Connecticut, Delaware, Rhode Island, Pennsylvania ​ແລະລັດ New York. ​ໃນ​ຄໍາ​ປາໄສ​ຮັບໄຊຊະນະ​ທີ່ລັດ New Hampshire ນັ້ນ ທ່ານ​ມິດ ຣອມນີ ບອກ​ພວກ​ສະໜັບສະໜຸນ​ທ່ານ​ວ່າ ປະທານາທິບໍດີ​ໂອ​ບາ​ມາ ບໍ່​ສາມາດ​ກອບ​ກູ້​ເສດຖະກິດ​ຂອງປະ​ເທດ​ຊາດ​ ທີ່​ໄດ້​ລົ້ມລຸກຄຸກຄານ​ ຍ້ອນ​ສະພາວະ​ການ​ວ່າງ​ງານ​ໃນ​ລະດັບ​ສູງ​ຢ່າງ​ຊໍາ​ເຮື້ອມາ ​ນັບ​ຕັ້ງ​ແຕ່​ເກີດສະພາວະ​ຖົດຖອຍ ທົ່ວ​ໂລກເມື່ອ​ປີ 2008 ນັ້ນ. ທ່ານຣອມນີປະກາດ​ວ່າ ອາ​ເມ​ຣິ​ກາ​ທີ່​ດີ​ຂຶ້ນ​ ແມ່ນ​ເລິ່ມຕົ້ນ ​ໃນ​ຄໍ່າ​ຄືນ​ນີ້​ແລ້ວ.

ທ່ານ​ມິດ ຣອມນີອະດີດ​ຜູ້​ວ່າການ​ລັດ Massachusetts ກໍາລັງ​ອ້າງ​ເອົາ ​ການ​ຖືກ​ແຕ່ງຕັ້ງ​ເປັນ​ຜູ້​ສະມັກ​ປະທານາທິບໍດີ​ຂອງ​ພັກ​ແລ້ວ ຫລັງ​ຈາກລະ ດູ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ ​ທີ່ດຳ​ເນີນ​ມາ​ເປັນ​ເວລາ​ດົນ​ນານແລ້ວ​ນັ້ນ. ເສັ້ນທາງ​ຂອງ​ທ່ານຣອມນີ​ໄປ​ສູ່​ການ​ຖືກ​ສະ​ເໜີ​ຊື່ໃຫ້​ເປັນ​ຜູ້ຕາງໜ້າ​ຂອງ​ພັກ​ນັ້ນ ​ເປັນ​ໄປ​ຢ່າງ​ແຈ້ງ​ຂາວ​ແລ້ວ ​ເວລາຄູ່​ແຂ່ງ​ຄົນສໍາຄັນ​ຂອງ​ທ່ານຄື​ອະດີດ​ສະ ມາຊິກ​ສະພາ​ສູງ​ Rick Santorum ​ໄດ້ຖອນອອກ​ຈາກ​ການ​ແຂ່ງຂັນ​ເມື່ອ​ສອງ​ອາທິດ​ຜ່ານ​ມາ.

GingrichPaulRomneySantorum*Reporting

Source: AP

*Campaign suspended

Delaware
27.1%
10.6%56.5%5.9%100%
Rhode Island
6.1%23.9%63.2%5.7%100%
Pennsylvania10.5%13.2%58.0%18.3%99%
Connecticut10.3%13.5%67.4%6.9%99%
New York
12.9%15.7%62.4%9.0%93%