ທ່ານ Mitt Romney ໄດ້ຮັບໄຊຊະນະ ຢ່າງງ່າຍດາຍ ທີ່ລັດເນວາດາ

  • ທອງປານ ເທບວົງສາ

ທ່ານ Mitt Romney ກໍາລັງກ່າວຄໍາປາໃສຮັບເອົາໄຊຊະນະການເລືອກ ຕັ້ງພັກຣີພັບບລິກັນ ຫລື caucuses ທີ່ລັດເນວາດາ ຄືນວັນເສົາວານນີ້

ທ່ານ ມິດ ຣອມນີ ອະດີດ​ຜູ້​ວ່າການ​ລັດແມສຊາ​ຈູ​ເຊັ​ສ ​ໄດ້​ຮັບ​ໄຊຊະນະ​ຢ່າງ​ງ່າຍດາຍ ​ໃນ
ການ​ເລືອກຕັ້ງຂອງພັກຣີພັບ​ບລິ​ກັນ ຫລື caucuses ​ທີ່​ລັດ​ເນ​ວາດາ ​ເມື່ອວັນ​ເສົາ​ວານ
ນີ້ ຊຶ່ງ​ເປັນການສ້າງ​ພື້ນຖານ​ອັນ​ໝັ້ນຄົງໃຫ້​ທ່ານ ​ໃນ​ຖານະເປັນ​ຜູ້​ນໍາ​ໜ້າ​ທີ່​ຈະ​ຖືກ​ເລືອກ​
ໃຫ້ເປັນ​ຜູ້​ລົງ​ສະມັກເລືອກ​ຕັ້ງ​ຕາງໜ້າ​ພັກ​ຣີພັບ​ບລິ​ກັນ​ ແຂ່ງກັບປະທານາທິບໍດີ ບາຣັກ
ໂອບາ​ມາ​ ​ໃນ​ການ​ເລືອກຕັ້ງ​ເດືອນ​ພະ​ຈິກ​ປີ​ນີ້. ​ໃນລະຫວ່າງການ​ກ່າວ​ຄໍາ​ປາ​ໄສຮັບ​ເອົາ
ໄຊຊະນະ​ນັ້ນ ​ທ່ານຣອມນີໄດ້ແນ​ຄວາມເຫັນ​ຂອງ​ທ່ານ​ໂດຍ​ທັນທີ​ ​ໄປໃສ່​ປະທານາທິບໍດີ
ໂດຍ​ກ່າວ​ຫາ​ທ່ານ​ໂອ​ບາ​ມາ ວ່າຫັນ​ຫລັງ​ໃຫ້ລັດ​ເນ​ວາດາ​ ​ໃນ​ລະຫວ່າງ​ເກີດສະພາວະ
ເສດຖະກິດ​ຖົດຖອຍ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ບັ້ນ​ນຶ່ງ ຂອງ​ລັດ​ນັ້ນ.

ໄຊຊະນະ​ຂອງ​ທ່ານ ມິດ ຣອມນີ ມີ​ຂຶ້ນ​ໃນ​ເວລາ​ບໍ່​ເຖິງ​ອາທິດ ຫລັງ​ຈາກທ່ານ​ໄດ້​ຮັບ​ໄຊ
ຊະນະ​ໃນ​ການ​ເລື​ອກຕັ້ງ​ຂັ້ນ​ຕົ້ນ​ ທີ່​ລັດ​ຟລໍຣິດາ.

ທີ່​ລັດ​ເນ​ວາດາ ທ່ານຣອມນີ ​ໄດ້​ຮັບຄະ​ແນນສຽງ​ຫລາຍ​ກວ່າ 40 ​ເປີ​ເຊັນ ​ໂດຍ​ມີຄະ​ແນນ
ນໍາ​ໜ້າ​ສອງ​ຕົວ​ເລກ ​ຄູ່​ແຂ່ງ​ທີ່​ມີ​ຄະ​ແນນໃກ້​ຄຽງ​ກັບ​ທ່ານ ຄື ທ່ານ Newt Gingrich ອະ
ດີດ​ປະທານ​ສະພາ​ຕໍ່າ​ສະຫະລັດ ທີ່ໄດ້ ຄະ​ແນນ​ອັນດັບ​ສອງ ຕິດຕາມ​ມາ​ດ້ວຍ​ສະມາຊິກ
ສະພາ​ຕໍ່າ​ຈາກ​ລັດ​ເທັ​ກ ຊັສ ທ່ານ Ron Paul ​ໄດ້​ທີສາມ​ແລະມາໃນທີສີ່ໄດ້​ແກ່ອະດີດສະ
ມາ​ຊິກສະພາ​ສູງ​ສະຫະລັດ​ຈາກ​ລັດ​ເພັນ​ຊີ​ລ​ເວ​ເນຍ ທ່ານ ຣິກ ​ແຊນ​ທໍຣໍາ.

ສ່ວນທ່ານ Newt Gingrich ​ໄດ້​ປະຕິຍານ​ຕົນ​ເມື່ອ​ຕອນ​ແລງ​ວັນເສົາວານ​ນີ້​ວ່າ ທ່ານ​ຍັງ
ຈະ​ແຂ່ງຂັນ​ຕໍ່​ໄປ​ຈົນ​ເຖິງ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ ​ໃນ​ເດືອນ​ສິງຫາ​ນີ້.