ການເມືອງ ທີ່ມີການ ແບ່ງຂົ້ວອຳນາດກັນ ເຮັດໃຫ້ຫຼາຍຄົນ ບໍ່ແນ່ໃຈນໍາ ປະຊາທິປະໄຕຂອງສະຫະລັດ (ວີດີໂອ)

ປະທານາທິບໍດີ ບາຣັກ ໂອບາມາ (ຂວາ) ແລະປະທານສະພາຕໍ່າ ສະຫະລັດ ທ່ານ John Boehner ຖະແຫຼງຕໍ່ພວກນັກຂ່າວ ທີ່ຫ້ອງ Roosevelt ໃນທຳນຽບຂາວ (16 ພະຈິກ 2012)

ປະທານາທິບໍດີ ບາຣັກ ໂອບາມາ (ຂວາ) ແລະປະທານສະພາຕໍ່າ ສະຫະລັດ ທ່ານ John Boehner ຖະແຫຼງຕໍ່ພວກນັກຂ່າວ ທີ່ຫ້ອງ Roosevelt ໃນທຳນຽບຂາວ (16 ພະຈິກ 2012)

ການສະແດງໃຫ້ເຫັນເຖິງ ການແບ່ງຂົ້ວອຳນາດ ຂອງພັກການເມືອງ ແລະການດຳເນີນການທາງດ້ານການເມືອງ ທີ່ຝືດເຄືອງໃນລະຫວ່າງການເຈລະຈາເພື່ອແກ້ໄຂບັນຫາ “ເຫວງົບປະມານ” ເມື່ອໄວໆມານີ້ໄດ້ເຮັດໃຫ້ຫຼາຍຄົນມີ ຄວາມເຫັນໄປໃນແງ່ລົບ ກ່ຽວກັບຄວາມສາມາດໃນການປະຕິບັດງານຂອງລະບອບປະຊາທິປະໄຕໃນສະຫະລັດ. Brian Padden ມີລາຍລະອຽດເພີ້ມຕື່ມ ກ່ຽວກັບອັນທີ່ເບິ່ງຄືວ່າ ເປັນສະພາບການຂັດແຍ້ງຢ່າງບໍ່ມີທີ່ສິ້ນສຸດ ຢູ່ກຸງວໍຊິງຕັນ.
ພວກທີ່ໄປຢ້ຽມຢາມ ຕຶກຫໍລັດຖະສະພາສະຫະລັດ ຫຼາຍໆຄົນ
ເຊັ່ນ ທ່ານ David Stark ຈາກລັດ Maryland ທີ່ຕັ້ງຢູ່ໃກ້ຄຽງ ແມ່ນມີຄວາມປະທັບໃຈຫຼາຍ ນໍາຕຶກທີ່ເປັນອະນຸສາວະລີແຫ່ງ
ປະຊາທິປະໄຕແຫ່ງນີ້ ແຕ່ໄດ້ສະແດງຄວາມບໍ່ພໍໃຈຕໍ່ການແບ່ງ
ຂົ້ວອຳນາດຢູ່ພາຍໃນລັດຖະສະພານັ້ນ.

ທ່ານ Stark ເວົ້າວ່າ “ພວກທ່ານຮູ້ບໍ່ຂ້ອຍປາຖະໜາຢາກ
ໃຫ້ມີກຸ່ມ ທີ່ເປັນກາງ ຫຼາຍກວ່ານີ້ ທີ່ຜູ້ຄົນເຕັມໃຈ ຈະຕໍ່
ຕ້ານຜູ້ນຳພັກຂອງເຂົາເຈົ້າແລະເຂົ້າຮ່ວມກັນຫຼາຍຂຶ້ນ."


ເຖິງແມ່ນວ່າ ລັດຖະສະພາສະຫະລັດ ແລະປະທານາທິບໍດີບາ
ຣັກ ໂອບາມາ ສາມາດບັນລຸການຕົກລົງກັນໄດ້ ເພື່ອຫຼີກລ່ຽງບໍ່
ໃຫ້ຕົກ “ເຫວງົບປະມານ” ຊຶ່ງຈະບັງຄັບ ໃຫ້ມີການຕັດການໃຊ້
ຈ່າຍລົງຢ່າງຫຼວງຫຼາຍ ແລະຂຶ້ນພາສີຢ່າງໜັກນັ້ນ ແຕ່ຂັ້ນຕອນດັ່ງກ່າວກໍໄດ້ເນັ້ນໃຫ້ເຫັນ
ເຖິງຄວາມບໍ່ສາມາດໃນການດຳເນີນງານຮ່ວມກັນຂອງພວກນັກການເມືອງ.

ການເຈລະຈາ ລະຫວ່າງ ປະທານາທິບໍດີໂອບາມາ ທີ່ສັງກັດພັກເດໂມແຄຣັທ ແລະທ່ານ John Boehner ປະທານສະພາຕໍ່າສະຫະລັດທີ່ສັງກັດພັກຣີພັບບລີກັນໄດ້ແຕກຫັກລົງ. ຜູ້ນຳຂອງພັກເດໂມແຄຣັທແລະຣີພັບບລີກັນຢູ່ໃນສະພາສູງສະຫະລັດ ກໍບໍ່ສາມາດບັນລຸ ການຕົກລົງກັນໄດ້ໃນການຕໍ່ຮອງຂັ້ນຕົ້ນ.

ທ່ານ Thomas Mann ນັກຊ່ຽວຊານ ກ່ຽວກັບລັດຖະສະພາສະຫະລັດ ຂອງສະຖາບັນ Brooking ກ່າວວ່າ ການຂັດແຍ້ງກັນສ່ວນນຶ່ງ ແມ່ນເປັນບັນຫາໃນດ້ານໂຄງສ້າງ ທີ່ມາ
ຈາກການແບ່ງແຍກຂອງພັກການເມືອງ ຊຶ່ງມັກຈະຂັດຂວາງບໍ່ໃຫ້ມີການຮ່ວມມືກັນ ລະ ຫວ່າງຂະແໜງການຕ່າງໆຂອງລັດຖະບານ.

ທ່ານ Mann ເວົ້າວ່າ “ພັກການເມືອງຂອງພວກເຮົາຊຶ່ງບໍ່ເຄີຍມີການຄາດການໄວ້ ລ່ວງໜ້າໂດຍພວກກໍ່ຕັ້ງ ແລະກຳນົດໄວ້ຢູ່ໃນລັດຖະທຳມະນູນນັ້ນໄດ້ມີວິວັດທະ
ນາການ ທີ່ບໍ່ເຂົ້າກັນດີປານໃດ ກັບລະບອບການປົກຄອງຂອງເຮົາ.”


ໃນຕອນສຸດທ້າຍ ມັນແມ່ນຄວາມສຳພັນສ່ວນໂຕລະຫວ່າງຮອງປະທານາທິບໍດີ Joe Bi den ແລະຜູ້ນຳສຽງສ່ວນນ້ອຍ ໃນສະພາສູງສະຫະລັດ ທ່ານ Mitch McConnell ທີ່ສາ ມາດເອົາຊະນະ ການແບ່ງແຍກຢ່າງເລິກເຊິ່ງນັ້ນໄດ້ ແລະຮ່າງກົດໝາຍ ທີ່ໄດ້ມີການຮັບ ຮອງເອົາໂດຍກອງປະຊຸມພິເສດຂອງລັດຖະສະພາສະຫະລັດໃນວັນຂຶ້ນປີໃໝ່ນັ້ນກໍພຽງ ແຕ່ໄດ້ເລື່ອນການຕົກລົງກັນ ກ່ຽວກັບການຂາດດຸນງົບປະມານທີ່ກຳລັງເພີ້ມທະວີຂຶ້ນນັບ
ມື້ອອກໄປທໍ່ນັ້ນ. ແຕ່ແນວໃດກໍຕາມທ່ານ Mann ເວົ້າວ່າ ມັນເປັນການບັນລຸຜົນສໍາເລັດ ທີ່ສຳຄັນສຳລັບທັງສອງພັກການເມືອງ.

ທ່ານ Mann ກ່າວວ່າ “ໃນຕອນທ້າຍພວກເຂົາເຈົ້າກໍສາມາດຫຼີກລ່ຽງເຫວໄດ້ໂດຍ ບັນລຸຂໍ້ຕົກລົງກັນ ທີ່ໄດ້ຮັບການສະໜັບສະໜຸນຢ່າງກວ້າງຂວາງ ຢູ່ໃນສະພາສູງ ແລະປະທານສະພາຕໍ່າກໍໄດ້ອະນຸຍາດໃຫ້ມີການລົງຄະແນນສຽງກ່ຽວກັບຮ່າງກົດ ໝາຍທີ່ສ່ວນໃຫຍ່ຂອງພັກຣີພັບບລີກັນຄັດຄ້ານດ້ວຍເຫດນີ້ມັນຈຶ່ງເປັນເລື່ອງທີ່ດີ.”

ທ່ານ Allan Litchman ຊຶ່ງເປັນອາຈານສອນວິຊາປະຫວັດສາດທີ່ມະຫາວິທະຍາໄລອາ ເມຣິກັນ ແມ່ນມີຄວາມເປັນຫ່ວງຢ້ານວ່າ ການຕໍ່ສູ້ກັນກ່ຽວກັບເລື່ອງງົບປະມານ ໃນອະນາ ຄົດຈະຄອບງຳສະໄໝປະຊຸມຂອງລັດຖະສະພາຊຸດໃໝ່ຫຼາຍເກີນໄປ.

ທ່ານ Litchman ເວົ້າວ່າ “ໃນຂະນະທີ່ພວກເຮົາ ມີຄວາມວິຕົກກັງວົນ ກ່ຽວກັບວ່າ ພວກເຮົາຈະຂຶ້ນພາສີຫຼືບໍ່ ຕໍ່ພວກເສດຖີຈາກ 35 ຫາ 39% ສອງສາມເປີເຊັນຢູ່ ບ່ອນນີ້ແລະຢູ່ບ່ອນນັ້ນ ແຕ່ບັນຫາໃຫຍ່ໆທີ່ປະເທດນີ້ກຳລັງປະເຊີນໜ້າຢູ່ນັ້ນຊໍ້າ ພັດຖືກເມີນເສີຍຢ່າງສິ້ນເຊີງ.”

ທ່ານ Litchman ກ່າວວ່າ ໃນຂະນະທີ່ລັດຖະສະພາສະຫະລັດ ແກ່ຍາວການອະພິປາຍ ກ່ຽວກັບເລື່ອງງົບປະມານໃຫ້ດົນອອກໄປນັ້ນ ກໍຄົງບໍ່ມີທ່າທາງວ່າຈະມີການຕົກລົງກັນໄດ້ ກ່ຽວກັບບັນຫາທີ່ສຳຄັນໆ ເຊັ່ນການຫຼຸດຜ່ອນຜົນກະທົບ ຈາກການປ່ຽນແປງຂອງດິນຟ້າ ອາກາດ.

http://www.youtube.com/embed/nleJVBk4SFo?feature=player_detailpage