ສະຫະລັດ ໃຫ້ຄຳໝັ້ນສັນຍາ ຈະໃຫ້ການຊ່ອຍເຫຼືອ ແກ່ຢູເຄຣນ

ລັດຖະມົນຕີ​ການ​ເງິນ​ສະຫະລັດ ທ່ານ Jack Lew ມີຄວາມເຫັນຕໍ່ພວກນັກຂ່າວ ໃນເວລາສິ້ນສຸດ ກອງປະຊຸມ ຂອງກຸ່ມ G20 ທີ່ນະຄອນຊິດນີ ອອສເຕຣເລຍ, ວັນທີ 23 ກຸມພາ 2014.

ລັດຖະມົນຕີ​ການ​ເງິນ​ສະຫະລັດ ທ່ານ Jack Lew ກ່າວ​ວ່າ
ລັດຖະບານ​ວໍ​ຊິງ​ຕັນ ​ແມ່ນ​ພ້ອມ​ແລ້ວ​ທີ່​ຈະ​ດຳ​ເນີນ​ງານ​ກັບ
ຣັດ​ເຊຍ ​ແລະ​ປະ​ເທດ​ອື່ນໆ ​ເພື່ອນໍາ​ເອົາ​ປະຊາທິປະ​ໄຕ​ກັບ​
ຄືນ​ມາ​ໃນ​ຢູ​ເຄຣນ ​ແລະ​ສ້າງສາ​ເສດຖະກິດທີ່​ປະສົບ ​ກັບ​ບັນ
ຫາ​ຂອງ​ຢູ​ເຄຣນນັ້ນ ​ຄືນ​ໃໝ່.

ທ່ານ Lew ​ໄດ້​ພົບ​ປະ​ກັບ​ຄູ່​ຕຳ​ແໜ່​ງຈາກຣັດ​ເຊຍ ທ່ານ
Anton Siluanov ຢູ່​ນອກ​ກອງ ປະຊຸມກຸ່ມ G20 ທີ່​ນະຄອນ​
ຊິດ​ນີ ອອສ​ເຕຣ​ເລຍ ​ເພື່ອ​ໂອ້​ລົມ​ສົນທະນາ​ກັນ​ເລື້ອງສະຖາ
ນະ​ການ​ໃນ​ຢູ​ເຄຣນ ຫຼັງ​ຈາກ​ປະທານາທິບໍດີ Viktor Yanu-
kovych ​ໄດ້​ຖືກຂັບ​ໄລ່ອອກ​ຈາກ​ຕຳແໜ່​ງ ​ແລະ​ຜູ້ນຳ​ຝ່າຍ​
ຄ້ານ ​ອະດີດນາຍົກລັດຖະມົນຕີ Yulia Tymoshenko
​ໄດ້​ຖືກປ່ອຍ​ອອກ​ຈາກ​ຄຸກ ໃນ​ວັນ​ເສົາ​ວານ​ນີ້.

ສະຫະລັດ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ນຳ​ຄວາມ​ເຄື່ອນ​ໄຫວ​ທາງ
​ດ້ານ​ການ​ເມືອງ​ຄັ້ງ​ຫຼ້າ​ສຸດ​ໃນ ຢູ​ເຄຣນນັ້ນ ​ແລະ​ກ່າວ​ວ່າ ການ​
ປ່ອຍ​ໂຕ​ທ່ານ​ນາງ Tymoshenko ​ແມ່ນ​ເປັນ​ເລື້ອງ​ທີ່​ໜ້າ​ປິ​ຕິ
​ຍິນ​ດີເປັນ​ພິ​ເສດ.

ລັດຖະມົນຕີການເງິນສະຫະລັດ ທ່ານ Jack Lew ໄປຮອດກອງປະຊຸມນັກຂ່າວ ຢູ່ Sydney, Australia, Sunday, Feb. 23, 2014.


ຖະ​ແຫຼ​ງການ​ສະບັບ​ນຶ່ງ​ຈາກ​ຫ້​ອງການ​ຂ່າວ​ຂອງ​ປະທານາທິ
ບໍດີ ບາຣັກ ​ໂອ​ບາ​ມາ ກ່າວ ວ່າ ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ
“ສືບຕໍ່​ຮຽກຮ້ອງໃຫ້​ ທຸກໆ​ພັກ​ຝ່າຍ ຍຸດຕິ​ຄວາມ​ຮຸນ​ແຮງ”
​ໃນ​ຢູ​ເຄຣນນັ້ນ.

ຖະ​ແຫຼ​ງການ​ກ່າວ​ຕື່ມ​ວ່າ ສະຫະລັດ​ຈະສຸມ​ໃສ່ການຈັດ​ໃຫ້​ມີ
ການ​ໂອ້​ລົມ​ສົນທະນາ​ກັນ​ຢ່າງ​ສັນຕິ​ແລະ​ແບບ​ປະຊາທິ
ປະ​ໄຕ” ​
ໃນ​ຢູ​ເຄຣນນັ້ນ ​ໂດຍ​ຮ່ວມ​ໄມ້​ຮ່ວມ​ມື​ກັບ​ບັນດາ​ ປະ​
ເທດ​ພັນທະ​ມິດ ພ້ອມ​ທັງຣັດ​ເຊຍ​ແລະ​ພວກ​ອົງ​ກອນ​ຕ່າງໆ​
ຂອງ​ຢູ​ໂຣບ​ແລະ​ສາກົນ.