ສຫລ ສັນຍາ ຈະຊ່ວຍເຫຼືອ ຊູດານໃຕ້ ເກືອບ 300 ລ້ານ ໂດລາ

ບັນດາເດັກນ້ອຍ ທີ່ພາກັນຂີ່ເຮືອຂ້າມແມ່ນຳ້ Nile ໜີຈາກ ການສູ້ລົບ ໄປສູ່ໝູ່ບ້ານ Awerial ທີ່ ປະເທດຊູດານໃຕ້

ປະ​ທາ​ນາ​ທິບໍດີສະຫະລັດ ທ່ານ Barrack Obama ກ່າວ​
ວ່າ ສະຫະລັດໄດ້​ ​ໃຫ້ຄຳໝັ້ນສັນຍາ ທີ່ຈະໃຫ້​ຊ່ວຍ​ເຫລືອ
ເກືອບ 300 ລ້ານ​ໂດ​ລາ​ທາງ​ດ້ານ​ມະນຸດ​ສະທຳແກ່ຊູ​ດານ
​ໃຕ້ຊຶ່ງໄດ້ເກີດການສູ້ລົບກັນລະຫວ່າງຊົນຊາດຊົນເຜົ່າ​ມາ
​ຫລາຍ​ເດືອນແລ້ວນັ້ນ.

ທ່ານ Obama ​ໄດ້​ອະນຸມັດເງິນກ້ອນນີ້ກ່ອນ​ກອງ​ປະຊຸມ
ໃຫ້ການບໍລິຈາກຂອງ ປະເທດຕ່າງໆທີ່​ປະ​ເທດ​ນໍເວ ​ໃນ​
ວັນອັງຄານ​ມື້​ນີ້ ​ເພື່ອ​ຊອກ​ຫາ​ເງິນທຶນ ມາຊ່ວຍເຫລືອ ຊູ
ດານໃຕ້ ທີ່​ກຳລັງ​ດີ້ນ​ລົນຢູ່ໃນເວລານີ້.

ທຳນຽບຂາວ​ກ່າວ​ວ່າ ການ​ຊ່ວຍ​ເຫລືອດັ່ງກ່າວນີ້ ແມ່ນຮວມ​ທັງ 50 ລ້ານ​ໂດ​ລາ ສຳ
ລັບສະໜັບສະນຸນ​ຄວາມ​ພະຍາຍາມຂອງສະຫະ​ປະຊາ​ຊາດ ​ເພື່ອ​ໃຫ້ ການ​ຊ່ວຍ​
ເຫ​ລື​ອ​ແກ່​ອົບ​ພະ​ຍົບ 300,000 ຄົນ ​ທີ່​ໄດ້​ຂ້າມເຂົ້າ​ໄປໃນ​ເອທິ​ໂອ​ເປຍ ​ເຄນ​ຢາ
ຊູ​ດານ ​ແລະ ​ອູ​ການ​ດາ.

ລາຍ​ງານ​ກ່າວ​ວ່າ ຫລາຍ​ກວ່າ​ອີກນຶ່ງ​ລ້ານ​ຄົນ ​ບໍ່​ມີ​ທີ່ຢູ່​ອາ​ໄສໃນ ຊູ​ດານ​ໃຕ້ ເພາະມີ​
ການ​ສູ້​ລົບ​ກັນ.

ຄວາມຮຸນ​ແຮງ ​ຢູ່​ໃນຊູດ​ານ​ໃຕ້ ໄດ້​ລະເບີດຂື້ນໃນ​ເດືອນ​ທັນວາ​ທີ່​ຜ່າ​ນມາ ​ໃນ​ຂະນະ​
ທີ່​ມີ​ການ​ໂຕ້​ຖຽງ​ກັນ ລະຫວ່າງປະທານາທິບໍດີ Salva Kiir ​ແລະທ່ານ Riek Machar
ອະດີດ​ຜູ້​ຮອງ​ຂອງ​ທ່ານ ທີ່​ໄດ້​ຖືກ​ໄລ່​ອອກ​ໃນ​ເດືອນກໍລະກົດ. ບຸກຄົນສອງໄດ້​ລົງ​ນາມ​
ໃນຕົກລົງຢຸດ​ຍິງ ເມື່ອ​ຕົ້ນ​ເດືອນ​ນີ້ ​ຢູ່​ເອທິ​ໂອ​ເປຍ.