ນາໆຊາດ ຮັບປາກຈະໃຫ້ ເງິນ 5400 ລ້ານດອນລາ ຊ່ອຍບູລະສ້າງສາ ເຂດກາຊາ

ທ່ານ John Kerry ລັດຖະມົນຕີການຕ່າງປະເທດສະຫະລັດ ກ່າວຕໍ່ກອງປະຊຸມ ທີ່ໄຄໂຣ ອີຈິບ ວັນທີ 12 ຕຸລາ 2014

ບັນດາ​ນາໆ​ຊາດທີ່ໃຫ້ການຊ່ວຍ​ເຫຼືອ​ ​ໄດ້​ໃຫ້​ຮັບປາກ​ທີ່​ຈະ​ໃຫ້
​ເງິນຈຳນວນ 5 ພັນ 400 ລ້ານ​ດອນ​ລາ ​ເພື່ອຊ່ອຍ​ເຫຼືອ​ຊາວ​ປາ
​ແລ​ສ​ໄຕ​ນ໌ ຊຶ່ງ​ເຄິ່ງນຶ່ງ​ຂອງ​ຈຳນວນ​ດັ່ງກ່າວ​ ແມ່ນສຳ​ຫຼັບ​ການ
​ສ້າງສາຄືນ​ໃໝ່ເຂດ​ກາຊາ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຈາກ​ສົງ
ຄາມ​ນັ້ນ.

ລັດຖະມົນຕີຕ່າງປະ​ເທດນໍ​ເວ ທ່ານ Borge Brende ປະກາດ
ຈຳນວນ​ເງິນ​ຊ່ອຍ​ເຫຼືອ​ທັງ​ໝົດ​ນີ້​ໃຫ້​ຮູ້​ ໃນ​ວັນ​ອາທິດ​ວານ​ນີ້ ​ໃນ
​ເວລາ​ອັດ​ກອງ​ປະຊຸມ​ 30 ປະ​ເທດ​ ທີ່​ນະຄອນຫຼວງ​ໄຄ​ໂຣຂອງ​
ອີ​ຈິບ.

ບັນດາ​ຜູ້ນຳ​ປາ​ແລ​ສ​ໄຕ​ນ໌ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ຕ້ອງການ​ເງິນ​ຈຳນວນ 4 ຕື້​ດອນ​ລາ ​ເພື່ອ​ສ້າງສາ​ຄືນ​ໃໝ່ຫຼາຍ​ພາກສ່ວນ​ໃຫຍ່ໆຂອງ​ດິນ​ແດນຂອງຕົນ​ ທີ່​ໄດ້​ຖືກ​ທຳລາຍ​ໃນສົງຄາມ
50 ມື້ ລະຫວ່າງ​ກຸ່ມ​ຮາ​ມັສ ​ແລະ​ອິສຣາ​ແອ​ລ ທີ່​ຍຸດຕິ​ລົງ​ໃນ​ເດືອນ​ສິງຫາ​ຜ່ານ​ມາ.

ກ່ອນ​ກອງ​ປະຊຸມ​ໄຂ​ຂຶ້ນນັ້ນ ບັນດາ​ເຈົ້າ​ໜ້າ​ທີ່​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ອອກ​ມາ ກ່ຽວ​ກັບ​ການ​ໃຫ້​ເງິນ ​ໂດຍທີ່​ຍັງບໍ່​ທັນມີ​ຂໍ້​ຕົກລົງ​ຢຸດ​ຍິງ ທີ່​ຖາວອນ.

ພາບຄວາມເສຍຫາຍ ໃນເຂດກາຊາ:

ວິກິດການ ໃນເຂດ Gaza - ວັນອາທິດ ທີ 24 ສິງຫາ

​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ ທ່ານ​ພັນ ​ກີ​ມູນ ກ່າວ​ໃນ​ວັນ​ອາທິດວານ​ນີວ່າ ໂລກ​ໄດ້ “ຮັບ​ຮູ້​ຢ່າງ​ຈະ​ແຈ້ງ ​ເຖິງ​ຄວາມ​ຕ້ອງການຕ່າງໆຢ່າງ​ມະຫາສານ” ​ຢູ່ໃນ​ເຂດ​ກາຊາ
ນັ້ນ ​ແຕ່​ວ່າ “ກົງກວຽນ​ຂອງ​ການ​ກໍ່ສ້າງ ​ແລະ​ການ​ທຳລາຍ ຈະ​ຕ້ອງ​ຍຸດຕິ​ລົງ.”

ນຶ່ງ​ໃນ​ບັນດາ​ປະ​ເທດ​ທີ່​ບໍລິຈາກ​ເງິນ​ຫຼາຍ​ທີ່​ສຸດ​ແມ່ນ Qatar ຊຶ່ງ​ເປັນປະ​ເທດ​ນຶ່ງ​ໃນ​ເຂດ​ອ່າວ​ເປີ​ເຊຍ ທີ່​ອຸດົມ​ຮັ່ງມີ​ດ້ວຍ​ແກ​ສທຳ​ມະ​ຊາດ ຊຶ່ງສັນຍາຈະ​ໃຫ້​ເງິນ​ຊ່ອຍ​ເຫຼືອ 1 ຕື້​ດອນ​ລາ.

ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ​ໄດ້ປະກາດ​ເງິນຊ່ວຍ​ເຫຼືອ​ໃນ​ທັນທີ​ຂອງ​ສະຫະລັດ ຈຳນວນ 212 ລ້ານ​ດອນ​ລາ ຕື່ມ​ໃສ່​ກັບ​ເງິນ​ຊ່ອຍ​ເຫຼືອ​ດ້ານ​ມະນຸດ
ສະທຳ​ ທີ່​ສະຫະລັດ​ໄດ້​ຮັບປາກ​ໄປ​ແລ້ວ 202 ລ້ານ​ດອນ​ລານັ້ນ. ພວກ 28 ປະ​ເທດ​ໃນ​ສະຫະພາບ​ຢູໂຣບ ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ທີ່​ຈະ​ບໍລິຈາກ​ 568 ລ້ານ​ດອນ​ລາ​ ຂະນະ​ດຽວ​ກັນ ສະຫະລັດ​ອາຫຣັບ​ເອມີ​ເຣັສ ​ແລະ​ເທີ​ກີ ຕ່າງ​ກໍກ່າວ​ວ່າ ຈະ​ບໍລິຈາກ 200 ລ້ານ​ດອນ​ລາ.

Your browser doesn’t support HTML5

Gazaegypt13october14