ສະຫະລັດ ວາງແຜນ ພິມຮູບພາບ ແມ່ຍິງ ໃນປະຫວັດສາດ ໃສ່ເງິນ

ທ່ານ Thomas Ferguson ຫົວໜ້າການແກະສະຫຼັກ ແລະ ການພິມ ຖືເງິນໃບ 10 ໂດລາ

ເງິນ​ໃບ 10 ​ໂດ​ລາ​ ສະຫະລັດ ຈະ​ປະກອບ​ດ້ວຍຮູບ​ພາບ​ຂອງ​ແມ່ຍິງ ​ສະຫະລັດ ຢ່າງ​ໂດດ​ເດັ່ນໃນ​ປີ 2020.

ຮູບໃໝ່​ນີ້​ຈະໄປແທນ​ທີ່​ຮູບ​ຂອງ​ທ່ານ Alexander Hamilton, ​ເຊິ່ງ​ເປັນ​ລັດຖະມົນຕີ​ ກະຊວງ ​ການ​ເງິ​ນຂອງ ສະຫະລັດ ຄົນ​ທຳອິດ, ເຊິ່ງ​ຮູບ​ຂອງ​ທ່າ​ນ​ໄດ້​ຖືກບັນຈຸ​ໃສ່​ເງິ​ນ​ໃບ 10 ​ໂດ​ລາ ມາ​ຕັ້ງ​ແຕ່ທ້າຍຊຸມ​ປີ 1920. ​ການ​ອອກ​ແບບ​ເງິນ​ໃໝ່ ຈະໄດ້​ຖືກ​ເປີດ​ໂຕໃຫ້ທັນເວລາ​ກັບ ວັນ​ຄົບ​ຮອບ 100 ຂອງ​ການ​ໃຫ້​ສັດຕະຍາບັນ ຢ່າງເປັນທາງການ ໃນການ​ແກ້​ໄຂ​ລັດ​ຖະທຳ​ມະນູ​ນ ທີ່​ໄດ້ໃຫ້​ສິດ​ແມ່ຍິງ​ໃນ​ການປ່ອນ ບັດເລືອກ​ຕັ້ງ.

ລັດຖະມົນຕີ​ ກະຊວງ​ການ​ເງິ​ນ ທ່ານ Jacob Lew ​ໄດ້​ປະກາດກ່ຽວກັບ ​ແຜນການອອກແບບ ເງິນໃບ 10 ​ໃໝ່​ວັນ​ພຸ​ດວານ​ນີ້. ທ່ານ Lew ກ່າວ​ວ່າ ກະຊວງການ​ເງິນ​ຈະ​ເ​ລີ້ມການ​ໂຄສະນາ​ ສື່​ສັງຄົມ​ຕັ້ງ​ສາຍາ​ວ່າ “The New 10 ຫຼື ​ໃບ​ສິບ​ດອນ​ໃໝ່” ​ເພື່ອ​ເຊື້ອເຊີນ​ໃຫ້​ມີ​ຄວາມ​ເຫັນ ​ກ່ຽວ​ກັບ ວ່າ​ຮູບ​ໃຜ​ຄວນ​ຈະ​ໄດ້​ຖືກ​ເລືອກ ​ໃສ່ເງິນ​ໃບ 10 ​ໃໝ່​ນີ້, ພ້ອມ​ດ້ວຍ​ການ​ປະຊຸມ​ສາ​ທະ​ລະນະຫຼາຍຄັ້ງ. ທ່ານ​ຈະ​ເປີດ​ເຜີຍໃຫ້ຊາບກ່ຽວ ກັບ​ການ​ຕັດສິນ​ຂອງ​ທ່ານ ​ພາຍ​ໃນ​ປີ​ນີ້.

ຮູບ​ແມ່ຍິງ​ບໍ່ເຄີຍ​ໄດ້​ຖືກ​ພິມ​ໃສ່ໃບເງິນ​ຂອງ​ ສະຫະລັດ ຕັ້ງ​ແຕ່​ປີ 1896, ​ເມື່ອ​ທ່ານ ນາງ Martha Washington, ພັນ​ລະ​ຍາ​ຂອງ​ປະທານາທິບໍດີ​ ສະຫະລັດ​ ຄົນ​ທຳ​ອິ​ດ ທີ່​ໄດ້​ຖືກພິມລົງ​ຢູ່ໃນເງິນ ໃບ​ໜຶ່ງ​ໂດ​ລາ.

ການປະກາດ​ໃນ​ວັນ​ພຸດ​ວານ​ນີ້ ​ແມ່ນ​ຕາມ​ມາ​ດ້ວຍ​ການ​ໂຄສະ​ນາ​ທາງ​ອອນ​ໄລ​ນ໌, “​ແມ່​ຍິງ​ໃນ​ໃບ 20 ຫຼື Women on 20s” ທີ່​ມີ​ເປົ້າ​ໝາຍຄ້າຍຄື​ກັນ​ສຳລັບ​ເງິນ​ໃບ 20 ໂດ​ລາ ເຊິ່ງປະຈຸ​ບັນ​ປະກອບ​ດ້ວຍ​ ຮູບ​ພາບ​ຂອງ ທ່ານ Andrew Jackson, ປະທານາທິບໍດີ​ຄົນທີ 7 ຂອງ​ສະຫະລັດ. ຜົນ​ການ​ເລືອກຕັ້ງສ່ວນໃຫຍ່​ ໄດ້​ເລືອກ​ເອົາ​ຮູບ​ຂອງ ນາງ Harriet Tubman ​ແມ່ຍິງ​ຜິວດຳ​ ​ແລະ ເປັນຂ້າ​ທາດ​ທີ່​ໄດ້ຫຼົບ​ໜີເຊິ່ງນຳພາໃຫ້​ຂ້າທາດ​ອື່ນໆ​ຫຼາຍພັນ​ຄົນໄປ​ສູ່​ຄວາມ​ເປັນ​ອິດ​ສະຫຼະ​ ໃນ​ຊຸມ​ປີ​ກ່ອນ​ສົງຄາມ​ກາງ​ເມືອງ ​ເພື່ອ​ແທນ​ທີ່ຮູບຂອງທ່ານ Jackson ຢູ່​ໃນ​ເງິນໃບ 20 ນັ້ນ.

Your browser doesn’t support HTML5

US Currency Change