ຟີລິບປີນ ແລະສະຫະລັດ ຮ່ວມຊ້ອມລົບ ໃນເຂດທະເລຈີນໃຕ້

ທະຫານສະຫະລັດແລະຟີລິບປີນ ໃນພິທີເປີດການຊ້ອມລົບຮ່ວມກັນ ເປັນເວລາ 12 ວັນ ໃນເຂດທະເລຈີນໃຕ້, ວັນທີ 16 ເມສາ 2012.

ວັນ​ຈັນ​ມື້ນີ້ ກອງທັບ​ສະຫະລັດ​ແລະ​ຟິລິບ​ປິນ ​ໄດ້​ເລິ່ມທໍ​າ​ການ​ຊ້ອມ​ລົບຮ່ວມ​ກັນ ​ເປັນ
ເວລາ​ 12 ວັນ​ ​ໃນ​ທ່າມກາງ​ສະຖານ​ະການທີ່​ເຄ່ງ​ຕຶງ​ຂຶ້ນ​ນັບ​ມື້ ​ທາງທະເລກັບຈີນ​ນັ້ນ.

ບັນດາ​ຜູ້​ບັນ​ຊາ​ການ​ກອງທັບ​ຂອງ​ທັງ​ສອງຝ່າຍ​ໄດ້ເປີດ​ການ​ຊ້ອມ​ລົບດັ່ງກ່າວ ດ້ວຍ
ການ​ທໍາ​ພິທີ​ຢ່າງ​ເປັນ​ທາງ​ການ​ຢູ່ນະຄອນຫລວງ​ມະນິລາ ບ່ອນ​ທີ່​ທ່ານ Jessie
Delloso ຫົວໜ້າ​ເສນາ​ທິການ​ກອງທັບຂອງຟິລິບ​ປິນ ​ໄດ້ກ່າວ​ເຕືອນຢ່າງ​ຄຸມ​ເຄືອ ​ເຖິງ
ໄພ​ຂົ່ມຂູ່ຈາກບັນຫາ​ລະຫວ່າງ​ຊາດບາງ​ຢ່າງ.

ແຕ່​ທ່ານ Dellosa ບໍ່​ໄດ້ລະບຸໄພ​ຂົ່ມຂູ່ໃດນຶ່ງ​ໂດຍ​ສະ​ເພາະ​ ​ແຕ່​ເມື່ອ​ອາ ທິດ​ຜ່ານ​ມາ​ນີ້
ກໍ່າ​ປັ່ນ​ຫລາຍ​ລໍາ​ຂອງ​ຈີນ​ໄດ້ເຂົ້າ​ໄປສະກັດ​ກັ້ນ​ກໍ່າປັ່ນ​ລົບ ຂອງ​ຟິລິບ​ປິນ ບໍ່​ໃຫ້​ຈັບ​ກຸມ
ພວກ​ລູກ​ເຮືອ​ຂອງ​ເຮືອຫາ​ປາຫລາຍ​ລໍາ​ຂອງ​ຈີນ ໃນ​ເຂດ​ທະ​ເລ​ຈີນ​ໃຕ້.

ຟິລິບ​ປິນ ​ໄດ້​ກ່າວ​ຫາ​ວ່າ ​ເຮືອ​ຈີນ ທໍາ​ການ​ຫາ​ປາ​ຢ່າງ​ຜິດກົດໝາຍ​ໃນ​ນ່ານນໍ້າຂອງ
ຟິລິບ​ປິນ ​ແຕ່​ ພວກ​ຊາວ​ປະ​ມົງຂີນ ກໍສາມາດ​ກັບ​ຕ່າ​ວຄືນ ​ບ້າ​ພ້ອມ​ກັບ​ກຸ້ງ​ປາ​ທີ່​ຕຶກ​ໄດ້ນັ້.

ການ​ຊ້ອມ​ລົບ​ກັນຄັ້ງ​ລ່າ​ສຸດ​ລະຫວ່າງ​ສະຫະລັດ​ແລະ​ຟິລິບ​ປິນ​ນີ້ ແມ່ນ​ພົວ ພັນ​ກັບພົນ
ທະຫານຈາກ​ທັງ​ສອງ​ຝ່າຍ ຫລາຍ​ກວ່າ 6,000 ຄົນ ທີ່​ຈະ​ສຸມ​ໃສ່​ການປະຕິບັດງານ​ຮັບ​
ມື​ກັບ​ໄພພິບັດ ​ແລະຊ່ວຍ​ເຫລືອ​ດ້ານມະນຸດສະ​ທໍາ ​ແລະ​ນອກ​ນີ້​ແລ້ວ ຍັງ​ຈະ​ມີ​ການຊ້ອມ
ລົບ​ກັນໃນ​ທະ​ເລ​ນໍາ. ການ​ຊ້ອມ​ລົບ​ສ່ວນ​ນຶ່ງ​ຈະ​ມີ​ຂຶ້ນຢູ່ໃກ້ເກາະ Palawan ທາງ​ພາກ​
ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຟິລິບ​ປິນ ທີ່ຫັນ​ໜ້າ​ໃສ່ເຂດ​ທະ​ເລ​ຈີນ​ໃຕ້​ທີ່​ເປັນ​ຂໍ້​ຍັດ​ແຍ້​ງກັນ​ນັ້ນ.

ເຖິງ​ແມ່ນ​ຈະມີ​ການຈຶ້ງ​ທ່າໃສ່​ກັນ​ເມື່ອ​ບໍ່​ນານ​ມາ​ນີ້​ກໍ​ຕາມ ທ່ານນາຍ​ພົນ​ຈັດຕະວາ
Frederick Padilla ຈາກ​ກອງທັບ​ສະຫະລັດ ກໍເນັ້ນ​ຍໍ້າວ່າ ການ​ຊ້ອມ​ລົບ​ຄັ້ງ​ນີ້ ບໍ່​ໄດ້​ແນ​
ເປົ້າໝາຍ​ໃສ່ປະ​ເທດ​ໃດ​ນຶ່ງ​ໂດຍ​ສະ​ເພາະແຕ່​ຢ່າງ​ໃດ​ເລີຍ.