ຟີລິບປິນ ພິຈາລະນາ ຂໍ້ສະເໜີການຮ່ວມມື ທາງທະຫານກັບສະຫະລັດ

  • ໄພສານ ວໍຣະຈັກ

ທະຫານມາຣີນສະຫະລັດ ຈາກເກາະໂອກີນາວາ ຍີ່ປຸ່ນ (ຊ້າຍ) ແລະທະຫານຟີລິບປິນທີ່ເຂົ້າຮ່ວມໃນການຊ້ອມ ລົບຍົກພົນຂຶ້ນບົກທີ່ເມືອງ San Antonio ໃນແຂວງ Zambales ທາງກໍ້າຕາເວັນຕົກສຽງເໜືອຂອງນະຄອນ ຫຼວງມະນີລາ (23 ຕຸລາ 2010)

ຟີ​ລິບ​ປິນກ່າວ​ວ່າ ຕົນ​ກຳລັງ​ພິຈາລະນາ​ເບິ່ງ​ຂໍ້​ສະ​ເໜີ​ຂອງ​ສະຫະລັດ ທີ່​ຈະ​ສົ່ງ​ເຮືອບິນ​ສັງ​ເກດ​
ການ ບິນ​ປະຕິບັດ​ງານ​ຢູ່​ໃນ​ເຂດ​ແດນ​ຂອງ​ຟີລິບ​ປິນ ​ເພື່ອ​ເສີມຂະຫຍາຍ​ຄວາມ​ສາມາດ​ຂອງ​
ມະນີ​ລາ ​ໃນ​ການ​ລາ​ຕະ​ເວນ​ຢູ່​ຕາມ​ເຂດທີ່​ມີ​ການຂັດ​ແຍ້​ງ​ໃນ​ທະ​ເລ​ຈີນ​ໃຕ້.

ການ​ເອົາ​ທ່າ​ທີ​ດັ່ງກ່າວ ​ໄດ້​ມີ​ການ​ແຈ້ງ​ໃຫ້​ຊາບ​ໃນ​ມື້ວັນ​ສຸກ​ວານ​ນີ້ ​ໂດຍ​ລັດຖະມົນຕີ​ກະຊວງ​
ປ້ອງ​ກັນ​ປະ​ເທດ​ຂອງ​ຟີ​ລິບ​ປິນ ທ່ານ Voltair Gazmin.

ດັ່ງ​ດຽວ​ກັນ​ກັບປະ​ເທດ​ອື່ນໆ​ຢູ່​ໃນ​ຂົງ​ເຂດ ຟີ​ລິບ​ປິນ​ໄດ້​ອ້າງ​ກຳມະສິດ​ບາງ​ສ່ວນ​ຢູ່​ໃນ​ເຂດ​ທະ
ເລ​ຈີນ​ໃຕ້​ທີ່​ອຸດົມສົມບູນ​ໄປ​ດ້ວຍ​ຊັບພະຍາກອນ​ທຳ​ມະ​ຊາດ. ​ແຕ່​ຈີນ​ໄດ້​ຢືນຢັນ​ໜັກ​ຂຶ້ນນັບ​ມື້
ໃນ​ການ​ກົດ​ດັນ ​ກ່ຽວ​ກັບ​ການ​ອ້າງ​ກຳ​ມະ​ນິດ​ຂອງ​ຕົນທີ່​ນັ້ນ. ຟີ​ລິບ​ປິນ ພ້ອມ​ກັບ​ຫວຽດນາມ
ໄດ້​ກ່າວ​ຫາ​ປັກ​ກິ່ງ​ວ່າລົບ​ກວນ​ໃນ​ການດຳ​ເນີນ​ຄວາມ​ພະຍາຍາມ​ເພື່ອ​ສຳ​ຫຼວດຊອກ​ຫາ​ນໍ້າມັນ
ແລະ​ແກັສທຳ​ມະ​ຊາດ​ຂອງ​ຕົນ ຢູ່​ໃນ​ເຂດ​ດັ່ງກ່າວ.

ເຈົ້າໜ້າ​ທີ່​ສະຫະລັດ​ແລະ​ຟີ​ລິບ​ປິນ​ໄດ້​ພົບ​ປະກັນ​ທີ່​ກຸງ​ວໍ​ຊິງ​ຕັນ​ໃນ​ວັນ​ພະຫັດ​ແລ້ວແລະ​ມີ​ແຜນ
ການ​ທີ່​ຈະ​ທຳ​ການ​ເຈລະຈາ​ຕື່ມ​ອີກ​ໃນ​ເດືອນ​ມີນາ​ຈະ​ມານີ້.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ຟີ​ລິບ​ປິນທ່ານ Albert del Rosario ກ່າວ​ໃນ​ວັນ​ສຸກ​ວານ​ນີ້
ວ່າ ນອກ​ນັ້ນມະນີ​ລາ​ຍັງ​ຊອກ​ຫາ​ຊ່ອງ​ທາງ​ທີ່​ຈະ​ເພີ່ມ​ການ​ຊ້ອມ​ລົບທາງ​ທະຫານ​ຮ່ວມ​ກັນ​ກັບ
ວໍ​ຊິງຕັນ. ທ່ານ​ກ່າວ​ໃນ​ຖະ​ແຫຼງການ​ສະບັບ​ນຶ່ງວ່າ ມັນ​ເປັນ​ການ​ໄດ້​ປຽບ​ຢ່າງ​ຈະ​ແຈ້ງ​ຂອງ​ມະ
ນີ​ລາ ​ເພື່ອ​ເສີມ​ຂະຫຍາຍ​ການ​ເປັນ​ພັນ ທະ​ມິດ​ຢ່າງສຸດ​ຂີດ​ກັບ​ສະຫະລັດ.

ມີ​ກຳລັງ​ພິ​ເສດ​ຂອງ​ສະຫະລັດ​ປະມານ 600 ຄົນ​ປະຈຳການ​ຢູ່ທີ່​ຟີ​ລິບ​ປິນ​ໃນ​ເວລາ​ນີ້​ເພື່ອ​ໃຫ້​
ຄຳ​ແນະນຳ​ແກ່​ກຳລັງ​ທ້ອງ​ຖິ່ນ​ຂອງ​ຟີ​ລິບປິນໃນ​ການ​ຕໍ່ສູ້​ກັບພວກ​ຫົວ​ຮຸນ​ແຮງທີ່​ເປັນ​ເຄືອ​ຂ່າຍ
ຂອງ​ກຸ່ມ​ກໍ​ການ​ຮ້າຍ​ອາລກາຍ​ດາ.