ສຫລ ຈ່າຍເງິນ 400 ລ້ານໂດລາ ໃຫ້ອີຣ່ານ ເພື່ອຄ້ຳປະກັນ ການປ່ອຍໂຕ ພວກນັກໂທດ

ລັດຖະມົນຕີຕ່າງປະເທດ ທ່ານ John Kerry ສົນທະນາກັບ ລັດຖະມົນຕ່າງປະເທດ ອີຣ່ານ ທ່ານ Mohammad Javad Zarif ທີ່ນະຄອນ Vienna.

ເປັນ​ເທື່ອ​ທຳ​ອິດ​ທີ່​ລັດຖະບານ ທ່ານ Obama ​ໃນ​ວັນ​ພະຫັດວ່າ​ນນີ້ ​ໄດ້​ກ່າວ​ຢ່າງ​ແຈ້ງ ຂາວ ​ແລະ​ຢ່າງ​ເປັນ​ການ​ເປີດ​ເຜີຍ​ວ່າ ການ​ຈ່າຍ​ເງິນສົດ 400 ລ້ານ​ໂດ​ລາ​ໃຫ້​ແກ່ອີ​ຣ່ານ ນັ້ນ ​ໄດ້ຖືກໃຊ້​ເປັນການຕໍ່​ລອງ​ ເພື່ອ​ຄໍ້າ​ປະ​ກັນ ​ໃຫ້​ມີ​ການ​ປ່ອຍ​ໂຕ​ພວກ​ນັກ​ໂທດ​ອາ​ເມຣິ ກັນກຸ່ມ​ນຶ່ງທີ່​ຖືກ​ກັກ​ຂັງໂດຍເຕຫະຣ່ານ.

​ໃນ​ຕົ້ນ​ເດືອນ​ນີ້ ປະທານາທິບໍດີ Barack Obama ​ໄດ້​ປະຕິ​ເສດວ່າ ການຈ່າ​ຍ ເງິນໃຫ້​ແກ່​ອີຣ່ານ ​ໃນ​ວັນ​ດຽວ​ກັນ​ກັບ​ການ​ປ່ອຍ​ໂຕ​ປະກັນ​ ​ເປັນ “ການ​ຕົກລົງ​ທີ່​ບໍ່​ດີ​ໃນ​ຮູບ​ໃດ​ຮູບ​ນຶ່ງ” ​ໂດຍ​ຊີ້​ໃຫ້​ເຫັນ​ວ່າ ການແລກ​ປ່ຽນ​ໄດ້​ປະກາດ​ໃຫ້​ຊາບໃນ​ເດືອນ​ມັງກອນ ນຶ່ງ​ມື້​ຫລັງ​ຈາກ​ການຈັດຕັ້ງ​ປະຕິບັດ​ຂໍ້ຕົກລົງ​ນິວ​ເຄລຍລະ​ຫວ່າງ ສະຫະລັດ ກັບເຕຫະຣ່ານ.

​ໃນ​ວັນ​ພະຫັດ​ວານ​ນີ້ ​ໂຄສົກະຊວງ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kirby ​ໄດ້​ກ່າວ​ຊໍ້າອີກ​ເຖິງ​ທ່າ​ທີ​ຂອງ​ລັດຖະບານ​ວ່າ ການ​ເຈລະຈາເພື່ອ​ສົ່ງເງິນ​ອີຣ່ານ ຄືນ ຊຶ່ງ​ເປັນຜົນ​ມາ​ຈາກ​ຂໍ້​ຕົກລົງ​ຂາຍ​ອາວຸດ​ ໃນ​ຊຸມ​ປີ 1970 ທີ່​ໄດ້​ມີ​ການ​ຍົກ​ເລີກ​ໃຫ້​ແກ່ພະເຈົ້າ shah ທີ່
ສະຫະລັດ​ໜຸນ​ຫລັງ ຊຶ່ງ​ໄດ້ມີ​ຂຶ້ນ​ຕ່າງຫາກ ຈາກ​ການ​ເຈລະຈາ​ ​ປ່ອຍ​ຊາວອາ​ເມຣິກັນ​ ຢູ່​ໃນ​ອີຣ່ານ.

ທ່ານ Kirby ກ່າວ​ຕໍ່​ບັນດາ​ນັກ​ຂ່າວ ​ໂດຍ​ອ້າງ​ເຖິງ​ການ​ບໍ່​ໄວ້​ໃຈ​ການ​ເປັນ​ເວລາ​ຫລາ​ຍປີລະຫວ່າງ​ສອງ​ປະ​ເທດວ່າ “ພວກ​ເຮົາ​ໄດ້​ມີ​ຄວາມ​ເປັນ​ຫ່ວງ​ວ່າ​ ອີຣ່ານ ອາດບໍ່​ເຮັດ​ຕາມ​ສັນຍາ​ການ​ປ່ອຍ​ໂຕ​ນັກ​ໂທດ. ​ເປັນ​ທີ່​ແຈ້ງ​ຂາວແລ້ວວ່າ ​ເວລາ​ທ່ານ​ຢູ່​ໃນ​ລະຍະ 24 ຊົ່ວ​ໂມງ ​ແລະ​ບັດ​ນີ້​ທ່ານ​ມີ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ການ ​ເກ​ມ​ຂັ້ນສຸດ​ທ້າຍໃນ​ກາ​ນນຳ​ເອົາ​ຊາວ​ອາ​ເມຣິກັນ​ອອກ​ມາ ມັນ​ອາດ​ຈະ​ເປັນ​ການ​ໂງ່​ຈ້າ ​ແລະບໍ່​ລອບ​ຄອບ ບໍ່ມີ​ຄວາມ​ຮັບຜິດ​ຊອບ ສຳລັບ​ພວກ​ເຮົາ​ທີ່​ບໍ່​ພະຍາຍາ​ມ ຮັກສາ​ອິດ​ທິພົນ​ໃນ​ການ​ຕໍ່​ລອງ​ໄວ້​ຢ່າງເຕັມທີ່.

ທ່ານ​ກ່າວ​ເພີ້​ມອີກ​ວ່າ “ຖ້າ​ຫາກ​ທ່ານ ຖາມ​ຂ້າພະ​ເຈົ້າ​ວ່າ ​ໄດ້​ມີ​ການຕິດ​ຕໍ່​ກ່ຽວ​ກັບ​ເລື້ອງ ດັ່ງກ່າວ ຂອງເກ​ມຂັ້ນສຸດ​ທ້າຍ ຂ້າພະ​ເຈົ້າ​ຈະ​ບໍ່​ປະຕິ​ເສດ​ເລື້ອງ​ນີ້.”

Your browser doesn’t support HTML5

Obama on Iran Payment

ບັນດາ​ນັກ​ໂທດ​ມີ ຫົວໜ້າ​ໜັງ​ສື​ພິມ Washington Post ປະຈຳ​ຫ້ອງການ ທີ່ອີຣ່ານ ທ່ານ Jason Resaian ອະດີດ​ທະຫານມາຣິນ ທ່ານ Amir Hekamti ນັກ​ສອນ​ສາສະໜາ ຄຣິສຕຽນ ທ່ານ Saeed Abedin ​ແລະ​ຜູ້​ຊາຍ​ຄົນ​ທີ​ສີ່ ທ່ານ Nosratollah Khosravi-Roodsari ​ທີ່​ໄດ້​ຫາຍ​ສາບ​ສູນ​ໄປທີ່​ບໍ່​ໄດ້​ກ່າວ​ເຖິງ​ຢ່າງ​ເປີດ​ເຜີຍ ກ່ອນ​ລາວ​ໄດ້​ຖືກ​ປ່ອ​ຍ​ໂຕ.

ການ​ສົ່ງ​ເງິນສົດ ​ແລະ​ປ່ອຍ​ໂຕ​ພວກນັກ​ໂທດ ​ພ້ອມໆ​ກັນ​ໃນ​ວັນ​ທີ 17 ​ເດືອນ​ມັງກອນ ຊຶ່ງ ມີ​ຂຶ້ນ​ໃນ​ເວລາ​ດຽວ​ກັນ​ທີ່​ຂໍ້​ຕົກລົງ​ກັບ​ອີຣ່ານ ​ແລະ​ອີກ​ຫ້າ​ປະ​ເທດ​ມະຫາ​ອຳນາດ ທີ່​ຢັບຢັ້ງ ບໍ່​ໃຫ້​ເຕຫະຣ່ານພັດ​ທະນາ​ອາວຸດ​ນິວ​ເຄລຍ ພ້ອມ​ດ້ວຍ​ຍົກ​ເລີກການ​ລົງ​ໂທດ​ ທີ່​ໄດ້​ສ້າ​ງຄວາມ​ເສຍ​ຫາຍ​ແກ່​ເສດຖະກິດ​ອີ​ຣ່ານ.

Your browser doesn’t support HTML5

Iran Cash Payment

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ