ປາກິສຖານປະຕິເສດ ກ່ຽວກັບ ການສັງຫານນັກຂ່າວ

  • ໄພສານ ວໍຣະຈັກ

ປະທານາທິບໍດີໂອບາມາ ແລະຮອງປະທານາທິບໍດີໂຈ ໄບເດັນ ພົບປະທີ່ທຳນຽບຂາວກັບ (ນັບຕາມເຂັມໂມງ ແຕ່ປະທານາທິບໍດີ) ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ Leon Panetta, ພົນໂທ John Allen, ທີ່ປຶກສາຄວາມໝັ້ນຄົງແຫ່ງຊາດ ທ່ານ Tom Donilon, ປະທານເສນາທິການຮ່ວມ ຂອງກອງທັບສະຫະລັດ ພົນເຮືອເອ

ນາຍທະຫານອະວຸໂສຂອງສະຫະລັດ ກ່າວວ່າ ເປັນທີ່ປາກົດວ່າບາງກຸ່ມໃນລັດຖະບານປາ
ກິສຖານ ໄດ້ໃຫ້ການສະໜັບສະໜຸນຕໍ່ການສັງຫານນັກຂ່າວຄົນນຶ່ງໃນທ້າຍເດືອນພຶດສະ
ພາຜ່ານມາ ແຕ່ທ່ານບໍ່ສາມາດເວົ້າໄດ້ວ່າການເສຍຊີວິດທີ່ວ່ານີ້ມີການພົວພັນກັບໜ່ວຍສືບ
ລັບຂອງປາກິສຖານຫຼືບໍ່.

ພົນເຮືອເອກ Mike Mullen ປະທານເສນາທິການຮ່ວມ ຂອງກອງທັບສະຫະລັດ ກ່າວວ່າ
ທ່ານບໍ່ໄດ້ເຫັນຫຍັງທີ່ຈະຄັດຄ້ານກ່ຽວກັບລາຍງານຂ່າວທີ່ວ່າອິສ ລາມາບັດໄດ້ໃຫ້ການອະ
ນຸມັດຕໍ່ການທຸບຕີນາຍ Saleem Shahzad ນັກຂ່າວປາກິສຖານນັ້ນ.

ໂຄສົກລັດຖະບານປາກິສຖານ ທີ່ບໍ່ໄດ້ລະບຸຊື່ຄົນນຶ່ງ ກ່າວຕໍ່ສະມາຄົມການຂ່າວປາກິສຖານ ທີ່ຄວບຄຸມໂດຍລັດຖະບານວ່າ ການໃຫ້ທັດສະນະຄວາມເຫັນດັ່ງກ່າວ ຂອງພົນເຮືອເອກ
Mullen ແມ່ນຂາດຄວາມຮັບຜິດຊອບທີ່ສຸດ. ໂຄສົກເວົ້າວ່າປາກິສຖານໄດ້ຈັດຕັ້ງຄະນະອິດ
ສະຫຼະຂຶ້ນມາເພື່ອສືບສວນເບິ່ງການເສຍຊີວິດຂອງນາຍ Shahzad .

ອົງການສືບລັບ ທີ່ມີອິດທິພົນຂອງປາກິສຖານ ບໍ່ໄດ້ໃຫ້ຄວາມສຳຄັນຕໍ່ການກ່າວຫາທີ່ວ່າ
ທາງໜ່ວຍສືບລັບ ມີການພົວພັນນຳນັ້ນ ເປັນເລື່ອງທີ່ບໍ່ມີມູນຄວາມຈິງ.

ນາຍ Shahzad ທີ່ເຮັດວຽກໃຫ້ແກ່ໜັງສືພິມທາງອິນເຕີແນັດ Asia Times ທີ່ມີສຳນັກ
ງານຢູ່ຮົງກົງນັ້ນ ໄດ້ຫາຍສາບສູນໄປຈາກນະຄອນອິສລາມາບັດ ໃນວັນທີ 29 ພຶດສະພາ
ຜ່ານມາ. ສົບຂອງລາວໄດ້ຖືກພົບເຫັນທີ່ຄອງນໍ້າແຫ່ງນຶ່ງສອງມື້ຕໍ່ມາຊຶ່ງມີຮ່ອງຮອຍຂອງ
ການຖືກທໍລະມານ.

ກ່ອນເສຍຊີວິດນັ້ນ ນາຍ Shahzad ພວມດຳເນີນການສືບສວນກ່ຽວກັບຄວາມ ສຳພັນ ລະຫວ່າງກອງທັບປາກິສຖານ ແລະພວກຫົວຮຸນແຮງ ຕາມທີ່ໄດ້ມີການ ກ່າວຫາກັນນັ້ນ.
ລາວລາຍງານວ່າ ພວກຫົວຮຸນແຮງອາລກາຍດາໄດ້ໂຈມຕີຄ້າຍທະຫານເຮືອແຫ່ງນຶ່ງຂອງ
ປາກິສຖານ ຫຼັງຈາກການເຈລະຈາເພື່ອໃຫ້ປ່ອຍໂຕທະຫານເຮືອ 2 ຄົນທີ່ຖືກຈັບໃນຖານ
ສົງໄສ ມີຄວາມສຳພັນກັບຕາໜ່າງກໍ່ການຮ້າຍຂ້າມຊາດນັ້ນ ປະສົບກັບຄວາມລົ້ມແຫຼວ.

ພົນເຮືອເອກ Mullen ຮັບຮູ້ວ່າຄວາມສຳພັນລະຫວ່າງສະຫະລັດກັບປາກິສຖານແມ່ນກຳ
ລັງໄດ້ຮັບຄວາມກົດດັນເປັນພິເສດ.

ທ່ານເວົ້າວ່າ ຄວາມສຳພັນທີ່ອ່ອນແອຢູ່ແລ້ວ ຂອງອິສລາມາບັດ ກັບວໍຊິງຕັນ ແມ່ນໄດ້ມີ
ຄວາມເຄັ່ງຕຶງເປັນພິເສດເວລາກຳລັງພິເສດຂອງສະຫະລັດໄດ້ສັງຫານຜູ້ນຳກຸ່ມກໍ່ການຮ້າຍ
ອາລກາຍດານາຍ Osama bin-Laden ໃນການບຸກເຂົ້າໄປໂຈມຕີທີ່ເຮືອນຜູ້ກ່ຽວໃນປາ
ກິສຖານເມື່ອເດືອນພຶດສະພາຜ່ານມາ.