ກອງທັບປາກິສຖານ ເຕືອນສະຫະລັດ (ເບິ່ງຮູບສະລາຍດ໌)

  • ໄພສານ ວໍຣະຈັກ

ລັດຖະມົນຕີການຕ່າງປະເທດປາກິສຖານ ທ່ານ Salman Bashir

ກອງທັບປາກິສຖານເຕືອນໃນວັນພະຫັດວານນີ້ວ່າ ຕົນຈະ
ທົບທວນເບິ່ງການຮ່ວມມືທາງທະຫານແລະທາງສືບລັບກັບ
ວໍຊິງຕັນຖ້າສະຫະລັດຫາກຍັງສືບຕໍ່ທຳການໂຈມຕີຢູ່ໃນ
ດິນແດນປາກິສຖານ.

ຖະແຫຼງການດັ່ງກ່າວແມ່ນສະບັບທຳອິດທີ່ອອກໂດຍກອງ
ທັບປາກິສຖານນັບແຕ່ໜ່ວຍກ້າຕາຍຂອງສະຫະລັດໄດ້
ບຸກເຂົ້າໄປສັງຫານຫົວໜ້າກຸ່ມກໍ່ການຮ້າຍອາລກາຍດາ
ນາຍ Osama bin Laden ໃນຕອນເຊົ້າຂອງມື້ວັນຈັນ
ແລ້ວ. ຖະແຫຼງການເວົ້າວ່າ ເຈົ້າໜ້າທີ່ທະຫານສະຫະລັດ
ໃນປາກິສຖານຈະຖືກຕັດລົງໃຫ້ເຫຼືອໃນລະດັບໜ້ອຍທີ່ສຸດ
ເທົ່າທີ່ເປັນໄປໄດ້. ແຕ່ໃນຂະນະດຽວກັນກໍຍອມຮັບວ່າໄດ້
ມີການຂາດຕົກບົກຜ່ອງໃນການດຳເນີນຄວາມພະຍາຍາມ
ຂອງປາກິສຖານເພື່ອຊອກຫາໂຕນາຍ bin Laden.

ບໍ່ເທົ່າໃດຊົ່ວໂມງກ່ອນໜ້ານັ້ນລັດຖະມົນຕີກະຊວງການຕ່າງປະເທດປາກິສຖານທ່ານ Sal-
man Bashir ໄດ້ກ່າວຫາສະຫະລັດວ່າໄດ້ລ່ວງລະເມີດຕໍ່ອະທິປະໄຕຂອງປາກິສຖານໂດຍ
ທຳການໂຈມຕີທີ່ບໍ່ໄດ້ແຈ້ງໃຫ້ອິສລາມາບັດຮູ້ຫຼືໃຫ້ການອະນຸມັດ.

ທ່ານໄດ້ເຕືອນເຖິງຜົນຮ້າຍແຮງທີ່ຕິດຕາມມາ ຕໍ່ປະເທດໃດກໍຕາມທີ່ທຳການປະຕິບັດງານ
ທາງທະຫານ ໂດຍບໍ່ໄດ້ຮັບອະນຸຍາດຢູ່ໃນດິນແດນປາກິສຖານ ໂດຍເວົ້າວ່າ ກຳລັງຮັກ
ສາຄວາມສະຫງົບຂອງປາກິສຖານໃຊ້ສິດທິອັນສັກສິດຂອງເຂົາເຈົ້າປົກປ້ອງປະເທດຊາດ.

ເຈົ້າໜ້າທີ່ສະຫະລັດກ່າວວ່າ ຕົນບໍ່ໄດ້ແຈ້ງໃຫ້ປາກິສຖານຊາບລ່ວງໜ້າ ຕໍ່ການບຸກເຂົ້າໄປ
ຈັບທີ່ເມືອງ Abbottabad ຍ້ອນມີຄວາມວິຕົກກັງວົນວ່າ ຜູ້ໃດຜູ້ນຶ່ງ ໃນການຈັດຕັ້ງຂອງ
ປາກິສຖານອາດຈະແຈ້ງໃຫ້ນາຍ bin Laden ຊາບຊຶ່ງຈະອຳນວຍໃຫ້ຜູ້ກ່ຽວຫຼົບໜີໄປໄດ້.

ທ່ານ Bashir ໄດ້ປະຕິເສດຕໍ່ການກ່າວຫາທີ່ວ່າເຈົ້າໜ້າທີ່ໃນໜ່ວຍສືບລັບປາກິສຖານບໍ່ມີ
ຄວາມສາມາດຫຼືສົມຮູ້ຮ່ວມຄິດກັບກຸ່ມກໍ່ການຮ້າຍອາລກາຍດາແລະເວົ້າວ່າ ປະວັດໃນການ
ຕໍ່ຕ້ານພວກກໍ່ການຮ້າຍຂອງປາກິສຖານແມ່ນບໍ່ມີໃຜທໍ່ທຽມ.

ເບິ່ງຮູບສະລາຍດ໌ກ່ຽວກັບການປະທ້ວງຕໍ່ຕ້ານສະຫະລັດ ເລື້ອງບິນລາດິນ ຢູ່ປາກິສຖານ.