ສຫລ ສັ່ງໃຫ້ ຍົກຍ້າຍ ຄອບຄົວ ເຈົ້າໜ້າທີ່ ອອກຈາກ ສປ ຄອງໂກ

ພວກປະທ້ວງ ເຕົ້າໂຮມກັນຢູ່ຕໍ່ໜ້າລົດ ທີ່ຖືກຈູດ ໃນລະຫວ່າງການໂຮມຊຸມນຸມຂອງພວກຝ່າຍຄ້ານ ທີ່ນະຄອນ Kinshasa ສປ ຄອງໂກ. (19 ກັນຍາ 2016)

ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ໄດ້​ອອກ​ຄຳ​ເຕືອນ​ກ່ຽວ​ກັບ​ການ​ເດີນທາງ​ໄປ​ຍັງ​ສາ ທາລະນະ​ລັດ​ປະຊາທິປະ​ໄຕ​ຄອງ​ໂກ​ແລະ​ໄດ້​ມີ​ຄຳ​ສັ່ງ​ໃຫ້​ບັນດາ​ຄອບຄົວຂອງ​ພວກ​ເຈົ້າ ໜ້າ​ທີ່​ລັດຖະບານ ທີ່​ປະຈຳການ​ຢູ່​ທີ່​ນັ້ນ ​ໃຫ້​ພາກັນຍົກຍ້າຍ​ອອກ​ຈາກ​ປະເທດ​ດັ່ງກ່າວ.

ຄຳ​ເຕືອນ​ ກ່ຽວ​ກັບ​ການ​ເດີນທາງ ເວົ້າວ່າ “ມີຄວາມ​ເປັນ​ໄປໄດ້ສູງ ໃນ​ການ​ທີ່​ຈະ​ເກີດ​ຄວາມ​ວຸ້ນວາຍຂຶ້ນຢູ່​ໃນ​ຫຼາຍໆ​ເຂດຂອງ​ນະຄອນ Kinshasa ​ແລະເມືອງສຳຄັນ​ອື່ນໆ. Kinshasa​ ​ແມ່ນ​ນະຄອນຫຼວງຂອງ​ຄອງ​ໂກ.

ຄຳ​ເຕືອນ​ເວົ້າວ່າ “ອັນ​ເປັນ​ຜົນ​ເນື່ອງ​ມາ​ຈາກ​ສ​ະຖານະ​ການທີ່​ຊຸດໂຊມ​ລົງ ສະມາຊິກ​ໃນ​ຄອບ​ຄົວ​ຂອງ​ເຈົ້າໜ້າທີ່​ລັດຖະບານສະຫະລັດ ຈຶ່ງ​ໄດ້​ຮັບ​ຄຳ​ສັ່ງ ​ໃຫ້​ເດີນທາງ​ອອກ​ຈາກ​ປະ​ເທດດັ່ງກ່າວ​ເລີ້ມ​ແຕ່​ວັນ​ທີ 29 ກັນຍາ​ນີ້. ການ​ເດີນທາງ​ສ່ວນ​ໃຫຍ່ຂອງ​ພວກ​ເຈົ້າໜ້າ ​ທີ່​ສະຫະລັດ​ ໄປ​ຍັງ​ສາທາລະນະ​ລັດ​ປະຊາທິປະ​ໄຕ​ຄອງ​ໂກ ​ແມ່ນ​ໄດ້​ຍຸຕິ​ລົງ​ແລ້ວ.”

ການ​ປະ​ທະ​ກັນ​ຢ່າງ​ຮ້າຍ​ແຮງ​ ໄດ້​ລະ​ເບີດ​ຂຶ້ນຢູ່​ໃນ​ປະ​ເທດ​ ຍ້ອນ​ການ​ກຳ​ຕຳ​ແໜ່​ງຂອງ​ປະທານາທິບໍດີ Joseph Kabila. ມື້ສຸດ​ທ້າຍ​ໃນ​ຕຳ​ແໜ່​ງຂອງ​ທ່ານ​ຄວນຈະແມ່ນ​ວັນ​ທີ 19 ທັນວາ. ທ່ານ​ໄດ້​ປົກຄອງ​ປະ​ເທດ​ມາ​ແລ້ວ​ສອງ​ສະ​ໄໝ​ເລີ້ມ​ແຕ່​ປີ 2001. ລັດຖະທຳ​ມະນູນ​ໄດ້​ຫ້າມ​ບໍ່​ໃຫ້​ທ່ານ​ເຂົ້ຮັບ​ຕຳ​ແໜ່​ງ​ເປັນ​ສະ​ໄໝ​ທີສາມ​. ​ແຕ່​ແນວ​ໃດ​ກໍ​ຕາມຄະນະ​ກຳມາ​ທິການ​ເລືອກ​ຕັ້ງຂອງ​ປະ​ເທດ​ດັ່ງກ່າວ​ເວົ້າວ່າ ຕົນ​ບໍ່ສາມາດ​ຈັດການ​ເລືອກ​ຕັ້ງ​ໄດ້​ຈົນ​ເທົ່າ​ປີ 2018.

ທ່ານ Kabila ບໍ່​ໄດ້​ຖະ​ແຫຼງ ຢ່າງ​ເປັນ​ທາງ​ການ​ເທື່ອ​ວ່າ ທ່ານ​ຈະ​ດຳ​ເນີນ​ການແບບ​ໃດ. ພວກ​ຕ້ອງ​ຕິ​ກ່າວ​ວ່າ ທ່ານ​ກຳລັງ​ຫາ​ທາງ​ແກ່ຍາວ​ ການ​ກຳ​ອຳນາດ​ຂອງ​ທ່ານ ອອກ​ໄປ ​ຕື່ມອີກ.

ການ​ປະ​ທ້ວງ​ຢ່າງ​ຮຸນ​ແຮງ ກ່ຽວ​ກັບ​ການ​ເລື່ອນເວລາ ​ໃນ​ການ​ເລືອກ​ຕັ້ງ ພາ​ໃຫ້​ເກີດ​ມີ ຄວາມ​ຢ້ານ​ກົວ​ວ່າ ປະ​ເທດ​ດັ່ງກ່າວ​ອາດ​ຈະ​ກາຍ​ເປັນ​ອີກ​ປະ​ເທດ​ນຶ່ງ​ທີ່ໄດ້​ເກີດຄວາມ ວຸ້ນວາ​ຍ​ແລະ​ວິ​ກິດ​ການ​ທາງ​ດ້ານ​ການ​ເມື​ອງທີ່​ຮຸນ​ແຮງ. ພວກ​ນັກ​ການທູດ​ກ່າວ​ວ່າບັນ ດາປະ​ເທດ​ເພື່ອນ​ບ້ານ​ຈຳ​ເປັນ​ຕ້ອງ​ໄດ້ເພີ້ມການ​ດຳ​ເນີນ​ຄວາມພະຍາຍາມ​ແລະ​ຊຸກຍູ້​ ໃຫ້ມີີ​ການ​ເຈລະຈາ​ກັນ ​ເພື່ອເຮັດ​ໃຫ້​ສະພາບ​ການ​ບໍ່​ໄປ​ບໍ່ມາ​ດັ່ງກ່າວ​ນີ້ຍຸຕິ​ລົງ.

ບັນດາ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ​ ກ່າວ​ວ່າ ລັດຖະບານ​ສາທາລະນະ​ລັດ​ປະຊາທິປະ​ໄຕ​ ຄອງ​ໂກ ​ໄດ້​ທຳ​ການ​ປາບ​ປາມ​ພວກ​ຄັດຄ້ານ ​ໂດຍ​ທຳ​ການຈຳ​ຄຸກ​ພວກນັກ​ເຄື່ອນ​ໄຫວ ​ແລະ​ປາບ​ປາມ​ການ​ປະ​ທ້ວງ​ດ້ວຍການ​ໃຊ້​ຄວາມ​ຮຸນ​ແຮງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ