ສະຫະລັດຈະເຈລະຈາ ກັບອີຣ່ານ ຖ້າອີຣ່ານຈິງໃຈ

ພາບຈາກດາວທຽມສະແດງໃຫ້ເຫັນ ການກໍ່ສ້າງໂຮງງານນິວເຄລຍແຫ່ງນຶ່ງຂອງອີຣ່ານ ຢູ່ໃນພູໜ່ວຍນຶ່ງ ຫ່າງຈາກເມືອງ Qom ໄປທາງທິດຕາເວັນອອກສຽງເໜືອ ປະທານ 32 ຫລັກ, ວັນທີ 26 ກັນຍາ 2009.

ສະຫະລັດ​ກ່າວ​ວ່າ ຕົນ​ຈະເປີດການ​ເຈ​ລະ​ຈາຄືນ​ໃໝ່ກັບອີຣ່ານ ກ່ຽວກັບ​ໂຄງການນີວ
ເຄລຍ ທີ່​ເປັນ​ບັນຫາ​ຖົກ​ຖຽງ​ໂຕ້​ແຍ້​ງກັນນັ້ນ ຖ້າວ່າ​ເຕຫະຣ່ານຫາກ​ມີ​ຄວາມ​ຈິງ​ໃຈແທ້
ກ່ຽວ​ກັບການ​ເຈລະຈາແບບ​ເປີດ​ເຜີຍ.

ໂຄສົກ​ກະ​ຊວງ​ການ​ຕ່າງປະ​ເທດສະຫະລັດ ທ່ານ​ນາງ Victoria Nuland ກ່າວໃນວັນ
ມື້​ພຸດວ່າ ​ມັນ​ຂື້ນ​ກັບອີຣ່ານ ທີ່ຈະ​ກັບ​ຄືນ​ເຂົ້າຮ່ວມ​ການເຈລະຈາກັບຫ້າປະ​ເທດສະມາ
​ຊິກຖາວອນ​ຂອງ​ສະພາຄວາ​ມໝັ້ນຄົງອົງການສະຫະ​ປະ​ຊາ​ຊາດແລະ​ເຢຍຣະ​ມັນ ຊຶ່ງ
​ເປັນ​ກຸ່ມທີ່​ຮ້ອງ​ກັນ​ວ່າ P5+1. ຄະນະດັ່ງ​ກ່າວ​ໄດ້​ພົບ​ພໍ້​ກັນເທື່ອ​ຫຼັງສຸດໃນ​ປີ​ແລ້ວ​ນີ້.

ນັກ​ການ​ເມືອງຄົນ​ນື່ງຂອງອີຣ່ານກ່າວ​ວ່າ ປະທານາທິບໍດີສະຫະຣັດ ທ່ານບາຣັກ ​
ໂອ​ບາ​ມາ ​ໄດ້​ສົ່ງ​ສານ​ໄປ​ຫາ ອີຣ່ານ ຮ້ອງ​ຂໍ​ໃຫ້​ມີ​ການ​ເຈລະຈາ​ໂດຍ​ຕົງ.

ແຕ່​ວ່າລັດ​ຖະ​ບານທ່ານໂອ​ບາ​ມາ ບໍ່ໄດ້​ໃຫ້ການ​ຢຶຶນຢັນ​ກ່ຽວ​ກັບ​ການຕິ​ດຕໍ່​ດັ່ງ​ກ່າວນີ້.

ໂຄສົກ​ທໍານຽບຂາວ ທ່ານ Jay Carney ​ກ່າວໃນມື້​ວັນ​ພຸດ​ວ່າ ​ການ​ຕິດ​ຕໍ່​ໃດໆກໍ​ຕາມ
​ທີ່​ໄດ້​ມີ​ຂຶ້ນຫຼືອາດມີ​ຂຶ້ນ ​ແມ່ນ​ຄື​ກັນ​ ບໍ່​ວ່າ​ໃນ​ທາງ​ສ່ວນ​ຕົວຫຼື​ເປີດ​ເຜີຍ​ກໍ​ດີ​ ແລະ​ເສັ້ນທາງ​
ໃນ​ຂັ້ນຕໍ່​ໄປ ກໍ​ຄືຜ່ານ​ການ​ເຈລະຈາຫຼາຍຝ່າຍ.