ບີພີເລີ່ມທໍາການທົດສອບຝາອັດໃໝ່

  • ໄພສານ ວໍຣະຈັກ

ບໍລິສັດນໍ້າມັນບີພີ ກ່າວວ່າ ຕົນກຳລັງ ພະຍາຍາມ ຫາທາງອຸດຕັນ ບ່ອນນໍ້າມັນຮົ່ວ ໃນບໍລິເວນທໍ່ ທີ່ເນັ່ງໄປຫາ ບ່ອນປິດ ຂອງຝາອັດໃໝ່ ທີ່ແນໃສ່ ເພື່ອສະກັດກັ້ນ ການຮົ່ວໄຫຼ ຂອງນໍ້າມັນ ໃນບໍລິເວນ ອ່າວເມັກຊິໂກນັ້ນ.

ເຈົ້າໜ້າທີ່ ຂອງບໍລິສັດບີພີ ກ່າວໃນຕອນແລງ ຂອງມື້ວານນີ້ວ່າ ພວກວິສະວະກອນ ຂອງບໍລິສັດ ສາມາດແຍກ ບ່ອນຮົ່ວ​ໄດ້ແລ້ວ ແລະຈະເລີ້ມລົງມື ທຳການທົດສອບ ເບິ່ງຝາອັດໃໝ່ ເວລາໃດ ການສ້ອມແປງ ບ່ອນຮົ່ວ ແລ້ວສຳເລັດ.

ການທົດສອບ ທີ່ວ່ານີ້ ແມ່ນຈະພົວພັນ ກັບການປິດ ບ່ອນປິດທັງໝົດ ເພື່ອຢາກຮູ້ຈັກວ່າ ຝາອັດໃໝ່ ສາມາດຄວບຄຸມ ບໍລິເວນນໍ້າມັນຮົ່ວ ໄດ້ຢ່າງມີປະສິດທິຜົນ ຫລືບໍ່ ຫລືວ່າ ມີນໍ້າມັນຮົ່ວໄຫຼ ອອກມາຕື່ມອີກ ຈາກພາກສ່ວນອື່ນໆ ຂອງບໍ່.

ບໍລິສັດບີພີ ເລີ້ມທຳ​ການທົດສອບ ໃນວັນພຸດວານນີ້ ຫຼັງຈາກ ໄດ້ມີການຊັກຊ້າ ເປັນເວລານຶ່ງມື້ ທີ່ບັງຄັບໂດຍ ລັດຖະບານ ສະຫະລັດ ທີ່ຢາກໃຫ້ ມີການວິເຄາະເພີ້ມຕື່ມ ເພື່ອຄໍ້າປະກັນ ຄວາມປອດໄພ.

ຜູ້ບັນຊາການ ດ້ານອຸບັດຕິເຫດ ແຫ່ງຊາດ ຂອງສະຫະລັດ ພົນເຮືອເອກ THAD ALLEN ກ່າວວ່າ ເຈົ້າໜ້າທີ່ ໄດ້ໃຊ້ເວລາ ປະມານ 24 ຊົ່ວໂມງ ທົບທວນເບິ່ງ ແຜນການທົດສອບ ດັ່ງກ່າວ.