ສຫລ ຮັດກຸມລະບຽບການ ເຈາະນໍ້າມັນ

  • ໄພສານ ວໍຣະຈັກ

ຫຼັງຈາກໄດ້ເກີດ ໄພພິບັດນໍ້າມັນຮົ່ວຮ້າຍແຮງ ໃນປະວັດ ສາດຂອງປະ​ເທດ ລັດຖະບານສະຫະລັດ ກ່າວວ່າ ຕົນໄດ້ຮັດ​ເຄັ່ງ ​ຂຶ້ນກ່ວາ​ເກົ່າ ລະບຽບການ​ ໃນການ​ທົບ​ທວນຄືນ​ເບິ່ງ​ ຜົນ​ກະທົບ ທາງດ້ານສະພາບແວດລ້ອມ ຈາກການເຈາະນໍ້າມັນ ຢູ່ໃນເຂດທະເລເລິກທັງໝົດ.

ກະຊວງຊັບຍາກອນທຳມະຊາດ ຂອງສະຫະລັດ ປະກາດໃນວັນຈັນ ວານນີ້ວ່າ ຈະບໍ່ມີການອະນຸມັດ ໃຫ້ມີການເຈາະນໍ້າມັນ ໃນເຂດທະເລເລິກຕື່ມ ໂດຍປາສະຈາກ ການສຶກສາເບິ່ງ ຜົນກະທົບ ທີ່ຈະມີຕໍ່ ສະພາບແວດລ້ອມ.

ໃນປັດຈຸບັນນີ້ ມີຄຳສັ່ງໃຫ້ໂຈະ ການເຈາະນໍ້າມັນ ຢູ່ນອກແຄມຝັ່ງທະເລສ່ວນໃຫຍ່ ຊຶ່ງມີຜົນບັງຄັບໃຊ້ ຫຼັງຈາກເຫດລະເບີດ ທີ່ບໍ່ນໍ້າມັນ ຂອງບໍລິສັດບີພີ ໃນວັນທີ 20 ເມສາຜ່ານມາ ທີ່​ໄດ້ເຮັດໃຫ້ມີນໍ້າມັນດິບ ຫຼາຍລ້ານຖັງ ຮົ່ວໄຫຼອອກມາ ໃສ່ອ່າວເມັກຊິໂກ. ເວລາໃດ ການຫ້າມດັ່ງກ່າວ ຫາກຖືກຍົກເລີກ ໃນເດືອນພະຈິກຈະມາ ບັນດາບໍລິສັດນໍ້າມັນ ທີີ່ຢາກໄດ້ຮັບອະນຸຍາດ ໃນການເຈາະນໍ້າມັນ ຢູ່ໃນເຂດທະເລເລິກນັ້ນ ຈຳເປັນຈະຕ້ອງ ໄດ້ໃຫ້ຂໍ້ມູນ ໃນການຊັ່ງຊາຕີລາຄາ ກ່ຽວກັບຜົນກະທົບ ຕໍ່ສະພາບແວດລ້ອມ.

ການປະກາດໃໝ່ທີ່ວ່ານີ້ ມີຂຶ້ນໃນມື້ດຽວກັນ ກັບທີ່ລະດູຫາກຸ້ງ ໄດ້ເລີ້ມຂຶ້ນ ໃນເຂດນ່ານນໍ້າ ຢູ່ນອກແຄມຝັ່ງທະເລ ຂອງລັດ LOUISIANA ຊຶ່ງເປັນລັດທີ່ຜະລິດກຸ້ງ ໄດ້ຫຼາຍທີ່ສຸດ ຢູ່ໃນສະຫະລັດ.