ບັນດາຜູ້ນຳສູງສຸດດ້ານຄວາມໝັ້ນຄົງແຫ່ງຊາດສະຫະລັດ ໄດ້ປາກົດໂຕກັນຢູ່ທີ່ຫ້ອງ
ລາຍງານຂ່າວຂອງທຳນຽບຂາວ ຊຶ່ງເປັນການໄປພົບກັນທີ່ບໍ່ຄ່ອຍມີມາກ່ອນໃນວັນ
ພະຫັດວານນີ້ ເພື່ອສະແດງສະແດງຄວາມເປັນຫ່ວງກ່ຽວກັບການດໍາ ເນີນຄວາມ
ພະຍາຍາມຂອງຣັດເຊຍ ແລະພວກອື່ນໆ ທີ່ອາດຈະເຂົ້າແຊກ ແຊງໃນການເລືອກ
ຕັ້ງທີ່ຈະມາເຖິງນີ້ ແລະເພື່ອຄໍ້າປະກັນຕໍ່ປະຊາຊົນວ່າ ກໍາລັງມີການໃຊ້ມາດຕະການໆ
ເພື່ອຮັບມືກັບບັນຫາດັ່ງກ່າວຢ່າງແຂັງຂັນ.
ຫົວໜ້າສືບລັບແຫ່ງຊາດ ທ່ານແດນ ໂຄດຕສ໌ ກ່າວວ່າ “ພວກເຮົາສືບຕໍ່ເຫັນການໂຄ
ສະນາຢ່າງແຜ່ຫລາຍຂອງຣັດເຊຍ ເພື່ອພະຍາຍາມທີ່ເຮັດໃຫ້ສະຫະລັດ ອ່ອນແອ
ແລະມີຄວາມແຕກແຍກກັນ." ແລະທ່ານເວົ້າອີກວ່່າ “ບໍ່ແມ່ນມີແຕ່ຣັດເຊຍປະເທດດຽວ
ທີ່ມີຄວາມສົນໃຈທີ່ຈະພະຍາຍາມສົ່ງອິດທິພົນຕໍ່ບັນຍາກາດ ທາງການເມືອງຢູ່ພາຍ
ໃນປະເທດເຮົາ.”
ທ່ານໂຄຕສ໌ ກ່າວວ່າປະທານາທິບໍດີດໍໂນລ ທຣໍາ "ໄດ້ອອກຄໍາສັ່ງສະເພາະໃຫ້ພວກ
ເຮົາ ຖືເອົາການແຊກແຊງເຂົ້າໃນການເລືອກຕັ້ງເປັນເລື້ອງສໍາຄັນ ແລະໃຫ້ຄໍ້າປະກັນ
ວ່າຂັ້ນຕອນການເລືອກຕັ້ງຂອງພວກເຮົາເປັນບຸລິມະສິດສູງສຸດ ຂອງພວກເຮົາ.”
Your browser doesn’t support HTML5
US National Security Team Concerned About Efforts to Meddle in 2018 Election
ທ່ານຄຣິສຕົຟເຟີ ເວຣ, ຫົວໜ້າຫ້ອງການສັນຕິບານກາງ ຫຼື FBI, ທ່ານນາງ ເກິສທ໌ເຈັນ
ນີວສັນ ລັດຖະມົນຕີກະຊວງຮັກສາຄວາມປອດໄພພາຍໃນຂອງສະຫະລັດ ແລະຫົວ
ໜ້າອົງການຄວາມໝັ້ນຄົງແຫ່ງຊາດ, ນາຍພົນພອລ ນາກະສອນ ກໍໄດ້ໄປປາກົດໂຕຢູ່ໃນ
ຫ້ອງລາຍງານຂ່າວໃນວັນພະຫັດວານນີ້.
ຫົວໜ້າຫ້ອງການສັນຕິບານກາງ ຫຼື FBI ທ່ານຄຣິສໂຕເຟີ ເວຣ ກຳລັງຟັງລັດຖະມົນຕີປ້ອງກັນ ປະເທດ ພາຍໃນຂອງສະຫະລັດ ທ່ານນາງ ເກີສທ໌ເຈັນ ແນວສັນ ກ່າວລະຫວ່າງກອງປະຊຸມນັກຂ່າວ ຢູ່ທຳນຽບຂາວ ວັນທີ 2 ສິງຫາ 2018
ໃນຂະນະທີ່ເຂົາເຈົ້າກ່າວຢູ່ນັ້ນ ຈົດໝາຍສະບັບນຶ່ງຂອງທີ່ປຶກສາຄວາມໝັ້ນຄົງ ແຫ່ງ
ຊາດ ທ່ານຈອນ ໂບລຕັນ ສົ່ງໄປຫາສະມາຊິກສະພາສູງຫ້າຄົນທີ່ສັງກັດ ພັກເດໂມແຄ
ຣັດ ທີ່ເປັນພັກຝ່າຍຄ້ານນັ້ນໄດ້ຖືກນໍາເອົາມາເຜີຍແຜ່ ຊຶ່ງໄດ້ສະ ແດງໃຫ້ເຫັນເຖິງການ
ເອົາບາດກ້າວ “ການປະຕິບັດແບບມີຄວາມໜ້າຢ້ານກົວ ແບບກວ້າງຂວາງ” ຂອງລັດ
ຖະບານຂອງປະທານາທິບໍດີທຣໍາ” ເພື່ອ “ຄໍ້າປະ ກັນຄວາມຖືກຕ້ອງຊື່ສັດຂອງການ
ເລືອກຕັ້ງ ແລະປ້ອງກັນການມີອິດທິພົນທີ່ບໍ່ດີ ຂອງຕ່າງປະເທດເຂົ້າມາແຊກແຊງ.”
ໜັງສືໄດ້ກ່າວເຖິງການກະທໍາທີ່ຈະຕ້ານລັດຖະບານ, ບັນດາບໍລິສັດ ແລະບັນດາບຸກຄົນຂອງຣັດເຊຍເປັນການສະເພາະ.