ຜູ້ອຳນວຍການອົງການສືບລັບແຫ່ງຊາດສະຫະລັດ ກ່າວວ່າ ການກົດດັນ ຂອງ
ສະຫະລັດ ເພື່ອຊັກຊວນໃຫ້ເກົາຫຼີເໜືອ ຍົກເລີກໂຄງການນິວເຄລຍທີ່ເປັນບັນຫາ
ຖົກຖຽງ ທີ່ຍັງມີຢູ່ຕໍ່ມານັ້ນ ຊຶ່ງທ່ານກ່າວວ່າ ແມ່ນ “ອາດບໍ່ມີຫວັງຈະສຳເລັດເລີຍ.”
ຜູ້ນຳເກົາຫຼີເໜືອ ທ່ານ Kim Jong Un ພົບປະກັບບັນດານັກວິທະສາດ ແລະ ນັກຊ່ຽວຊານດ້ານເທັກນິກ ຢູ່ທີ່ສະໜາມຄົ້ນຄວ້າ ອາວຸດນິວເຄລຍ ໃນຮູບພາບນີ້ ທີ່ໄດ້ຖືກເຜີຍແພ່ ໂດຍອົງການຂ່າວຂອງສູນກາງ ເກົາຫຼີເໜືອ (KCNA), ໃນ Pyongyang, ວັນທີ 9 ມີນາ 2016.
ທ່ານ James Clapper ໄດ້ໃຫ້ການປະເມີນຜົນຂອງທ່ານ ໃນວັນອັງຄານວານນີ້ ຢູ່ນະຄອນ New York ຕໍ່ສະພາທີ່ເປັນອິດສະລະ ແລະ ບໍ່ຂຶ້ນກັບພັກໃດພັກໜຶ່ງ ກ່ຽວກັບຄວາມສຳພັນດ້ານການຕ່າງ ປະເທດ. ທ່ານ Clapper ເວົ້າວ່າ “ພວກເຂົາ ເຈົ້າຈະບໍ່ເຮັດເຊັ່ນນັ້ນ” ໃນການເວົ້າເຖິງ ການນຳພາຂອງເກົາຫຼີເໜືອ “ໂຄງການ ນິວເຄລຍ ແມ່ນເປັນປີ້ເພື່ອການຢູ່ລອດຂອງພວກເຂົາເຈົ້າ.”
ແຕ່ທ່ານໄດ້ເວົ້າວ່າ ສິ່ງທີ່ດີທີ່ສຸດທີ່ລັດຖະບານຂອງປະເທດຕາເວັນຕົກ ແລະ ບັນດາ ພັນທະມິດ ໃນເຂດເອເຊຍຕາເວັນອອກ ສາມາດຫວັງໄດ້ ກໍແມ່ນການເຈລະຈາ ກັບຜູ້ນຳພຽງຢາງ ເພື່ອຈຳກັດຄວາມອາດສາມາດດ້ານນິວເຄລຍຂອງພວກເຂົາ.
ທ່ານ Clapper ໄດ້ອະທິບາຍກ່ຽວກັບການນຳຂອງເກົາຫຼີເໜືອທີ່ໂດດ ດ່ຽວ ເປັນຄື
ກັບວ່າ “ຢູ່ພາຍໃຕ້ການປິດລ້ອມ” ແລະ “ກະວົນກະວາຍຫຼາຍ.”
ທ່ານເວົ້າຕື່ມວ່າ “ສະນັ້ນ ແນວຄິດທີ່ຈະຍົກເລີກຄວາມອາດສາມາດ ດ້ານນິວເຄລຍ ຂອງພວກເຂົາເຈົ້າ ອັນໃດກໍຕາມ ແມ່ນຈະບໍ່ປະສົບຜົນສຳເລັດ ສຳລັບພວກເຂົາເຈົ້າ.”
ເປັນເວລາຫຼາຍຮອບສິບປີ ຜ່ານມາ ລັດຖະບານສະຫະລັດ ແລະ ລັດຖະບານ ຂອງໂລກ ສ່ວນໃຫຍ່ ໄດ້ຮຽກຮ້ອງຕະຫຼອດມາ ໃຫ້ເກົາຫຼີເໜືອ ເຮັດໃຫ້ແຫຼມເກົາຫຼີເປັນເຂດປອດອາວຸດນິວເຄລຍ. ແຕ່ຫາກວ່າ ບັນດາຜູ້ນຳປະເທດຕາເວັນຕົກ ຍັງບໍ່ໄດ້ຄິດຂຶ້ນ ແຜນການ ທີ່ຈະບັງຄັບໃຫ້ເກົາຫຼີເໜືອ ໃຫ້ການຮ່ວມໄມ້ຮ່ວມມື ຫຼືສ້າງສິ່ງຈູງໃຈໃຫ້ ເກົາຫຼີເໜືອ ເຮັດເຊັ່ນນັ້ນໄດ້.
ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ
Your browser doesn’t support HTML5
Clapper Discusses North Korean Nuclear Capability