ເຈົ້າໜ້າທີ່ ດ້ານຄວາມໝັ້ນຄົງ ແຫ່ງຊາດ ກ່າວວ່າ ສຫລ ຈະເດີນ​ໜ້າ ຕໍ່​ໄປ ​ກັບ​ຂໍ້​ຕົກລົງ​ ນິວເຄລຍ

ທ່ານ Colin Kahl ທີ່​ປຶກສາ ​ດ້ານ​ຄວາມ​ໝັ້ນຄົງ​ ແຫ່ງ​ຊາດ ຂອງຮອງ​ປະທາ​ນາ​ທິບໍດີ ສະຫະລັດ ທ່ານ ​ໂຈ ບາຍ​ເດັນ ໂອ້ລົມກັບ ວີ​ໂອ​ເອພາສາ ​ເປີ​ເຊຍ.

ທີ່​ປຶກສາ​ດ້ານ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ ຂອງຮອງ​ປະທາ​ນາ​ທິບໍດີ
ສະຫະລັດ ທ່ານ ​ໂຈ ບາຍ​ເດັນ ກ່າວ​ໃນ​ວັນ​ອັງຄານ​ວານ​ນີ້ ວ່າ ​
ເຖິງ​ແມ່ນ​ວ່າ ຝ່າ​ຍຄ້ານ​ໄດ້​ພະຍາຍາມຢ່າງ​ທີ່​ສຸດ ທີ່​ຈະປະນາມ
ຂໍ້​ຕົກລົງ​ນິວ​ເຄລຍອີຣ່ານ ວ່າບໍ່ດີ ກໍຕາມ ແຕ່ສະຫະລັດ ກໍກຳລັງ
ເດີນ​ໜ້າຕໍ່​ໄປ​ກັບ​ຂໍ້​ຕົກລົງ​ນີ້.

ທ່ານ ຄໍ​ລິນ ​ແຄວ​ລ໌ ກ່າວ​ຕໍ່ ວີ​ໂອ​ເອພາສາ ​ເປີ​ເຊຍ ວ່າ “ພວກ​ເຮົາ​
ຈະ​ຈັດຕັ້ງປະຕິບັດ​ ຂໍ້​ຕົກລົງ​ ຖ້າຫາກ​ອີຣ່ານ ​ປະຕິບັດ​ຕາມ​
ການຕົກລົງ​ຂອງ​ຕົນ ພວກ​ເຮົາ​ກໍ​ຈະ​ເຮັດ​ຕາມ ການຕົກລົງ
ຂອງ​ພວກ​ເຮົາ ​ແລະ ຂ້າພະ​ເຈົ້າຄິດ​ວ່າ ການທົດສອບ ຈະ​ຢູ່​
ໃນ​ການ​ກະທຳນັ້ນ.”

ປະທານສະພາຕ່ຳ ທ່ານ John Boehner ຈາກລັດ ໂອຮາຍໂອ ສັງກັດພັກຣີພັບບລີກັນ ກ່າວຖະແຫລງ ໃນກອງປະຊຸມຖະແຫລງຂ່າວ ຢູ່ທີ່ລັດຖະສະພາ ໃນນະຄອນຫຼວງ ວໍຊິງຕັນ ວ່າ ພັກຂອງທ່ານ ຈະສືບຕໍ່ສູ້ຊົນ ຕໍ່ຕ້ານ ຂໍ້ຕົກລົງນິວເຄລຍ ກັບອີຣ່ານ, ວັນທີ 10 ກັນຍາ 2015.

ບັນດາ​ສະມາຊິກ​ ​ພັກຣີພັບ​ບລີ​ກັນ ​ໃນ​ລັດຖະສະພາ ​ໄດ້​ຄັດຄ້ານ​ຢ່າງ​ແຂງ​ຂັນ ຕໍ່​ຂໍ້ຕົກລົງ
ທີ່​ໄດ້​ບັນລຸກັນ ​ເມື່ອ​ເດືອນ​ກໍລະກົດ​ຜ່ານ​ມາ ລະ ຫວ່າງ​ອີ​ຣ່ານ ​ແລະ ກຸ່ມ​ປະເທດມະຫາ​
ອຳນາດ ລວມມີ ສະຫະລັດ ອັງກິດ ຈີນ ຝຣັ່ງ ​ຣັດ​ເຊຍ ​ແລະ ​ເຢຍຣະມັນ. ບັນດາສະມາຊິກ​
ສະພາສະຫະລັດ ມີເວລາ 60 ມື້​ ເພື່ອ​ກວດກາ​ເບິ່ງ​ເງື່ອນ​ໄຂ​ຕ່າງໆ ​ແລະ ຈະ​ຕ້ອງ​ລົງ​ຄະ​ແນນ​ສຽງ ​ເຫັນ​ດີ ຫຼື ບໍ່​ເຫັນ​ດີ​ກັບ​ຂໍ້​ຕົກລົງ​ນັ້ນ ​ແຕ່​ບັນດາ​ສະມາຊິກພັກຣີພັບ​ບລີ​ກັນ ມາ​ເຖິງ​ເວລາ​ນີ້ ​ຍັງບໍ່ສາມາດ​ ໃນ​ຄວາມ​ພະຍາຍາມຂອງ​ພວກ​ຕົນ ​ທີ່​ຈະຮັບຜ່ານຮ່າງຍັດຕິດ ເພື່ອ​ປະຕິ​ເສດ
​ຕໍ່​ຂໍ້​ຕົກລົງ ຢູ່ໃນສະພາ​ໄດ້.

ສະມາຊິກ​ ພັກຣີພັບ​ບລີ​ກັນ ບາງ​ທ່ານ ທີ່ພວມລົງ​ແຂ່ງຂັນສະໝັກເລືອກ​ຕັ້ງ​ເປັນ​ປະທານາທິບໍດີ ​ໃນ​ປີໜ້າ ຍັງໄດ້​ກ່າວ​ອີກວ່າ ພວກເພິ່ນຈະ​ຫາ​ທາງ​ປ່ຽນ​ແປງ ຫຼື ຍົກ​ເລີກ​ຂໍ້​ຕົກລົງ​ນີ້ທັງ​ໝົດ.

ອຳນວຍການໃຫຍ່ ອົງການ ແຮງງານ ປະລະມານູ ສາກົນ ທ່ານ Yukiya Amano ກ່າວຖະແຫລງຕໍ່ບັນດາຜູ້ສື່ຂ່າວ ຢູ່ນອກ Palais Coburg ຊຶ່ງເປັນສະຖານທີ່ ຈັດການເຈລະຈານິວເຄລຍ ໃນນະຄອນວຽນນາ, ວັນທີ 4 ກໍລະກົດ 2015.

ທ່ານ ​ແຄວ​ລ໌ ​ເວົ້າວ່າ “ຂ້າພະ​ເຈົ້າຄິດ​ວ່າ ດຽວ​ນີ້ພວກ​ເຮົາມີ​ປີເຄິ່ງ ກ່ອນ​ ທີ່​ປະທານາ
ທິບໍດີ ຄົນ​ຕໍ່​ໄປ​ ຈະ​ເຂົ້າຮັບ​ຕຳ​ແໜ່​ງ ​ເພື່ອທີ່​ຈະ​ສະ​ແດງ​ໃຫ້​ເຫັນ​ເຖິງ ປະຫວັດການ​
ປະຕິບັດ​ຕາມ​ຂໍ້​ຕົກລົງ ຂອງ​ທັງ​ສອງ​ຝ່າຍ ທີ່​ສາມາດ​ສ້າງ​ຄວາມ​ໝັ້ນ​ໃຈໃຫ້ແກ່
ຂໍ້ຕົກລົງ ​ແລະ ເວລາໃດ ມີຄວາມ​ໝັ້ນ​ໃຈຫຼາຍຂຶ້ນ ໃນຂໍ້ຕົກລົງ ມັນ​ກໍ​ຈະມີໂອກາດ​
ຢູ່​ລອດ​ໄດ້​ ຫຼາຍຂຶ້ນ​ ໃນທາງ​ດ້ານ​ການ​ເມືອງ.”

​ເພື່ອເປັນ​ການ​ແລກປ່ຽນ ໃນການ​ຈຳກັດ​ໂຄງການ​ນິວ​ເຄລຍຂອງຕົນນັ້ນ ​ອີຣ່ານ​ຈະ​ໄດ້​ຮັບ
​ການ​ຜ່ອນຜັນ​ ໃນການ​ລົງ​ໂທດ ພາຍ​ໃຕ້​ຂໍ້​ຕົກລົງ ​ດັ່ງກ່າວ. ​ແຕ່​ທ່ານ ​ແຄວ​ລ໌ ​ໄດ້​ເນັ້ນຢ້ຳ
ວ່າ ມາດ​ຕະການ​ລົງ​ໂທດ​ຕ່າງໆ ທີ່​ຈະ​ຖືກຍົກເລີກ​ນັ້ນ ​ແມ່ນ​ເປັນ​ພວກ​ທີ່​ໄດ້​ຖືກ​ບັງຄັບ​ໃຊ້​
ຍ້ອນ ການ​ເຄື່ອນ​ໄຫວ ດ້ານ​ນິວ​ເຄລຍ ຂອງ​ອີຣ່ານ.

Your browser doesn’t support HTML5

Colin Kahl on Iran Nuclear Deal