ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ໄດ້ລະນຶກເຖິງຜູ້ທີ່ໄດ້ເສຍຊີວິດໃນ ປາງສົງຄາມຕ່າງໆຂອງປະເທດ ໃນວັນໄວ້ອາໄລ ຫຼື Memorial day ໃນວັນຈັນວານນີ້, ທ່ານໄດ້ຮຽກຮ້ອງໃຫ້ຊາວ ອາເມຣິກັນ ທັງຫຼາຍຊ່ວຍເຫຼືອບັນຄອບຄົວຂອງທະຫານຜູ້ທີ່ ໄດ້ເສຍຊີວິດນັ້ນ.
ທ່ານ ໂອບາມາ ໄດ້ກ່າວທີ່ສຸສານແຫ່ງຊາດ Arlington ຢູ່ນອກນະຄອນຫຼວງ ວໍຊິງຕັນ ບ່ອນທີ່ທ່ານໄດ້ວາງພວງມາລາທີ່ຂຸມຝັງສົບຂອງທະຫານນິລະນາມຫລືຜູ້ທີ່ບໍ່ສາມາດລະ ບຸຊື່ໄດ້ວ່າ “ປະເທດຊາດໜຶ່ງບໍ່ສາມາດເປີດເຜີຍຕົນເອງໄດ້ ໂດຍປະຊາຊົນທີ່ໄດ້ກຳ ເນີດມາພຽງເທົ່ານັ້ນ, ແຕ່ມັນສາມາດຖືກເປີດເຜີຍໄດ້ໂດຍຄົນຜູ້ທີ່ລະນຶກເຖິງມັນ. ພວກເຮົາບໍ່ພຽງແຕ່ຊັກທຸງຂຶ້ນສູ່ງປາຍເສົາເທົ່ານັ້ນ, ແຕ່ພວກເຮົາຍົກສູງເພື່ອນບ້ານ ຂອງພວກເຮົາ, ບໍ່ພຽງແຕ່ຢືນສະຫງົບສະຕິອາລົມເທົ່ານັ້ນ ແຕ່ປະຕິບັດມັນໃນຊີວິດ ຂອງພວກເຮົາເອງ ເຊິ່ງແມ່ນອຸດົມຄະຕິແຫ່ງການໃຫ້ໂອກາດ ແລະ ເສລີພາບ ແລະ ຄວາມເທົ່າທຽມທີ່ພວກເຂົາເຈົ້າໄດ້ຕໍ່ສູ້ເພື່ອມັນ.”
ໃນພິທີໄວ້ອາໄລເປັນຄັ້ງສຸດທ້າຍຂອງທ່ານ ກ່ອນໝົດກຳນົດການດຳລົງຕຳແໜ່ງໃນ ເດືອນມັງກອນປີໜ້ານີ້, ທ່ານ ໂອບາມາ ໄດ້ອະທິບາຍວ່າ ປະຊາຊົນ ອາເມຣິກັນ ໜ້ອຍ ກວ່າ 1 ເປີເຊັນແມ່ນຮັບໃຊ້ໜ້າທີ່ຢູ່ໃນກອງທັບ, ໝາຍຄວາມວ່າປະຊາຊົນຫຼາຍຄົນບໍ່ຮູ້ ວ່າປະຈຸບັນນີ້ມີໃຜແດ່ທີ່ກຳລັງຮັບໃຊ້ໜ້າທີ່ຢູ່ໃນກອງທັບ ສະຫະລັດ.
ທ່ານໄດ້ກ່າວວ່າເຈົ້າໜ້າທີ່ກອງທັບ ສະຫະລັດ ຫຼາຍກວ່າ 20 ຄົນໄດ້ຖືກຂ້າຕາຍໃນປະ ເທດ ອັຟການິສຖານ ແລະ ອີີຣັກ ໃນປີທີ່ຜ່ານມາ ແລະ ໄດ້ກ່າວເຖິງປະຫວັດສາດຂອງ ຊີວິດຂອງພວກເຂົາເຈົ້າ 3 ຄົນ ກ່ອນທີ່ຈະເສຍຊີວິດຢູ່ໃນການຕໍ່ສູ້.
ທ່ານ ໂອບາມາ ໄດ້ສະທ້ອນເຖິງຄວາມງຽບສະຫງົບຂອງບ່ອນຝັງສົບ ທີ່ສຸສານແຫ່ງຊາດ, ລວມທັງພາກສ່ວນທີ 60, ບ່ອນທີ່ເຈົ້າໜ້າທີ່ ສະຫະລັດ ໄດ້ຖືກຂ້າຕາຍໃນພາກຕາເວັນ ອອກກາງໃນເມື່ອສອງສາມປີທີ່ຜ່ານມາໄດ້ຖືກຝັງໄວ້. ທີ່ສຸສານແຫ່ງຊາດ Arlington, ທ່ານໄດ້ກ່າວວ່າ “ສຽງສະໜັ່ນຫວັ່ນໄຫວຂອງການຕໍ່ສູ້ ໄດ້ປ່ອຍທາງໄປສູ່ຄວາມງຽບສະ ຫງົບຂອງພູທີ່ສັກສິດພວກນີ້.
Your browser doesn’t support HTML5
Obama Marks Memorial Day at Arlington National Cemetary