ສະຫະລັດ ອາເມຣິກາ ລະນຶກ ເຖິງ ທ່ານ Martin Luther King Jr. ເນື່ອງໃນວັນພັກແຫ່ງຊາດ

ພາບສະໄລດ໌ ຂອງທ່ານ Martin Luther King, Jr.

ຊາວອາເມຣິກັນ ທົ່ວປະເທດ ກຳລັງຢຸດພັກ ໃນວັນຈັນມື້ນີ້
ຊຶ່ງເປັນມື້ພັກຂອງລັດຖະບານກາງ ເພື່ອເປັນຂີດໝາຍ ລະນຶກ
ເຖິງວັນຄ້າຍວັນເກີດ ຂອງຜູ້ນຳດ້ານສິດທິພົນລະເຮືອນ ທ່ານ
Martin Luther King, Jr. ທີ່ໄດ້ຖືກລອບສັງຫານ.

ໃນເບື້ອງຕົ້ນ ທ່ານ King ໄດ້ກ້າວຂຶ້ນມາມີບົດບາດ ເມື່ອປີ
1955 ໃນເວລາ ທ່ານໄດ້ນຳພາການປະທ້ວງ ງົດໃຊ້ບໍລິການ
ລົດເມສາທາລະນະ ຢູ່ໃນເມືອງ Montgomery ຂອງລັດ
Alabama ຢູ່ທາງພາກໃຕ້ຂອງປະເທດ ເພື່ອກົດດັນໃຫ້ເມືອງ
ດັ່ງກ່າວ ຍຸດຕິການດຳເນີນງານຂອງຕົນ ທີ່ແບ່ງແຍກພວກຜູ້
ໂດຍສານຄົນຜິວດຳ.

ທ່ານໄດ້ກາຍມາເປັນໂຕຕັ້ງໂຕຕີຂອງການເຄື່ອນໄຫວ ເພື່ອສິດທິພົນລະເຮືອນ ໃນ
ຊ່ວງປີ 1950 ແລະ 1960 ຊຶ່ງທ່ານດຶງດູດແຮງບັນດານໃຈ ປະຊາຊົນອາເມຣິກັນ
ຫຼາຍລ້ານຄົນ ດ້ວຍການກ່າວຄຳປາໄສ ທີ່ມີຊື່ສຽງໂດ່ງດັງ ເອີ້ນວ່າ "I Have a Dream"
ຫຼື “ຂ້າພະເຈົ້າ ມີຄວາມໄຝ່ຝັນ” ໃນລະຫວ່າງເດືອນມີນາ ປີ 1963 ຢູ່ທີ່ນະຄອນຫຼວງ
ວໍຊິງຕັນ.

Your browser doesn’t support HTML5

US Civil Rights Movement Benefits From Non-Violent Strategy

ທ່ານໄດ້ຮັບລາງວັນ Nobel ຂະແໜງສັນຕິພາບ ໃນປີ 1964 ຊຶ່ງເປັນປີດຽວກັນກັບ
ວັນຂີດໝາຍ ຂອງຮ່າງກົດໝາຍວ່າດ້ວຍສິດທິພົນລະເຮືອນສະບັບໜຶ່ງ ທີ່ໄດ້ຖືກລົງ
ນາມ ໂດຍປະທານາທິບໍດີ Lyndon Johnson.

ທ່ານ King ໄດ້ຖືກລອບສັງຫານ ໃນວັນທີ 4 ເດືອນເມສາ ປີ 1968 ຢູ່ໃນເມືອງ
Memphis ຂອງລັດ Tennessee ບ່ອນທີ່ທ່ານໄດ້ເດີນທາງໄປຊ່ອຍ ໃນການນັດຢຸດ ເຮັດວຽກ ຂອງພວກພະນັກງານເກັບຂີ້ເຫຍື້ອຄົນຜິວດຳ ຜູ້ທີ່ໄດ້ຮຽກຮ້ອງ ຄ່າຈ້າງທີ່ເທົ່າທຽມກັນ.