ວັນທີ 19 ມັງກອນ ຊາວອາເມຣິກັນ ​ລະນຶກ​ເຖິງ ມື້ລາງ ຜູ້ນຳ​ສິດທິ​ພົລ​ເມືອງ ທ່ານ Martin Luther King, Jr.

ດຣ. Martin Luther King Jr. ກ່າວປາໄສ ຕໍ ພົນລະເມືອງ ຢູ່ Robert Taylor Homes ທີ່ ກ້ຳໃຕ້ຂອງນະຄອນ Chicago, ວັນທີ 24 ກໍລະກົດ 1965.

ຊາວອາ​ເມຣິກັນ ທົ່ວ​ປະ​ເທດ ​ພາກັນ​ຢຸດ​ວຽກ​ ໃນ​ວັນ​ຈັນ​ມື້​ນີ້ ​ເພື່ອ
​ລະນຶກ​ເຖິງ ວັນພັກ​ແຫ່ງ​ຊາດ ທີ່​ເປັນ​ຂີດ​ໝາຍວັນ​ເກີດ​ຂອງ​ມື້​ລາງ
ຜູ້ນຳ​ສິດທິ​ພົລ​ເມືອງ ທ່ານ Martin Luther King, Jr.

ທ່ານ King ກ້າວຂຶ້ນມາ​ມີ​ບົດບາດ​ເທື່ອ​ທຳ​ອິດ ​ໃນ​ປີ 1955 ​ໃນ
​ເວລາ ທ່ານໄດ້ນຳພາ​ ການ​ຄັດຄ້ານ​ກົດຂອງລົດ​ເມ​ໂດຍສານ
ຂອງ​ຫລວງ​ ທີ່​ສຳເລັດຜົນ ​ໃນ​ເມືອງ Montgomory ລັດ
Alabama ຢູ່​ທາງ​ພາກ​ໃຕ້​ຂອງ​ປະ​ເທດ ທີ່​ໄດ້​ກົດ​ດັນ​ໃຫ້​ເມືອງ
ດັ່ງກ່າວ ຍຸດຕິ​ການ​ປະຕິບັດກົດ​ແບ່ງ​ແຍກ​ ບັນດາ​ຜູ້​ໂດຍສານ
​ຄົນ​ຜິວ​ດຳ. ທ່ານ​ໄດ້​ກາຍ​ມາ​ເປັນ​ຜູ້​ສຳຄັນ​ ໃນ​ວົງ​ການໆ​ເຄື່ອນ
​ໄຫວ ​ເພື່ອ​ສິດທິ​ພົລ​ເມື​ອງ ​ໃນ​ຊ່ວງປີ 1950 ​ແລະ 1960 ທີ່​
​ດົນ​ບັນດານ​ໃຈ​ພົນລະ​ເມືອງຫຼາຍລ້ານຄົນ ​ໃນ​ການ​ກ່າວ​ປາໄສ ​ທີ່​ມີ​ຊື່​ສຽງ​ທົ່ວ​ໂລກ ​ຄື
“ຂ້າພະ​ເຈົ້າມີ​ຄວາມ​ໄຝ່ຝັນ ຫຼື I Have a Dream” ​ ໃນ​ລະຫວ່າງ​ການເດີນ​ຂະ​ບວນ​
ມາຍັງ​ວໍ​ຊິງ​ຕັນ ​ເມື່ອ​ເດືອນ​ມີນາປີ 1963.

ທ່ານ​ King ໄດ້​ຮັບລາງ​ວັນ Nobel ສາຂາສັນຕິພາບ ​ໃນ​ປີ 1964 ຊຶ່ງເປັນປີ​ດຽວ​ກັນ ທີ່ມີ
ມະ​ຕິ​ກົດໝາຍ​ເລື້ອງສິດທິ​ພົລ​ເມືອງສະບັບ​ນຶ່ງ ​ໄດ້​ຮັບ​ການ​ລົງ​ນາມ ​ໂດຍປະທານາທິບໍດີ
Lyndon Johnson ​ເປັນ​ປະຫວັດ​ສາດ.

ທ່ານ King ຖືກ​ລອບ​ສັງຫານ ​ເມື່ອ​ວັນ​ທີ 4 ​ເດືອນ​ເມສາ 1968 ​ໃນນະຄອນ Memphis
ລັດ Tennessee ບ່ອນ​ທີ່​ທ່ານ ​ໄດ້​ເດີນ​ທາງ​ໄປ​ຊ່ອຍພວກ​ພະນັກງານ​ເກັບ​ຂີ້​ເຫຍື້ອຜິວ​ດຳ ​
ໃນ​ການຢຸດ​ງານ​ປະ​ທ້ວງ ​ເພື່ອ​ຮຽກຮ້ອງເອົາ​ຄ່າແຮງ​ງານ​ທີ່​ສະ​ເໝີ​ພາບ.

ສ​ຫລ ລະ​ນຶກ​ເຖິງ Dr. Martin Luther King, Jr.