ສະຫະລັດ ຈັດພິ​ທີລະ​ນຶກ​ເຖິງ ວັນຄົບຮອບ​ການໂຈມຕີ ໃນວັນທີ 11 ກັນຍາ

  • ວີໂອເອ

ແຟ້ມ—ຝາແຝດທີ່ຄ້າຍຄືກັນ ນາງຈານິຕາ ໂອລລິຊັນ (Janita Ollison), ຊ້າຍ, ແລະ ນາງຈີນເນັດຕ້າ ໂອລລິຊັນ (Jeannetta Ollison 17), ຂອງເມືອງ ເກຣັສແຮມ, ລັດໂອເຣກອນ, ພະຍາຍາມອ່ານອ່ານບາງລາຍຊື່ຂອງຜູ້ເຄາະຮ້າຍໃນວັນທີ 11 ກັນຍາ ທີ່ຖືກພິມລົງໃນ "ທຸງແຫ່ງກຽດຕິຍົດ," ລັດໂອເຣກອນ, ວັນທີ 11 ກັນຍາ 2023.

ສະຫະລັດ, ໃນວັນຈັນມື້ນີ້ ໄດ້ລະ​ນຶກ​ເຖິງວັນຄົບຮອບ 22 ປີ ໃນການ​ໂຈມ​ຕີຂອງ​ພວກ​ກໍ່​ການ​ຮ້າຍ ​ເມື່ອ​ວັນທີ 11 ກັນຍາ, ທີ່​ເຮັດ​ໃຫ້ປະຊາຊົນ ເກືອບ 3,000 ຄົນເສຍ​ຊີ​ວິດ.

ປະທານາທິບໍດີໂຈ ໄບເດັນ ມີກໍານົດທີ່ຈະກ່າວຄໍາປະໄສຕໍ່ສະມາຊິກທະຫານ, ພວກ​ຮັບ​ມືຜູ້​ຈຸທໍາອິດ​ກັບ​ເຫດ​ການ​ສຸກ​ເສີນ ພ້ອມດ້ວຍຄອບຄົວຂອງພວກເຂົາ ເຈົ້າ ຢູ່ຖານທັບແອນຄໍເຣັສ (Anchorage), ໃນລັດອາລາສກ້າ.

ການຢຸດແວ່ຢູ່ລັດອາລາສກາຂອງທ່ານໄບເດັນ ມີຂຶ້ນໃນຂະນະທີ່ທ່ານເດີນທາງກັບມາຈາກຕ່າງປະເທດ ເຊິ່ງລວມມີກອງປະຊຸມສຸດຍອດ G20 ໃນອິນເດຍ ແລະພົບປະກັບບັນດາຜູ້ນໍາໃນປະເທດຫວຽດນາມ.

ໃນຂະນະທີ່ວັນຈັນມື້ນີ້ ຈະເປັນວັນຄົນຮອບ 11 ກັນຍາ ແບບບໍ່ເຄີຍມີ ໂດຍປາສະຈາກປະທານາທິບໍດີປາກົດໂຕຢູ່ໃນສະຖານທີ່ເກີດເຫດໃນລັດນິວຢອກ, ລັດເພັນຊີລວາເນຍ ຫຼື ທໍານຽບ 5 ແຈ, ເຊິ່ງບໍ່ເຄີຍເກີດຂຶ້ນມາກ່ອນ.

ປະທານາທິບໍດີ ທ່ານຈອຣ໌ຈ ດັບເບິນຢູ ບຸສ ໃນປີ 2005 ໄດ້ຈັດພິທີການຢູ່ເດີ່ນຂອງທໍານຽບຂາວ, ໃນຂະນະທີ່ປະທານາທິບໍດີ ບາຣັກ ໂອບາມາ ໃນປີ 2015 ເຂົ້າ​ຮ່ວມ​ດ້ວຍ​ການ​ຢືນ​ຢ່າງສະຫງົບ​ຊົ່ວ​ຂະ​ນະ​ນຶ່ງ​ຢູ່ທໍານຽບຂາວ ກ່ອນເຂົ້າຮ່ວມງານພິ​ທີເປັນ​ກຽດ​ຕໍ່ການປະຕິບັດງານຂອງກອງທັບ ຢູ່ທີ່ຄ້າຍຝອດມີດ (Fort Meade) ທີ່ຢູ່ໃກ້ຄຽງ.

ຮອງປະທານາທິບໍດີ ທ່ານນາງຄາເມລາ ແຮຣິສ ມີກໍານົດເຂົ້າຮ່ວມພິທີໃນວັນ

ຈັນມື້ນີ້ ຢູ່ທີ່ອະນຸສອນສະຖານ ແລະ​ຫໍພິພິທະພັນ 11 ກັນຍາ ແຫ່ງຊາດ ໃນນິວຢອກ. ພວກກໍ່ການຮ້າຍອາລ-ກາອີດາ ໄດ້ຢຶດເຮືອບິນໂດຍສານ ສອງລໍາ ແລະໄດ້ຂັບໄປຕໍາໃສ່ຕຶດແຝດຫໍການຄ້າໂລກ ເຊິ່ງເຮັດໃຫ້ອາຄານສອງຫຼັງດັ່ງກ່າວນັ້ນ ພັງລົງມາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ