ສານ ຕັດສິນວ່າ ການແຕ່ງຕັ້ງ ຂອງ ປ.ໂອບາມາ ຂັດຕໍ່ ລັດຖະທຳມະນູນ

ຕຶກຫໍລັດຖະສະພາສະຫະລັດ ທີ່ກຸງວໍຊິງຕັນ

ສານອຸທອນແຫ່ງນຶ່ງ ຂອງສະຫະລັດ ຕັດສິນວ່າ ປະທານາທິບໍດີ
ບາຣັກ ໂອບາມາລະເມີດລັດຖະທຳມະນູນຂອງສະຫະລັດເວລາ
ທ່ານແຕ່ງຕັ້ງຄະນະກຳມະການແຮງງານ ໃນຍາມສະພາຢຸດພັກ.

ສານອຸທອນແຫ່ງນີ້ ໄດ້ຕັດສິນ ໃນມື້ວັນສຸກວານນີ້ວ່າ ຄວາມຈິງ
ແລ້ວສະພາສູງບໍ່ໄດ້ຢຸດພັກເລີຍເວລາປະທານາທິບໍດີໂອບາມາ
ແຕ່ງຕັ້ງ ສະມາຊິກ 3 ຄົນ ຂອງຄະນະກຳມະການຄວາມສຳພັນ
ແຮງງານແຫ່ງຊາດ ຫລື NLRB ໃນເດືອນມັງກອນ ປີ 2012.

ການຕັດສິນດັ່ງກ່າວຂອງສານ ອາດເຮັດໃຫ້ການຕັດສິນໃຈຈຳ
ນວນຫຼາຍຮ້ອຍຄັ້ງ ຂອງຄະນະກຳມະການ ຄວາມສຳພັນແຮງ
ງານແຫ່ງຊາດໃນຮອບປີຜ່ານມາຕົກຢູ່ໃນອັນຕະລາຍ ຮວມທັງ ການຕັດສິນໃຈຈຳນວນນຶ່ງທີ່ເຮັດໃຫ້ເປັນການງ່າຍຂຶ້ນທີ່ສະຫະ ພັນກຳມະບານຈະຈັດຕັ້ງກັນຂຶ້ນ.

ທ່ານໂອບາມາ ເວົ້າວ່າ ການແຕ່ງຕັ້ງຂອງທ່ານແມ່ນເໝາະສົມ ທັງນີ້ກໍຍ້ອນວ່າສະພາສູງ ພວມຢູ່ໃນລະຫວ່າງການຢຸດພັກ.

ສະມາຊິກພັກຣີພັບບລີກັນກ່າວວ່າ ສະພາສູງບໍ່ໄດ້ຢຸດພັກຢ່າງເປັນທາງການເຖິງແມ່ນວ່າ ສະມາຊິກສ່ວນໃຫຍ່ຂອງສະພາສູງ ໄດ້ພາກັນເດີນທາງກັບບ້ານກໍຕາມ. ເຂົາເຈົ້າເວົ້າວ່າ ປະທານາທິບໍດີຕ້ອງການຢາກຕັດອຳນາດຂອງສະພາສູງ ເພື່ອຮັບຮອງເອົາພວກທີ່ໄດ້ຮັບ ການແຕ່ງຕັ້ງນັ້ນ.