ສຫລ ແລະຈີນ ບັນລຸ ຂໍ້ຕົກລົງ ການລົງໂທດ ເກົາຫຼີເໜືອ

ຮູບຖ່າຍຜ່ານດາວທຽມ DigitalGlobe ສະແດງໃຫ້ເຫັນພາບ ທີ່ມີການຍິງຈະຫລວດ ທີ່ສະຖານີສົ່ງດາວທຽມ Sohae ຂອງເກົາຫລືເໜືອ ໃນເດືອນທັນວາຜ່ານມາ.

ບັນດານັກການທູດປະຈໍາສະຫະປະຊາຊາດເວົ້າວ່າ ສະຫະລັດ
ໄດ້ບັນລຸຂໍ້ຕົກລົງກັບຈີນກ່ຽວກັບການເພີ້ມການລົງໂທດຂອງສາ
ກົນຕໍ່ເກົາຫລີເໜືອ ທີ່ໄດ້ຍິງຈະຫລວດໃນເດືອນທັນວາ ຜ່ານມາ.

ນັກການທູດດັ່ງກ່າວເວົ້າອີກວ່າ ສະຫະລັດໄດ້ແຈກຢາຍຮ່າງຍັດ
ຕິສະບັບນີ້ໃຫ້ແກ່ສະມາຊິກທີ່ມີ 15 ປະເທດຂອງສະພາຄວາມ
ໝັ້ນຄົງຂອງສະຫະປະຊາຊາດ. ສະພາຄວາມໝັ້ນຄົງສາມາດ ທີ່ຈະລົງຄະແນນສຽງກັນໄດ້ໂດຍໄວພາຍໃນວັນອັງຄານມື້ນີ້ ເພື່ອຈະລົງໂທດຕໍ່ເກົາຫລີເໜືອ ທີ່ໄດ້ຍິງຈະຫລວດ.

ພວກທ່ານເຫລົ່ານັ້ນເວົ້າວ່າ ມະຕິດັ່ງກ່າວ ຈະປະນາມການຍິງ
ຈະຫລວດແລະຈະເສີມຂະຫຍາຍການລົງໂທດທີ່ມີຢູ່ໃນປັດຈຸບັນນີ້ແລ້ວ. ແຕ່ວ່າ ຍັງບໍ່ ມີໃຜຮູ້ ຢ່າງຈະແຈ້ງເທື່ອວ່າ ຈະມີການເພີ້ມການລົງໂທດໃໝ່ອັນໃດຫລືບໍ່ອັນເປັນບາດ ກ້າວທີ່ຈີນ ຊຶ່ງປະເທດພັນທະມິດພຽງປະເທດດຽວຂອງເກົາຫລີເໜືອ ລັ່ງເລໃຈ ທີ່ຈະຍອມ ຮັບເອົານັ້ນ.

ລັດຖະບານວໍຊິງຕັນໄດ້ຜັກດັນໃຫ້ກຸງປັກກິ່ງຮັບເອົາມາດຕະການທີ່ເຂັ້ມແຂງດັ່ງກ່າວ ລຸນ ຫລັງທີ່ໄດ້ມີການຍິງຈະຫລວດ ຊຶ່ງຖືກປະນາມຢ່າງກວ້າງຂວາງເນື່ອງຈາກວ່າ ເປັນການ ທົດລອງລູກສອນໄຟທີ່ທຳທ່າວ່າ ເປັນການສົ່ງດາວທຽມ ທີ່ຖືກເກືອດຫ້າມພາຍໃຕ້ການ ລົງໂທດຂອງສະຫະປະຊາຊາດ.