ເຮືອບິນທະຫານສະຫະລັດລຳນຶ່ງໄດ້ນຳເອົາຊາກກະດູກ 55 ຫີບ ທີ່ເກົາຫຼີີເໜືອກ່າວ
ວ່າ ແມ່ນເປັນຂອງ ທະຫານສະຫະລັດ ທີ່ໄດ້ເສຍຊີວິດ ຢູ່ໃນປາງສົງຄາມເກົາຫຼີ ຫຼາຍ
ກວ່່າຫົກທົດສະວັດມາແລ້ວ ອີງຕາມຖະແຫຼງການຂອງທຳນຽບຂາວທີ່ໃຫ້ການຢືນຢັນ
ໃນຕອນແລງວັນພະຫັດວານນີ້.
ຖະແຫຼງການຂອງທຳນຽບຂາວກ່າວວ່າ “ເຮືອບິນ ກອງທັບອາກາດສະຫະລັດ C-17
ທີ່ຂົນເອົາຊາກເສດກະດູກທະຫານອາເມຣິກັນທີ່ຊີວິດ ອອກຈາກເມືອງວອນຊານ
ເກົາຫຼີເໜືອແລ້ວ. ຊາກກະດູກເຫຼົ່ານີ້ ໄດ້ຖືກຕິດຕາມໂດຍພວກທະຫານຈາກກກອງ
ບັນຊາການສະຫະປະຊາຊາດໃນເກົາຫຼີແລະບັນດາຜູ້ຊ່ຽວ ຊານດ້ານເທັກນິກຈາກຫ້ອງ
ການຮັບຜິດຊອບກ່ຽວກັບພວກຊະເລີຍເສິກ ແລະຜູ້ຫາຍສາບສູນຂອງກະຊວງປ້ອງກັນ
ປະເທດ. ເຮືອບິນ C-17 ໄດ້ລຳລຽງຊາກເສດກະດູກ ໄປຖານທັບໂອຊານໃກ້ກັບນະ
ຄອນຫຼວງໂຊລ ບ່ອນພິທີສົ່ງກັບຄືນ ຢ່າງເປັນທາງການຈະຈັດຂຶ້ນ ໃນວັນທີ 1 ເດືອນ
ສິງຫາຈະມາເຖິງນີ້.”
ນາຍພົນວິນສັນ ບຣຸກສ໌ ຜູ້ບັນຊາການກຳລັງສະຫະປະຊາຊາດແລະສະຫະລັດໃນເກົາ
ຫຼີກ່າວວ່າ “ການປະຕິບັດງານ ໄດ້ເປັນຜົນສຳເລັດ ຫຼັງຈາກການປະ ສານງານຢ່າງກວ້າງ
ຂວາງ. ບັດນີ້ພວກເຮົາຈະກະກຽມໃຫ້ກຽດແກ່ບັນດາຜູ້ເສຍຊີວິດຂອງພວກເຮົາ ກ່ອນ
ເຂົາເຈົ້າຈະເດີນທາງກັບຄືນບ້ານ.”
ເຮືອບິນໄດ້ລົງຈອດທີ່ເກົາຫຼີໃຕ້ ໃນວັນສຸກຕອນເຊົ້າມື້ນີ້.
ອົງການຂ່າວເກົາຫຼີຢອນຮັບໄດ້ລາຍງານວ່າ ຕົນໄດ້ຮູ້ຈາກແຫຼ່ງການທູດເກົາຫຼີໃຕ້ ທີ່
ເກົາຫຼີເໜືອຫວ່າງມໍ່ໆມານີ້ໄດ້ຮັບຫີບໄມ້ສອງຄັນລົດຈາກບັນດາເຈົ້າໜ້າທີ່ສະຫະລັດ.
ວັນສຸກທີ 27 ກໍລະກົດມື້ນີ້ ເປັນຂີດໝາຍຄົບຮອບ 65 ປີຂອງການລົງນາມໃນສັນຍາ
ສະຫງົບເສິກ ເພື່ອຍຸຕິສົງຄາມປີ ລະຫວ່າງປີ 1950 ຫາ 1953 ທີ່ໄດ້ ແບ່ງປະເທດຄອມ
ມິວນິສເກົາຫຼີເໜືອ ແລະປະຊາທິປະໄຕເກົາຫຼີໃຕ້ ອອກຈາກກັນ.
ຖະແຫຼງການທຳນຽບຂາວກ່າວວ່າ “ສະຫະລັດເປັນໜີ້ບຸນຄຸນຢ່າງເລິກເຊິງຕໍ່ບັນດາ
ສະມາຊິກທະຫານອາເມຣິກັນ ຜູ້ທີ່ໄດ້ສະຫຼະຊີບຮັບໃຊ້ປະເທດຊາດເຂົາເຈົ້າ ແລະພວກ
ເຮົາກຳລັງປະຕິບັດງານຢ່າງບໍ່ທໍ້ຖອຍໃນການນຳເອົາເຂົາເຈົ້າກັບຄືນບ້ານ. ເປັນຄວາມຮັບຜິດຊອບຢ່າງເປັນກຽດສຳລັບລັດຖະບານສະຫະລັດເພື່ອຄໍ້າປະກັນວ່າ ບັນດາຊາກ
ກະດູກເຫລົ່ານີ້ ໄດ້ຮັບການຈັດແຈງແບບມີກຽດສັກສີ ແລະຮັບຮູ້ເອົາຢ່າງເໝາະສົມເພື່ອ
ໃຫ້ຄອບຄົວເຂົາເຈົ້າຮັບເອົາເຂົາເຈົ້າແບບມີກຽດ.”
ການມອບຊາກກະດູກເຫຼົ່ານີ້ ແມ່ນການເລີ້ມປະຕິບັດຕາມຂໍ້ຕົກລົງທີ່ໄດ້ເຮັດໃນເດືອນ
ແລ້ວນີ້ ລະຫວ່າງຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ ແລະປະທານາທິ ບໍດີສະຫະລັດ
ທ່ານດໍໂນລ ທຣໍາ ໃນລະຫວ່າງການພົບປະກັນຄັ້ງປະຫວັດສາດທີ່ສິງກະໂປເມື່ອ
ເດືອນມິຖຸນາທີ່ຜ່ານມາ. ປະທານາທິບໍດີທຣໍາ ໄດ້ສົ່ງຂໍ້ຄວາມຜ່ານທາງທວິດເຕີ ຂອບ
ໃຈທ່ານກິມ ຫຼັງຈາກຊາກກະດູກໄດ້ໄປເຖິງເກົາຫຼີໃຕ້.

ພວກທະການກຳລັງຄຳນັບຊາກເສດກະດູກ 55 ຫີບ ຂອງທະຫານສະຫະລັດ ຜູ້ເສຍຊີວິດ ໃນປາງສົງຄາມເກົາຫຼີ ຢູ່ຖານທັບອາກາດໂອຊານ ໃນນະຄອນພຽງຍົງເຕັກ ເກົາຫຼີໃຕ້ ວັນທີ 27 ກໍລະກົດ 2018.
ຖະແຫຼງການທຳນຽບຂາວກ່າວວ່າ “ສະຫະລັດເປັນໜີ້ບຸນຄຸນຢ່າງເລິກເຊິງຕໍ່ບັນດາ
ສະມາຊິກທະຫານອາເມຣິກັນ ຜູ້ທີ່ໄດ້ສະຫຼະຊີບຮັບໃຊ້ປະເທດຊາດເຂົາເຈົ້າ ແລະພວກ
ເຮົາກຳລັງປະຕິບັດງານຢ່າງບໍ່ທໍ້ຖອຍໃນການນຳເອົາເຂົາເຈົ້າກັບຄືນບ້ານ. ເປັນຄວາມຮັບຜິດຊອບຢ່າງເປັນກຽດສຳລັບລັດຖະບານສະຫະລັດເພື່ອຄໍ້າປະກັນວ່າ ບັນດາຊາກ
ກະດູກເຫລົ່ານີ້ ໄດ້ຮັບການຈັດແຈງແບບມີກຽດສັກສີ ແລະຮັບຮູ້ເອົາຢ່າງເໝາະສົມເພື່ອ
ໃຫ້ຄອບຄົວເຂົາເຈົ້າຮັບເອົາເຂົາເຈົ້າແບບມີກຽດ.”
ການມອບຊາກກະດູກເຫຼົ່ານີ້ ແມ່ນການເລີ້ມປະຕິບັດຕາມຂໍ້ຕົກລົງທີ່ໄດ້ເຮັດໃນເດືອນ
ແລ້ວນີ້ ລະຫວ່າງຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ ແລະປະທານາທິ ບໍດີສະຫະລັດ
ທ່ານດໍໂນລ ທຣໍາ ໃນລະຫວ່າງການພົບປະກັນຄັ້ງປະຫວັດສາດທີ່ສິງກະໂປເມື່ອ
ເດືອນມິຖຸນາທີ່ຜ່ານມາ. ປະທານາທິບໍດີທຣໍາ ໄດ້ສົ່ງຂໍ້ຄວາມຜ່ານທາງທວິດເຕີ ຂອບ
ໃຈທ່ານກິມ ຫຼັງຈາກຊາກກະດູກໄດ້ໄປເຖິງເກົາຫຼີໃຕ້.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ