ທ່ານເຣັກສ໌ ທິລເລີສັນ (Rex Tillerson) ລັດຖະມົນຕີກະຊວງການຕ່າງປະເທດສະ
ຫະລັດ ກ່າວວ່າ ທ່ານຈະເຂົ້າຮ່ວມສົນທະນາກັບສະມາຊິກຂອງສະພາຄວາມໝັ້ນຄົງ
ອົງການສະຫະປະຊາຊາດໃນວັນສຸກມື້ນີ້ ກ່ຽວກັບການ "ທໍາຄວາມກົດດັນໃນຂີດສູງສຸດ"
ຕໍ່ເກົາຫລີເໜືອ ເພື່ອໃຫ້ປະເທດດັ່ງກ່າວລົບລ້າງໂຄງການອາວຸດນີວເຄລຍພາຍໃນ
ບໍ່ເທົ່າໃດມື້ ພາຍຫລັງທີ່ທ່ານໄດ້ຍື່ນທາງອອກອັນຂຽວງາມແກ່ພຽງຢາງ.
ກະຊວງການຕ່າງປະເທດສະຫະລັດເວົ້າວ່າ ທ່ານທິລເລີສັນ ຈະຮຽກຮ້ອງໃຫ້ສະ
ມາຊິກຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດທຸກຄົນເຮັດວຽກຮ່ວມກັນ
ເພື່ອສືບຕໍ່ປຸກລະດົມໃຫ້ທໍາການກົດດັນທາງດ້ານເສດຖະກິດ ແລະການທູດຕໍ່ເກົາຫລີ
ເໜືອ ເພື່ອບັງຄັບໃຫ້ລະບອບປົກຄອງໃນປະເທດດັ່ງກ່າວ ຢຸດຕິໂຄງການນີວເຄລຍ
ແລະລູກສອນໄຟຂີປະນາວຸດລົງ.
ທ່ານທິລເລີສັນ ຍັງຈະພົບປະກັບເລຂາທີການໃຫຍ່ ສະຫະປະຊາຊາດ, ທ່ານ ອາໂຕນິ
ໂຍ ກຸດແທເຣັສ໌ (António Guterres) ໃນວັນສຸກມື້ນີ້.
ເກົາຫລີເໜືອແມ່ນມີບັນຫາສໍາຄັນສູງຢູ່ໃນລາຍການຂອງການພົບປະກັນລະຫວ່າງ
ທ່ານ ກຸດແທເຣັສ໌ ແລະທ່ານຊິນໂຊ ອະເບະ (Shinzo Abe) ໃນລະຫວ່າງທີ່ທ່ານ
ກຸດແທເຣັສ໌ ຢ້ຽມຢາມນະຄອນໂຕກຽວໃນວັນພະຫັດວານນີ້.
ທ່ານ ກຸດແທເຣັສ໌ ກ່າວຢູ່ໃນກອງປະຊຸມຖະແຫລງຂ່າວ ຢູ່ສະໂມສອນຂ່າວສານ
ແຫ່ງຊາດຂອງຍີ່ປຸ່ນໃນວັນພະຫັດວານນີ້ວ່າ "ຈຸດປະສົງ ກໍຄືເຮັດໃຫ້ປອດອາວຸດ
ນີວເຄລຍໃນແຫລມເກົາຫລີ ແລະມັນກໍມີຄວາມສໍາຄັນຫລາຍທີ່ສຸດທີ່ຕ້ອງໄດ້ຮັກສາ
ຄວາມສາມັກຄີກັນຢູ່ໃນສະພາຄວາມໝັ້ນຄົງ. ຄວາມສາມັກຄີກັນຢູ່ໃນສະພາຄວາມໝັ້ນ
ຄົງ--ນັ້ນເປັນເຄື່ອງມືສໍາຄັນຫລາຍ ເພື່ອໃຫ້ບັນລຸເປົ້າໝາຍນີ້ ແຕ່ພ້ອມກັນນັ້ນ
ກໍອະນຸຍາດໃຫ້ມີການໂອ້ລົມກັນທາງການທູດ ທີ່ອາດຈະເຮັດໃຫ້ບັນລຸ ເປົ້າໝາຍນີ້ໄດ້ ຢ່າງສັນຕິ."
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
ສຫລ ຮຽກຮ້ອງໃຫ້ສາກົນ ສືບຕໍ່ ກົດດັນ ເກົາຫຼີເໜືອ ໃຫ້ລົບລ້າງ ອາວຸດນິວເຄລຍ
ທ່ານເຣັກສ໌ ທິລເລີສັນ (Rex Tillerson) ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ຍ່າງໄປຫາຕັ່ງຂອງທ່ານ ໃນຂະນະທີ່ເຂົ້າຮ່ວມ ກອງປະຊຸມສອງຝ່າຍ ລະຫວ່າງ ສະຫະລັດ ແລະເມັກຊິໂກ ກ່ຽວກັບການທັບມ້າງ ການຈັດຕັ້ງ ອາຊະຍາກໍາຂ້າມຊາດ ທີ່ຈັດຢູ່ກະຊວງການຕ່າງປະເທດ ສະຫະລັດ ໃນນະຄອນຫລວງວໍຊິງຕັນ ໃນວັນທີ 14 ທັນວາ 2017.