ສະຫະລັດ ຂະຫຍາຍ ມາດຕະການ ລົງໂທດຕໍ່ ເກົາຫຼີເໜືອ

ປ້າຍໂຄສະນາຊວນເຊື່ອ ເຊິ່ງອ່ານວ່າ "ກ້າວສູ່ໄຊຊະນະອັນສູງສຸດ" ໃນຄວາມໝາຍຂອງພາສາ ເກົາຫຼີ ຕິດຕັ້ງຢູ່ນອກສູນກາງ Kaesong ໃນເກົາຫຼີເໜືອ.

ສະຫະລັດ ໄດ້ຂະຫຍາຍມາດຕະການລົງໂທດພຽງຝ່າຍດຽວຕໍ່ ເກົາ ຫຼີເໜືອ, ອັນເປັນການເຄື່ອນໄຫວ​ເພື່ອ​ສະ​ໜັບສະ​ໜູນການລົງຄະ ແນນສຽງ ຂອງອົງການສະຫະປະຊາຊາດ ​ໃນ​ການລົງໂທດເພີ່ມ ເຕີມຕໍ່ ພຽງຢາງ ທີ່ຄວາມພະຍາຍາມສ້າງອາວຸດນິວເຄລຍ ​ແລະ​ແຜ່ຜາຍ​ອາວຸດທີ່ຜິດກົດໝາຍດັ່ງກ່າວ

ກະຊວງ​ການ​ຕ່າງປະ​ເທດແລະກະຊວງການເງິນ ສະຫະລັດ ໄດ້ປະ ກາດ ມາດຕະການລົງໂທດຕໍ່ 5 ບຸກຄົນແລະ 12 ອົງການ ໃນວັນ ພຸດວານນີ້.

ຮວມຢູ່​ໃນ​ບັນດາ​ອົງການທີ່​ຖືກ​ລົງ​ໂທດນັ້ນ ແມ່ນກະຊວງອຸດສາ ຫະກຳ ພະລັງງານປະລະມານູ ແລະຄະນະກຳມະທິການປ້ອງກັນປະເທດຂອງ ເກົາຫຼີເໜືອ.

ມາດຕະການລົງໂທດຂອງສະຫະລັດ ​ແມ່ນຈະກັກຊັບສິນ ທີ່ໜ່ວຍງານ ແລະ ບຸກຄົນ​ເຫຼົ່ານີ້ ມີ​ຢູ່​ໃນ​ສະຫະລັດ ແລະຫ້າມອົງການທັງຫຼາຍຂອງ ສະຫະລັດ ບໍ່​ໃຫ້ເຮັດທຸລະກິດນຳພວກ ເຂົາເຈົ້າ.

ລັັດຖະມົນຕີການເງິນ ທ່ານ Jacob Lew ໄດ້ກ່າວວ່າ ຄວາມພະຍາ ຍາມທີ່ຈະປະສານງານ ກັນລະຫວ່າງ ອົງການສະຫະປະຊາຊາດ ແລະ ສະຫະລັດ ໄດ້ສົ່ງ “ຄຳ​ເຕືອນອັນກະຈ່າງ ແຈ້ງ” ໃຫ້ທົ່ວໂລກຮູ້.

ທ່ານກ່າວວ່າ “ປະຊາຄົມໂລກຈະບໍ່ອົດກັ້ນຕໍ່ກິດຈະກຳຕ່າງໆ ກ່ຽວກັບລູກສອນໄຟຂີປະນາ ວຸດ ແລະ ອາວຸດນິວເຄລຍທີ່ຜິດກົດໝາຍຂອງ ເກົາຫຼີເໜືອ ແລະ ມັນຈະມີຜົນຕາມມາທີ່ ຮ້າຍແຮງ ຈົນກວ່າພວກເຂົາ ເຈົ້າປ່ຽນແປງການປະພຶດແບບບໍ່ມີຫົວຄິດຂອງຕົນເອງ.”

ການດຳເນີນການດັ່ງກ່າວໄດ້ເກີດຂຶ້ນຫຼັງຈາກ ເກົາຫຼີເໜືອ ໄດ້ດຳເນີນການ​ໃນສິ່ງທີ່ພວກເຂົາ ເຈົ້າໄດ້ກ່າວວ່າ ເປັນການທົດລອງລະເບີດນິວເຄລຍໃນເດືອນມັງກອນ ແລະ ການຍິງລູກ​ສອນ​ໄຟໃນເດືອນກຸມພາທີຜ່ານມາ.

Your browser doesn’t support HTML5

UN North Korea