ຊາວປີ ຫຼັງຈາກທີ່ ໄຊງ່ອນ ໄດ້ຕົກຢູ່ໃນກຳມືຂອງຫວຽດນາມເໜືອ ອະດີດ ປະທາ
ນາທິບໍດີ Bill Clinton ໄດ້ປະກາດສ້າງຕັ້ງສາຍພົວພັນດ້ານທາງດ້ານການທູດ
ແບບປົກກະຕິ ກັບຫວຽດນາມ. ນັ້ນແມ່ນ 20 ປີ ກ່ອນ ໃນວັນທີ 11 ກໍລະກົດ ປີ 1997.
ປະທານາທິບໍດີ Bill Clinton ກວດແຖວທະຫານ ກອງກຽດຕິຍົດ ໃນລະຫວ່າງ ພິທີຕ້ອນຮັບ ຢ່າງເປັນທາງການ ໃນນະຄອນຫຼວງຮ່າໂນຍ ເມື່ອວັນທີ 17 ພະຈິກ ປີ 2000.
“ໃນຊ່ວງເວລານີ້ ໄດ້ມອບໂອກາດໃຫ້ພວກເຮົາ ເພື່ອຮຳແຜຂອງພວກເຮົາເອງ”
ທ່ານ ຄລິນຕັນ ໄດ້ກ່າວ ໂດຍໃຊ້ຄຳເວົ້າທີ່ກະຕຸ້ນຈິດໃຈ ຊຶ່ງໄດ້ຖືກໃຊ້ໂດຍ ທ່ານ
Lincoln ຢູ່ຕອນທ້າຍຂອງສົງຄາມກາງເມືອງ ສະຫະລັດ ທີ່ວ່າ “ພວກເຂົາເຈົ້າໄດ້
ຕ້ານທານ ຕໍ່ເວລາມາໄດ້ດົນນານແລ້ວ. ບັດນີ້ ພວກເຮົາສາມາດ ເຄື່ອນໄຫວໄປ
ສູ່ການມີພື້ນຖານຮ່ວມກັນ.”
ທ່ານ ຄລິນຕັນ ໃນຄັ້ງນຶ່ງເຄີຍເປັນນັກສຶກສາປະທ້ວງ ຕໍ່ຕ້ານ ສົງຄາມ ໄດ້ຫລີກເວັ້ນ
ການເກນເຂົ້າເປັນທະຫານ ຊຶ່ງເປັນບັນຫາທີ່ມີຂຶ້ນ ໃນລະຫວ່າງການໂຄສະນາຫາສຽງ
ເປັນປະທານາທິບໍດີ ຂອງທ່ານ.
ການສ້າງຕັ້ງສາຍພົວພັນແບບປົກກະຕິ ໄດ້ເລີ້ມຂຶ້ນເມື່ອນຶ່ງປີກ່ອນ ໃນປີ 1994 ເວລາ
ສະຫະລັດໄດ້ຍົກເລີກການຂວ້ຳບາດທາງດ້ານການຄ້າ ທີ່ມີມາເປັນເວລາ 19 ປີ ຕໍ່
ຫວຽດນາມ ເພື່ອເປັນການສະໜອງຕອບຕໍ່ການຮ່ວມມືຂອງຫວຽດນາມ ໃນການ
ຊອກຫາທະຫານອາເມຣິກັນ 2,238 ຄົນທີ່ຍັງຫາຍສາບສູນໄປ ໃນປາງສົງຄາມ.
ທະຫານສະຫະລັດ ປົກຄຸມຫີບບັນຈຸຊາກສົບ ດ້ວຍທຸງຊາດ ທີ່ເຊື່ອວ່າເປັນຂອງທະຫານສະຫະລັດ ທີ່ຫາຍສາບສູນໄປ ໃນປາງສົງຄາມຫວຽດນາມ, ຢູ່ພິທີສົ່ງຊາກສົບກັບຄືນ ທີ່ສະໜາມບິນ Noi Bai ຂອງຮ່າໂນຍ ເມື່ອວັນທີ 9 ທັນວາ 2008.
ເຖິງແມ່ນໄດ້ມີການເຄື່ອນໄຫວດັ່ງກ່າວກໍຕາມ ແຕ່ການເກັບພາສີແພງຕໍ່ການສົ່ງອອກ
ຂອງຫວຽດນາມແມ່ນຍັງມີຢູ່ຕໍ່ມາ ເພື່ອລໍຖ້າການໄດ້ຮັບຖານະພິເສດທາງດ້ານການຄ້າ
ຊຶ່ງຫວຽດນາມອາດຈະໄດ້ຮັບຫລັງຈາກໄດ້ຂະຫຍາຍການປະຕິຮູບຕະຫລາດເສລີ
ຂອງຕົນ.
ສະມາຊິກສະພາສູງ ຈອນ ແມັກເຄນ ທີ່ສັງກັດພັກຣີພັບບລີກັນ ເປັນຜູ້ໃຫ້ຄຳແນະນຳ
ຕໍ່ທ່ານຄລິນຕັນ ກ່ຽວກັບການຕັດສິນໃຈໃນປີ 1995. ທ່ານແມັກເຄນ ແມ່ນອະດີດ
ນັກບິນກອງທັບເຮືອສະຫະລັດ ທີ່ຖືກກັງຂັງເປັນເວລາ 5 ປີ ໃນຖານຊະເລີຍເສິກ
ຢູ່ທີ່ຮາໂນ່ຍ ໃນລະຫວ່າງ ສົງຄາມຫວຽດນາມ.