ສະຫະລັດ ກ່າວວ່າ ເກົາຫລີເໜືອ ຕ້ອງຍິນຍອມ ກ່ຽວກັບໂຄງການນີວເຄຼຍ ກ່ອນໄດ້ຮັບການຊ່ອຍເຫຼືອ

  • ສິງ ບູຣົມມະວົງ

ພົນເອກ Robert Willard ຜູ້ບັນຊາການທະຫານສະຫະລັດ ປະຈໍາພາກພື້ນເອເຊຍ ປາຊີຟິກ. ວັນທີ 28 ກຸມພາ 2012.

ຜູ້​ບັນຊາ​ການຂັ້ນ​ສູງ​ຂອງ​ກອງທັບ​ສະຫະລັດ​ທ່ານ​ນຶ່ງ​ກ່າວ​ວ່າ ​ເກົາຫລີເໜືອ​ຕ້ອງ​ທໍາ​ການ​ຍິນ​ຍອມ​ກ່ຽວ​ກັບ​ໂຄງການ​ນີວ​ເຄລຍຂອງ​ຕົນ ​ເພື່ອຄໍ້າປະກັນ​ວ່າ​ຕົນ​ຈະ​ໄດ້​ຮັບ​ການ​ຊ່ອຍ​ເຫລືອ​ເຂົ້າປາ​ອາ​ຫານທີ່​ຕົນ​ຕ້ອງການ​ເປັນ​ທີ່​ສຸດ​ຈາກ​ລັດຖະບານ​ກຸງ​ວໍ​ຊິງ​ຕັນ​ນັ້ນ.

ພົນເຣືອເອກ Robert Willard ​ຜູ້ບັນຊາ​ການ​ກຳລັງ​ສະຫະລັດ​ປະ​ຈໍາ​ພາກ​ພື້ນ​ເອ​ເຊຍ​ປາຊີ​ຟິກ ກ່າວ​ໃນ​ວັນ​ອັງຄານ​ວານ​ນີ້​ວ່າ ​ເງື່ອນ​ໄຂ​ຕ່າງໆ​ແມ່ນຮວມທັງ​ການ​ໃຫ້​ເກົາຫລີ​ເໜືອ​ຍຸດຕິ​ໂຄງການ​ນີວ​ເຄລຍ​ແລະ​ການ​ທົດລອງ​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂອງ​ຕົນຕະຫຼອດ​ທັງ​ອະນຸມັດ​ໃຫ້ ພວກ​ນັກ​ກວດກາ​ນີວ​ເຄລຍຂອງ​ສະຫະ​ປະຊາ​ຊາດ​ກັບ​ຄືນ​ເຂົ້າ​ໄປ​ກວດກາໂຮງ​ໄຟຟ້າພະລັງ​ປະລະມະ​ນູທີ່ Yongbyon ນັ້ນ.

ພົນເຮືອເອກ Willard ກ່າວ​ເຊ່ນ​ນີ້​ ໃນ​ການໃຫ້ການ​ຕໍ່​ຄະນະ​ກໍາມາ​ທິການດ້ານ​ທະຫານ​ຂອງສະພາ​ສູງ​ສະຫະລັດ​ທີ່​ກຸງ​ວໍ​ຊິງ​ຕັນ.

ບັນດາ​ເຈົ້າ​ໜ້າ​ທີ່​ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ປະຕິ​ເສດ​ມາ​ເປັນ​ເວລາ​ດົນ​ນານ​ທີ່​ວ່າ ການ​ຊ່ອຍ​ເຫລືອ​ດ້ານ​ເຂົ້າປາ​ອາຫານ​ແກ່​ເກົາຫລີ​ເໜືອ ທີ່​ທຸກ​ຈົນແມ່ນມີ​ເງື່ອນ​ໄຂ​ພົວພັນ​ກັບ​ການ​ຍິນ​ຍອມ​ທາງ​ດ້ານ​ການ​ເມືອງຕ່າງໆ.

ສະຫະລັດ​ໄດ້​ງົດ​ໂຄງການໃຫ້ການ​ຊ່ອຍ​ເຫຼືອ​ເຂົ້າປາ​ອາ​ຫານຂອງ​ຕົນ​ໃນ​ຕົ້ນ​ປີ 2009 ພາກສ່ວນ​ນຶ່ງ​ກໍ​ເປັນ​ຍ້ອນ​ມີ​ຄວາມ​ເປັນ​ຫ່ວງ​ກັງວົນ​ວ່າ ອາຫານ​ເຫລົ່າ​ນີ້​ໄດ້​ຖືກ​ສົ່ງໄປ​ໃຫ້​ກອງທັບ​ເກົາຫລີ​ເໜືອຫລື​ໄປ​ໃຫ້ພວກ​ຫົວ​ກະທິ​ດ້ານ​ການ​ເມືອງ​ ​ແທນ​ທີ່​ຈະ​ແມ່ນ​ປະຊາຊົນ.