ສະຫະລັດແລະເກົາຫລີເໜືອ ເລີ້ມການເຈລະຈາກັນ ເລື້ອງນີວເຄລຍ ທີ່ນະຄອນເຈນີວາ

  • ສິງ ບູຣົມມະວົງ

ທ່ານ Stephen Bosworth ຫົວໜ້າຄະນະຜູ້ຕາງໜ້າສະຫະລັດ ທີ່ກອງປະຊຸມສອງມື້ ກັບເກົາຫລີເໜືອ ທີ່ນະຄອນເຈນີວາ ກ່ຽວກັບເລື້ອງນີວເຄຍເກົາຫລີເໜືອ. ວັນທີ 24 ຕຸລາ 2011.

ບັນດາ​ນັກ​ການ​ທູດ​ສະຫະລັດ​ແລະ​ເກົາຫລີ​ເໜືອ ​ໄດ້​ເລີ້ມ​ທໍາ​ການພົບ​ປະ​ເຈ​ລະ​ຈາ​ກັນ​ເປັນ​ເວລາ 2 ມື້ໃນ​ວັນ​ຈັນ​ມື້ນີ້​ ທີ່​ນະຄອນ​ເຈ​ເນ​ວາ ປະ​ເທດ Switzerland ກ່ຽວ​ກັບ​ການເປີດ​ການເຈລະຈາ​ 6 ຝ່າຍ​ຄືນ ​ໃໝ່​ ກ່ຽວ​ກັບ​ໂຄງການ​ນີວ​ເຄລຍຂອງ​ກຸງ​ພຽງ​ຢ້າງ​ນັ້ນ.

ຄະນະ​ຜູ້​ຕາງໜ້າ​ຂອງ​ສະຫະລັດ​ ​ແມ່ນ​ນໍາພາ​ໂດຍທ່ານ Stephen Bosworth ທູດ​ພິ​ເສດ​ກ່ຽວ​ກັບ​ເກົາຫລີ​ເໜືອ ​ທີ່​ຈະ​ພົ້ນ​ຈາກຕໍາ​ແໜ່​ງ​ ແລະ​ທ່ານ Glyn Davies ຜູ້​ທີ່​ຈະ​ມາ​ວ່າ​ໜ້າ​ທີ່​ແທນ​ທ່ານ​ນັ້ນ.

ທັງ​ສອງ​ທ່ານ​ນີ້​ຈະ​ສະ​ເໜີ​ທ່າ​ທີ​ຂອງ​ລັດຖະບານ​ກຸງວໍ​ຊິງ​ຕັນ​ທີ່​ວ່າ ກຸງ​ພຽງ​ຢ້າງ​ຈະ​ຕ້ອງ​ຢຸດ​ເຊົາ​ໂຄງການເສີມ​ສະມັດ​ຖະ​ພາບ​ທາດ​ຢູ​ເຣນຽມ​ຂອງ​ຕົນ ​ແລະ​ອະນຸຍາດ​ໃຫ້​ພວກ​ນັກ​ກວດກາ​ສະຫະ​ປະຊາ​ຊາດກັບ​ຄືນ​ໄປ​ຍັງ​ເກົາຫລີ​ເໜືອ ກ່ອນ​ການເຈລະຈາ 6 ຝ່າຍ​ຈະ​ສາມາດໄຂ​ຄືນ​ໄດ້​ນັ້ນ.

ຄະນະ​ຜູ້ຕາງໜ້າ​ຂອງ​ເກົາຫລີ​ເໜືອ ​ພາຍ​ໃຕ້​ການ​ນໍາພາ​ຂອງ​ທ່ານ Kim Kye-kwam ຮອງ​ລັດຖະມົນຕີ​ຕ່າງປະ​ເທດ ​ເບິ່ງ​ຄື​ວ່າ ຈະຕ້ອງໄດ້ປະຕິບັດ​ຕາມ​ຖ້ອຍ​ຖະ​ແຫລ​ງຂອງ​ທ່ານ​ກິມຈົງ​ອີລ ຜູ້​ນໍາ​ເກົາ​ຫລີ​ເໜືອ​ ທີ່​ໄດ້​ກ່າວ​ຕໍ່ອົງການ​ຂ່າວ Itar-Tass ຂອງທາງ​ການ​ຣັດ​ເຊຍ​ໃນ​ສັບປະ ດາ​ຜ່ານ​ມາ​ວ່າ ການເຈລະຈາ​ກັນເລື້ອງນີ້​ຄວນ​ຈະ​ໄຂ​ຄືນ​ຢ່າງ​ໄວ ​ແລະ​ໂດຍ​ບໍ່​ມີ​ເງື່ອນ​ໄຂ​ໃດ​ໆ.

ແຕ່​ວ່​າ ເກົາຫລີ​ເໜືອ​ພວມ​ຖືກ​ກົດ​ດັນ​ຈາກ​ພັນທະ​ມິດ​ທີ່ສໍາຄັນຂອງ​ຕົນ ຄືຈີນ​ນັ້ນ ທີ່​ຢາກ​ໃຫ້​ພຽງ​ຢາງປັບປຸງ​ສາຍ​ພົວພັນກັບ​ສະຫະລັດ​ແລະ​ເກົາຫລີ​ໃຕ້. ຮອງ​ນາຍົກລັດຖະມົນຕີຈີນ ທ່ານ Li Kequiang ທີ່​ພວມ​ທໍາ​ການ​ຢ້ຽມຢາມ​ເກົາຫລີ​ເໜືອ​ຢູ່​ໃນ​ເວລາ​ນີ້ ກ່າວ​ຕໍ່​ທ່ານ Choe Yong Rim ນາຍົກລັດຖະມົນຕີ​ເກົາຫລີ​ເໜືອ​ ໃນ​ວັນ​ອາທິດ​ວານ​ນີ້​ວ່າ ການ​ປັບປຸງ​ສາຍ​ພົວ ພັນກັນ​ນັ້ນ ຈະ​ເປັນ​ການ​ສົ່ງ​ເສີມ​ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ.