ສະຫະລັດຮຽກຮ້ອງໃຫ້ເກົາຫຼີເໜືອກັບ​ຄືນໄປ​ສູ່ ການເຈລະຈາ 6 ຝ່າຍ

ທ່ານ Robert Einhorn ທີ່ປຶກສາພິເສດຂອງສະຫະລັດ ຮັບຜິດຊອບກ່ຽວກັບ ການຄວບຄຸມແລະຫ້າມແຜ່ຜາຍ ອາວຸດນິວເຄລຍ

ສະຫະລັດ​ໄດ້ຮຽກຮ້ອງໃຫ້ເກົາຫຼີເໜືອສະແດງອອກຊຶ່ງ
ຄວາມໝາຍໝັ້ນຕັ້ງໃຈໃນການກັບ​ຄືນ​ໄປ​ສູ່ການເຈລະຈາ
6 ຝ່າຍ ທີ່ແນໃສ່ເພື່ອທັບມ້າງໂຄງການສ້າງອາວຸດນິວ
ເຄລຍຂອງພຽງຢ່າງນັ້ນ.

ທ່ານ Mark Toner ໂຄສົກກະຊວງການຕ່າງປະເທດ
ສະຫະລັດກ່າວຕໍ່ພວກນັກຂ່າວໃນວັນອັງຄານວານນີ້ວ່າ ລັດ
ຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary
Clinton ໄດ້ສົນທະນາຫາລືເລື່ອງເກົາຫຼີເໜືອກັບລັດຖະມົນ ຕີການຕ່າງປະເທດຈີນ ໃນມື້ວັນຈັນຜ່ານມານີ້.

ນອກຈາກເກົາຫລີ​ເໜືອແລ້ວ ການເຈລະຈາ 6 ຝ່າຍຍັງພົວ ພັນກັບສະຫະລັດ ຈີນ ຣັດເຊຍ ຍີ່ປຸ່ນ ແລະເກົາຫຼີໃຕ້. ການເຈລະຈາຫາລືທີ່ວ່ານີ້ ແມ່ນແນໃສ່ ເພື່ອໃຫ້ເກົາຫຼີເໜືອ ປະຖິ້ມໂຄງການສ້າງອາວຸດນິວເຄລຍ ເພື່ອແລກກັບການ ຊ່ອຍເຫຼືອແລະພະລັງງານ.

ທ່ານ Toner ເວົ້າວ່າ ທີ່ປຶກສາພິເສດຂອງສະຫະລັດ ຮັບຜິດຊອບກ່ຽວກັບການຄວບຄຸມ
ແລະຫ້າມແຜ່ຜາຍອາວຸດນິວເຄລຍ ທ່ານ Robert Einhorn ຈະເດີນທາງໄປຢ້ຽມຢາມຈີນ
ແຕ່ວັນ 28 ຫາວັນທີ 30 ກັນຍາ ທີ່ເພັງເລັງໃສ່ເລື່ອງເກົາຫລີເໜືອແລະອີຣ່ານ.