ນັກການທູດອະວຸໂສທີ່ເວົ້າຈາແບບສຸພາບນຸ້ມນວນຂອງສະຫະລັດ ຊຶ່ງຖືວ່າມີປະ ສົບພະການສູງໃນການປະເຊີນໜ້າກັບເກົາຫລີເໜືອ ໄດ້ຖືກມອບໝາຍໜ້າທີ່ໃນອັນທີ່ອາດຈະເປັນພາລະກິດທີ່ທ້າຍທາຍທີ່ສຸດສຳລັບທ່ານ ນັ້ນກໍຄືການເປັນເອກ ອັກຄະລັດຖະທູດປະຈຳຟິລິບປີນ ຄູ່ພາຄີສົນທິສັນຍາປ້ອງກັນປະເທດມາເປັນເວ ລາດົນນານ ຊຶ່ງຜູ້ນຳໄດ້ປະກາດ ”ແຍກທາງ” ກັບສະຫະລັດ.
ທ່ານ Sung Kim ໄດ້ສາບານໂຕເຂົ້າຮັບຕຳແໜ່ງ ໃນວັນພະຫັດວານນີ້ ຢູ່ທີ່ ກະຊວງຕ່າງປະເທດສະຫະລັດ ໂດຍລັດຖະມົນຕີຕ່າງປະເທດ ທ່ານ John Kerry ທີ່ບໍ່ໄດ້ໃຫ້ຄວາມສຳຄັນຕໍ່ສະພາບການທີ່ພວມຊຸດໂຊມລົງຢ່າງວ່ອງໄວ ໂດຍກ່າວວ່າ ທ່ານຍັງມີຄວາມເຊື່ອໝັ້ນໃນຄວາມສຳພັນສອງຝ່າຍ “ເຖິງແມ່ນວ່າຈະມີຄວາມແຕກຕ່າງ ຢູ່ບ່ອນນີ້ ແລະຢູ່ບ່ອນນັ້ນ ກ່ຽວກັບສິ່ງໃດສິ່ງນຶ່ງຫລືນັ້ນກໍຕາມ.”
ທ່ານ Sung Kim ກ່າວຕໍ່ບັນດາແຂກຜູ້ມີກຽດ ຫລັງຈາກໄດ້ສາບານໂຕເຂົ້າຮັບຕຳແໜ່ງ ເອກອັກຄະລັດຖະທູດ ສະຫະລັດ ປະຈຳຟິລິບປີນ.
ລັດຖະມົນຕີຕ່າງປະເທດສະຫະລັດຍັງໄດ້ປະກາດວ່າ ທ່ານຢາກໄປຢ້ຽມຢາມຟິລິບປີນອີກ ກ່ອນທີ່ທ່ານຈະອອກຈາກຕຳແໜ່ງ.
ເວລານັ້ນ ທ່ານ Sung Kim ເປັນຜູ້ຕາງໜ້າພິເສດກັບ ເກົາຫລີເໜືອ ກຳລັງຕອບຄຳຖາມຈາກບັນດານັກຂ່າວ.
ປະທານາທິບໍດີຟິລິບປີນ ທ່ານ Rodrigo Duterte ບໍ່ພຽງແຕ່ປະຕິເສດຕໍ່ວໍຊິງຕັນເທົ່ານັ້ນ ແຕ່ຍັງໄດ້ສົບປະໝາດ ດ້ວຍຄຳເວົ້າທີ່ຫຍາບຊ້າ ຕໍ່ປະທານາທິບໍດີ Barack Obama ແລະເອກອັກຄະລັດຖະທູດ Philip Goldberg ທີ່ພົ້ນຈາກ ຕຳແໜ່ງໄປນັ້ນ ໄດ້ປະກາດຍຸຕິ ການຊ້ອມລົບທາງທະຫານຮ່ວມກັບສະຫະລັດ ແລະໄດ້ລິເລີ້ມການຫັນຍຸດທະສາດ ຈາກວໍຊິງຕັນ ໄປຫາປັກກິ່ງ.
ປະທານາທິບໍດີ ຟິລິບປີນ ທ່ານ Rodrigo Duterte.
ຈີນໄດ້ມອບລາງວັນຢ່າງວ່ອງໄວໃຫ້ແກ່ທ່ານ Duterte ໂດຍການໃຫ້ເງິນກູ້ຢືມດອກເບ້ຍຕ່ຳມູນຄ່າ 9 ພັນລ້ານ ແລະໃຫ້ຄຳໝັ້ນສັນຍາທີ່ຈະອະນຸຍາດໃຫ້ຊາວປະມົງຟິລິບປິນ ກັບຄືນເຂົ້າໄປຫາປາໃນນ່ານນໍ້າທີ່ມີການໂຕ້ແຍ້ງກັນ.
ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ John Kerry ກ່າວຢູ່ໃນພິທີ່ສາບານໂຕ ຂອງເອກອັກຄະລັດຖະທູດ Sung Kim.