ທ່ານເນທັນຢາຮູກ່າວວ່າ ສັນຕິພາບ ຈະບໍ່ຮວມເຂດຊາຍແດນ ປີ 1967

  • ສິງ ບູຣົມມະວົງ

ທ່ານ Benjamin Netanyahu ນາຍົກລັດຖະມົນຕີອີສຣາແອນ ກ່າວຕໍ່ກອງປະຊຸມກຸ່ມ AIPAC ທີ່ກຸງວໍຊິງຕັນ ວັນທີ 23 ພຶດສະພາ 2011

ທ່ານ Benjamin Netanyahu ນາຍົກລັດຖະມົນຕີອີສຣາ​
ແອນ ກ່າວ​ວ່າ ຂໍ້​ຕົກລົງ​ສັນຕິພາບ​ລະຫວ່າງ​ອີສຣາ​ແອນ​
ແລະ​ປາ​ແລ​ສ​ໄຕນ໌ ຈະບໍ່​ສາມາດ​ຮວມ​ເອົາ​ເລື້ອງ​ທີ່ໃຫ້ອີສ
ຣາ​ແອນກັບ​ຄືນ​ໄປ​ມີຊາຍ​ແດນ ທີ່ບໍ່​ມີທາງ​ປ້ອງ​ກັນ​ໄດ້​ໃນ
ສະໄໝ​ປີ 1967 ນັ້ນ ຮວມຢູ່ນຳ.

ນອກ​ນັ້ນ​ທ່ານ​ເນ​ທັນ​ຢາ​ຮູ​ຍັງ​ກ່າວ​ຕໍ່​ກອງ​ປະຊຸມຂອງຄະ
ນະກຳມະການປະຊາສຳພັນ​ປະຊາຊົນ​ອີສຣາ​ແອນ​ອະ​ເມ
ລິ​ກັນ​ທີ່​ກຸງ​ວໍ​ຊິງຕັນ​ໃນ​ຄໍ່າ​ຄືນ ​ວັນ​ຈັນ​ວານ​ນີ້​ວ່າ ສັນຕິ
ພາບ​ຈະ​ມີ​ຂຶ້ນ​ໄດ້ກໍ​ຕໍ​ເມື່ອ​ເວລາ​ໃດ​ພວກ​ປາ​ແລ​ສ​ໄຕ​ນ໌ ຮັບ​ຮູ້​ສິດທິ​ຂອງ​ການ​ມີ​ປະ​ເທດ​ອີສຣາ​ແອນ​ເທົ່າ​ນັ້ນ.

ປະທານາທິບໍດີ​ບາຣັກ​ໂອ​ມາ​ບາ​ແຫ່ງ​ສະຫະລັດ ​ກໍ​ໄດ້​ກ່າວ​ຖ້ອຍ​ຖະແຫລ​ງ​ເຊ່ນ​ດຽວ​ກັນ​ຕໍ່ກຸ່ມ​
ວິ້ງ​ເຕັ້ນ​ທີ່​ນິຍົມ​ອີສຣາ​ແອນກຸ່ມ​ດຽວ​ກັນນີ້​ໃນ​ວັນອາທິດ​ຜ່ານ​ມາ​ວ່າ ອີສຣາ​ແອນ​ຈະ​ຕ້ອງ​ເອົາ​
ຊ່ອງ​ທາງ​ທີ່​ຫຍຸ້ງຍາກ​ອັນ​ຈໍາເປັນ​ເພື່ອ​ໃຫ້​ບັນລຸ​ຂໍ້​ຕົກລົງ​ສັນຕິພາບ​ກັນໃນ​ພາກ​ຕາ​ເວັນ​ອອກ
ກາງ ຊຶ່ງ​ທາງ​ເລືອກ​ເຫລົ່າ​ນີ້​ແມ່ນ​ຮວມທັງ ອິງ​ຕາມ​ຄໍາ​ເວົ້າ​ຂອງ​ປະທານາທິບໍດີ​ສະຫະລັດ​ນັ້ນ
ການ​ໃຊ້​ເຂດ​ຊາຍ​ແດນ​ກ່ອນ​ສົງຄາມ​ປີ 1967 ຂອງ​ອີສຣາ​ແອນ​ນັ້ນ ​ເປັນ​ພື້ນຖານ​ສໍາລັບ​
ການ​ເຈລະຈາ​ກັນ.

ທ່ານ​ເນ​ທັນ​ຢາ​ຮູ ​ໄດ້​ປະຕິ​ເສດ​ຊໍ້າ​ແລ້ວ​ຊໍ້າ​ອີກ​ກ່ຽວ​ກັບ​ເລື້ອງ​ນີ້ ​ໃນ​ຄໍາປາ​ໄສ​ຂອງ​ທ່ານ​ໃນ​
ແລງ​ວັນ​ຈັນ​ວານ​ນີ້. ນອກ​ນັ້ນ​ຜູ້​ນໍາ​ອີສຣາ​ແອນ​ຍັງ​ກ່າວ​ຕື່ມ​ວ່າ ມັນ​ເຖິງ​ເວລາ​ທີ່ຈະ​ຢຸດ​ການ
ຖິ້ມ​ໂທດ​ໃສ່​ອີສຣາ​ແອນ​ສໍາລັບບັນຫາ​ຕ່າງໆ​ທີ່​ເກີດ​ຂຶ້ນ​ໃນ​ພາກ​ຕາ​ເວັນ​ອອກ​ກາງ​ ຊຶ່ງ​ເປັນ
ຮາກ​ເຫງົ້າຫຼືທີ່ມາໃນ​ຄວາມ​ປາດ​ຖະໝາ​ຂອງ​ປະຊາຊົນ​ໃນ​ປະ​ເທດ​ຕ່າງໆທົ່ວ​ພາກ​ພື້ນ ເພື່ອ​
ຢາກມີເສລີພາບ ຄວາ​ມກ້າວໜ້າ ​ແລະ​ຊີວິດ​ການ​ເປັນ​ຢູ່​ທີ່​ດີ​ຂຶ້ນ​ນັ້ນ. ທ່ານເນ​ທັນ​ຢາ​ຮູ​ກ່າວ​
ຕື່ມ​ວ່າ ປະຊາທິປະ​ໄຕ​ໃນ​ອີສຣາ​ແອນ​ເປັນ​ແບບຢ່າງ​ອັນ​ນຶ່ງ​ສໍາລັບ​ປະ​ເທດ​ອື່ນໆ​ທີ່​ຈະ​ເດີນ
ຕາມ.