ສະຫະລັດ ກ່າວວ່າ ພາລະກິດ ທະເລຈີນໃຕ້ ບໍ່ແມ່ນ ການທ້າທາຍ

ພາບຖ່າຍທາງອາກາດຜ່ານປ່ອງຢ້ຽມເຮືອບິນທະຫານ ຟີລິບປິນ ສະແດງໃຫ້ເຫັນການດຳເນີນຖົມເກາະດອນ ຂອງຈີນ ຢູ່ເກາະຫີນປະກາລັງ Mischief ໃນໝູ່ເກາະ Spratly ໃນທະເລຈີນໃຕ້, ພາກຕາເວັນຕົກຂອງແຂວງ ພາລາວານ, ປະເທດ ຟີລິບປິນ, 11 ພຶດສະພາ, 2015.

​ເຈົ້າໜ້າທີ່​ລະດັບ​ສູງ​ຂອງກອງທັບເຮືອ ສະຫະລັດ ກ່າວ​ວ່າ ມັນບໍ່​ຄວນ ຈະຖືກ​ມອງເບິ່ງວ່າເປັນ​ການທ້າທາຍ ທີ່ ສະຫະລັດ ກຳລັງ​ພິຈາລະນາ ​ໃນ​ການ​ສົ່ງ​ເຮືອ​ຮົບໄປ​ບໍລິ​ເວນ​ເກາະ​ທຽ​ມທີ່ ຈີນ ອ້າງ​ວ່າ​ເປັນ​ເຂດ​ແດນ​ຂອງ​ຕົນ.

ພົນ​ເຮືອ​ເອກ John Richardson, ຫົວໜ້າ​ໜ່ວຍ​ປະຕິບັດການ ກອງທັບ​ເຮືອ ສະຫະລັດ ​ໄດ້​ສະ​ເໜີ​ໃນ​ວັນ​ພະ​ຫັດ​ມື້​ນີ້​ວ່າ ການ​ປະຕິບັດການ ອິດສະຫຼະພາບ​ໃນ​ການ​ເດີນ​ເຮືອ ອາດ​ຈະ​ສອດ ຄ່ອງ​ກັບ​ກົດໝາຍ​ສາກົນ.

ທ່ານ Richardson ​ໄດ້ກ່າວ​ຕໍ່​ບັນດາ​ນັກ​ຂ່າວໃນນະຄອນຫຼວງ ​ໂຕ​ກຽວ​ ວ່າ “ ຂ້າພະ ເຈົ້າ​ບໍ່​ເຫັນ​ວ່າ​ສິ່ງ​ນີ້​ ຈະ​ສາມ​າດ​ແປ​ຄວາມ​ໝາຍ​ດັ່ງ​ກັບ​ການ​ທ້າທາຍ ຫຼື​ວ່າ ສິ່ງໃດ​ໆ. ພວກ​ເຂົາ​ພຽງ​ແຕ່​ແລ່ນໄປ ຢູ່ໃນເຂດນ່ານນ້ຳ​ສາກົນ​, ດັ່ງ​ນັ້ນ ​ຂ້າພະ​ເຈົ້າ ຈຶ່ງ​ຄິດຈາກ​ຈຸດ​ຢືນ​ຂອງ​ພວກ​ເຮົາ, ພວກ​ເຮົາ​ຢາກ​ເຫັນ​ສິ່ງ​ດັ່ງກ່າວ​ນີ້​ ເປັນ​ສ່ວນ​ໜຶ່ງ​ຂອງເລື່ອງ​ປົກ ກະຕິ​ຂອງ​ພວກ​ເຮົາ ໃນຖານະທີ່ເປັນ​ກອງທັບ​ເຮືອ​ຂອງໂລກ.”

​ໃນ​ການ​ລາຍ​ງານ​ເມື່ອ​ບໍ່​ດົນ​ມາ​ນີ້ ​ມີການສະ​ເໜີແນະ​ວ່າ ພາຍ​ໃນ​ບໍ່​ເທົ່າ​ໃດ​ສັບປະດາ​ຂ້າງ​ໜ້າ ກອງທັບສະຫະລັດ ອາດຈະສົ່ງ​ເຮືອ​ຮົບ ​ເຂົ້າໄປໃນ​ບໍລິ​ເວນ 22 ກິໂລ​ແມັດຂອງ​ ເກາະ​ທຽມ ​ເຊິ່ງ ປັກ​ກິ່ງ ກ່າວ​ວ່າມັນເປັນເຂດແດນ​ທີ່​ຖືກຕ້ອງຕາມ​ກົດ​ໝາຍຂອງຕົນ.

ຈີນ ​ໄດ້​ສ້າງ​ເກາະ​ດອນ​ຂຶ້ນ​ຢ່າງ​ໄວວາ, ​ແລະ ​ໃນ​ບາງ​ກໍລະນີ​ໄດ້ຕັ້ງ​ຄ້າຍ​ທະຫານ​ໃສ່​ເກາະ ເຫຼົ່ານັ້ນ ​ໃນ​ຄວາມ​ພະຍາຍາມ​ທີ່​ຈະ​ສະໜັບສະໜູນ ຕໍ່​ການ​ອ້າງ​ກຳມະສິດເອົາເຂດ​ແດນ ດັ່ງກ່າວ ​ເຊິ່ງ​ກໍ​ໄດ້​ມີການ​ອ້າງ​ເອົາກຳມະສິດ ໂດຍ​ປະ​ເທດ​ອື່ນ​ໆ​ເຊັ່ນ​ກັນ.

ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ສະຫະລັດ ທ່ານ Ash Carter, ​ທີ່​ໄດ້​ຮຽກຮ້ອງໃຫ້​ປັກ​ກິ່ງ​ຢຸດ​ກາ​ນກໍ່ສ້າງ, ​ໃນ​ສັບປະດາ​ນີ້ ​ໄດ້​ຢືນຢັນ​ວ່າ ສະຫະລັດ ຈະສົ່ງ “ເຮືອບິນ ​ກຳ ປັ່ນ ​ແລະ ປະຕິ​ບັດ​ສິ່ງ​ໃດ​ກໍ​ຕາມ​ທີ່​ກົດ ໝາຍ​ສາ​ກົນ​ອະນຸຍາດ,” ​ໂດຍ​ຍອມຮັບ​ວ່າ ທະ​ເລ​ ຈີນໃຕ້ ບໍ່​ແມ່ນ​ຂໍ້​ຍົກ​ເວັ້ນຕໍ່​ນະ​ໂຍບາຍດັ່ງກ່າວ​ນັ້ນ.

Your browser doesn’t support HTML5

ສະຫະລັດ ກ່າວວ່າ ພາລະກິດ ທະເລ ຈີນໃຕ້ ບໍ່ແມ່ນ ການທ້າທາຍ