ກຸ່ມໂຈມຕີ ຂອງກອງທັບນາວິກະໂຍທິນ ສະຫະລັດ ເລີ່ມອອກລາດຕະເວນໃນ ທະເລຈີນໃຕ້

ກຳປັ່ນບັນທຸກເຮືອບິນ USS Carl Vinson (CVN 70) ຂອງກອງທັບນາວິກະໂຍທິນ ສະຫະລັດ, ລຸ່ມ, ກຳລັງ ປະຕິບັດໜ້າທີ່ ແທນກຳປັ່ນ USS George H.W. Bush ໃນອ່າວ Arabian . 18 ຕຸລາ, 2014.

ກຸ່ມໂຈມຕີກຳປັ່ນບັນທຸກເຮືອບິນຂອງກອງທັບນາວິກະໂຍທິນ ສະຫະລັດ ກຸ່ມໜຶ່ງໄດ້ ເລີ່ມການ ລາດຕະເວນໃນທະເລຈີນໃຕ້, ແມ່ນກະທັ້ງທີ່ຖືກເຕືອນຈາກ ຈີນ ໃນວັນພຸດທີ່ ຜ່ານມາວ່າ ບໍ່ໃຫ້ ແຊກແຊງກັບອຳນາດອະທິປະໄຕຂອງ ຈີນ ໃນບໍລິເວນດັ່ງກ່າວ ກໍຕາມ.

ກອງທັບນາວິກະໂຍທິນ ສະຫະລັດ ໄດ້ປະກາດວ່າ ກຸ່ມດັ່ງກ່າວໄດ້ເລີ່ມການລາດຕະ ເວນປະຈຳວັນ ໃນວັນເສົາວານນີ້. ກຸ່ມທີ່ວ່ານັ້ນ ລວມມີກຳປັ່ນບັນທຸກເຮືອບິນ Nimitz- Class USS Carl Vinson.

ຂົງເຂດບ່ອນທີ່ກຸ່ມ ສະຫະລັດ ກຳລັງທຳການລາດຕະເວນຢູ່ນັ້ນ ແມ່ນເຂດທີ່ມີການ ຂັດແຍ້ງກັນ. ຈີນ ໄດ້ສະແດງສິດໃນການອອກກົດລະບຽບຂອງພວກເຂົາເຈົ້າໃນເຂດ ນ້ຳດັ່ງກ່າວ ແມ່ນກະທັ້ງຈະມີການອ້າງກຳມະສິດເອົາເຂດແດນດັ່ງກ່າວຈາກຫຼາຍປະ ເທດໃນ ເອເຊຍ ຕາເວັນອອກອື່ນໆ ກໍຕາມ.

ບັນດາປະເທດທີ່ຍາດແຍ່ງກັບ ຈີນ ເພື່ອອ້າງກຳມະສິດຕໍ່ຫຼາຍພາກສ່ວນຂອງທະເລ ຈີນໃຕ້ນັ້ນ ລວມມີ ກຳປູເຈຍ, ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ສິງກະໂປ, ໄທ ແລະ ຫວຽດນາມ. ໄຕ້ຫວັນ ກໍໄດ້ອ້າງເອົາພາກສ່ວນນຶ່ງ ຂອງບໍລິເວນດັ່ງກ່າວເຊັ່ນກັນ.

ກຸ່ມໂຈມຕີ ສະຫະລັດ ໄດ້ຝຶກຊ້ອມຢູ່ນອກຊາຍຝັ່ງຂອງເກາະ ຮາວາຍ ແລະ ເກາະກວມ ໃນການ ກຽມພ້ອມສຳລັບການອອກລາດຕະເວນນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ