ກອງກຳລັງ ທະຫານເຮືອ ສຫລ ພວມມຸ່ງໜ້າ ສູ່ແຫຼມເກົາຫຼີ

ກຳປັ່ນບັນທຸກເຮືອບິນ USS Carl Vinson (CVN 70) ກຳລັງເດີນທາງໃນມະຫາສະມຸດອິນເດຍ, 15 ເມສາ, 2017.

ສະຫະລັດຫາ​ທາງ​ໃຫ້ການ​ຄ້ຳປະກັນໃຫ້​ບັນດາ​ປະ​ເທດ​ພັນທະ​ມິດ ​ໃນວັນ​ພຸດ​ວານ​ນີ້ວ່າ
ກຸ່ມ​ໂຈມ​ຕີ​ຂອງ​ກອງທັບ​ເຮືອ​ສະຫະລັດ ທີ່​ນຳ​ໂດຍກຳ​ປັ່ນລົບ USS Carl Vinson ທີ່​ຈິງ​
ແລ້ວ ​ແມ່ນ​ກຳລັງ​ມຸ້ງ​ໜ້າ ​ໄປ​ຍັງ​ມະຫາ​ສະໝຸດປາຊິ​ຟິກຕອນ​ເໜືອ ​ເພື່ອເປັນ​ການຢັບຢັ້ງ
​ຕໍ່​ໂຄງການ​ອາວຸດ​ນິວ​ເຄລຍຂອງ​ເກົາຫຼີ​ເໜືອ. ​ແຕ່​ວ່ານີ້​ມີ​ຂຶ້ນ​ຫຼັງ​ຈາກ ຫຼາຍໆ​ມື້ ທີ່​ໄດ້​ອອກ
​ຖະ​ແຫຼ​ງ​ແບບ​ຜິດໆ ທີ່​ວ່າ ກຳ​ປັນ​ບັນທຸກ​ເຮືອບິນ​ລຳ​ນີ້ ແລະ​ກຳ​ປັ່ນ​ອື່ນໆ ​ໄດ້​ອອກ​ເດີນ
ທາງ​ໄປ​ຍັງ​ຂົງ​ເຂດ​ດັ່ງກ່າວ​ນັ້ນ​ແລ້ວ.

ເຮືອບິນລົບ F/A-18E ໃນກຸ່ມ Fighter Squadron (VFA) 137 “Kestrels” ທີ່ບິນອອກຈາກເຮືອກຳປັ່ນ USS Carl Vinson (CVN 70) ໃນທາງບິນ ທະເລຈີນໃຕ້, 12 ເມສາ, 2017.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ກ່າວໃນວັນທີ 11 ເມສາທີ່ຜ່ານມານີ້ວ່າ “ພວກເຮົາກຳລັງສົ່ງ ກຸ່ມ​ກຳ​ປັ່ນ​ຂະໜາດ​ໃຫຍ່ ທີ່​ມີ​ອະນຸພາບ​ຮ້າຍ​ແຮງ ໄປຍັງ​ພາກພື້ນ” ສາມມື້ຫລັງຈາກ​ທີ່​ກຸ່ມກຳ​ປັ່ນດັ່ງກ່າວ ​ໄດ້​ອອກ​ຈາກ​ສິງກະ​ໂປ ​ໄປ​ແລ້ວ.

ພົນ​ເຮືອ​ເອກ Harry Harris ຜູ້​ບັນຊາ​ການຫອງ​ທັບສະຫະລັດ​ໃນເຂດ​ປາຊິ​ຟິກ ​
ໄດ້​ປະກາດ​ ໃນ​ວັນ​ທີ 9 ​ເມສາ ທີ່​ຜ່ານ​ມານີ້ວ່າ ທ່ານ​ໄດ້​ສັ່ງ​ການ ໃຫ້​ກຸ່ມກຳ​ປັ່ນ​ດັ່ງກ່າວ​ ​
ມຸ່ງ​ໜ້າໄປ​ທາງເໜືອ ລຸນຫຼັງອອກ​ຈາກ​ສິງກະ​ໂປ​ແລ້ວ ​ແລະ​ ​ຈະ​ບໍ່​ໄປຈອດຢ້ຽມຢາມ
​ທ່າ​ເຮືອ​ໃນ​ອອສ​ເຕຣເລຍ ຕາມ​ທີ່​ໄດ້​ວາງ​ແຜນ​ໄວ້ກ່ອນ​ໜ້ານັ້ນ.

ລັດຖະມົນຕີປ້ອງກັນປະເທດ ທ່ານ James Mattis (ຊ້າຍ) ຕຽມອອກເດີນທາງ ຫຼັງຈາກທີ່ພົບປະກັບ ອົງມົງກຸດຣາຊກຸມມານຂອງ Saudi Arabia ແລະລັດຖະມົນຕີ ປ້ອງກັນປະເທດ Mohammed bin Salman (ຂວາ) ທີ່ກະຊວງປ້ອງກັນປະເທດ Riyadh, 19 ເມສາ, 2017.

​ ເຖິງ​ຢ່າງໃດກໍ​ຕາມ ກຸ່ມ​ກຳ​ປັ່ນ​ດັ່ງກ່າວ ​ຈະແລ່ນ​ໄປ​ຍັງ​ເຂດ​ພາກ​ຕາ​ເວັນ​ຕົກມະຫາ​
ສະໝຸດປາຊິ​ຟິກ​ແທນ ​ແລະ​ທຳ​ການ​ຝຶກ​ຊ້ອມ ກັບ​ກອງ​ກຳລັງ​ອອສ​ເຕຣ​ເລຍ. ​ມາ​ຈົນ​ຮອດ​
ວັນ​ເສົາແລ້ວ ກຳ​ປັ່ນບັນທຸກ​ເຮືອບິນ Vinson ​ໄດ້​ອອກ​ເດີນ​ທາງ​ຜ່ານ ຜ່ານ​ຊ່ອງ​ແຄບ
Sunda ທີ່​ໄດ້ແບ່ງເກາະ​ຈາ​ວາ ​ແລະ​ເກາະ Sumatra ຂອງ​ອິນໂດ​ເນ​ເຊຍອອກ​ຈາກ​ກັນ
ປະມານຫຼາຍ​ພັນ​ກິ​ໂລ​ແມັດ ຫ່າງ​ຈາກແຫຼມ​ເກົາຫຼີ.

ເຊີນຊົມ: ກອງກຳລັງທາງເຮືອຂອງສະຫະລັດ ກຳລັງມຸ່ງໜ້າ ໄປຍັງແຫຼມເກົາຫຼີ

Your browser doesn’t support HTML5

Naval Strike Force Heads to Korean Peninsula Days After US Claims It Had

ໃນ​ວັນ​ພຸດ​ວານ​ນີ້ ເຈົ້າ​ໜ້າ​ທີ່​ສະຫະລັດ ພະຍາຍາມທີ່​ຈະ​ໃຫ້​ຄວາມ​ກະຈ່າງ​ແຈ້ງ ​
ຕໍ່​ລາຍ​ງານກ່ຽວ​ກັບ​ວ່າ ກຸ່ມກຳປັ່ນ​ທີ່​ວ່າ​ນີ້ ​ແມ່ນ​ຢູ່​ໃສ​ແທ້.

ໂຄສົກ​ທຳນຽບຂາວ ທ່ານ Sean Spicer ​ໃຫ້​ຂໍ້​ສັງ​ເກດ​ກ່ຽວ​ກັບຄວາມ​ເຫັນ​ຂອງ​ທ່ານ
Trump ນັ້ນ​ວ່າ “ຄືວ່າ​ພວກ​ເຮົາ​ມີກອງ​ກຳລັງທັບ​ເຮືອຂະໜາດ​ໃຫຍ່ ກຳລັງ​ມຸ່ງ​ໜ້າ​
ໄປ​ຍັງ​ແຫຼມ​ເກົາຫຼີ. ນັ້ນ​ແມ່ນ​ຄວາມ​ຈິງ, ມັນ​ເປັນ​ໄປ​ແລ້ວ. ບໍ່​ແມ່ນ ຄືມັນ​ກຳລັງ​ເປັນ​ໄປ
ຢູ່​ໃນ​ຂະນະ​ນີ້.”

“ສ່ວນ​ໃດ​ທີ່​ເປັນ​ການ​ບອກ​ກ່າວ​ຜິດໆ​ນັ້ນ? ຂ້າພະ​ເຈົ້າ​ພະຍາຍາມ​ທີ່​ຈະ​ຊອກ​ຫາ​
ຄຳ​ຕອບຢູ່ ຂ້າພະ​ເຈົ້າ​ບໍ່​ໄດ້​ໃຫ້​ຄວາມ​ເຫັນ​ກ່ຽວ​ກັບ​ເລື່ອງເວລາ,”
ຊຶ່ງ​ທ່ານ​ Spicer ​
ໄດ້ກ່າວ​ໄວ້.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ຮອງປະທານາທິບໍດີສະຫະລັດ ທ່ານ Mike Pence, ຊ້າຍ, ຮັບຟັງຄຳອະທິບາຍ ຈາກນາຍພົນ Vincent Brooks, ຂວາ, ຜູ້ບັນຊາການທະຫານເຮືອສະຫະລັດ ໃນເກົາຫຼີ ຈາກ ຄ້າຍສັງເກດການ Ouellette ໃນເຂດປອດທະຫານ (DMZ), ໃກ້ໆກັບເມືອງຊາຍແດນ Panmunjom, ເກົາຫຼີໃຕ້, 17 ເມສາ, 2017.