ສະຫະລັດທຳຄວາມຜິດພາດໃນການໃຫ້ສັນຊາດອາເມຣິກັນ ແກ່ພວກທີ່ເຂົ້າເມືອງ ທີ່ຖືວ່າເປັນໄພຕໍ່ຕົນ

ຊາຍຜູ້ນຶ່ງ ຖືທຸງຊາດສະຫະລັດ ໃນຂະນະທີ່ຮັບໃບຍັ້ງຢືນ ສັນຊາດອາເມຣິກັນ ໃນພິທີທີ່ San Francisco, California, 30 ມັງກອນ, 2013.

ລັດຖະບານ​ສະຫະລັດ ​ໄດ້​ທຳ​ການ​ຜິດພາດ​ໃນການ​ໃຫ້ສັນຊາດ​ອາ​ເມຣິກັນ ແກ່​ພວກເຂົ້າ​ເມືອງ​ຫຼາຍ​ກວ່າ 800 ຄົນ ທີ່​ຄວນ​ຈະ​ຖືກ​ເນລະ​ເທດ.

ກະຊວງ​ຮັກສາ​ຄວາມ​ປອດ​ໄພ​ພາຍ​ ​ໄດ້​ກວດຄືນບັນຊີ ທີ່​ໄດ້​ນຳ​ອອກ​ເຜີຍ​ແຜ່ ​ໃນ​ວັນ​ຈັນ​ວານ​ນີ້ ​ຊຶ່ງພົບ​ເຫັນ​ວ່າ ມີ 858 ຄົນ​ໃນຈຳນວນຄົນເຂົ້າ​ເມືອງ ຈາກ​ປະ​ເທດ​ທີ່​ເຫັນ​ວ່າ ​ເປັນ​ໄພ​ຕໍ່​ສະຫະລັດ ຫຼືບໍ່ ກໍ​ມາຈາກປະ​ເທດ​ທີ່​ມີອັດຕາການປອມແປງເຂົ້າ​ເມືອງ​ໃນ​ຈຳນວນ​ຫຼາຍ​ນັ້ນ. ລາຍ​ງານ​ດັ່ງກ່າວ ບໍ່​ໄດ້​ລະ​ບຸ​ວ່າ​ເປັນ​ປະ​ເທດ​ໃດ.

ຜູ້​ກວດກາ​ຂອງ ກະຊວງ​ຮັກສາ​ຄວາມ​ປອດ​ໄພ​ພາຍ​ໃນ​ ທ່ານ John Roth ​ກ່າວ​ວ່າພວກ ​ເຂົ້າ​ເມືອງທັງຫຼາຍ​ນີ້ ​ແມ່ນ​ໃຊ້​ຊື່​ປອມ ຫຼື​ບໍ່ ​ກໍ​ວັນ​ເດືອນ​ປີ​ເກີດ​ທີ່​ຜິດໆ ​ເພື່ອ​ຂໍ​ເອົາ​ສັນຊາດ. ທ່ານກ່າວ​ວ່າ ຄວາມ​ຜິດ​ພາດ​ທີ່​ວ່າ​ນີ້​ແມ່ນ​ເກີດ​ຂຶ້ນ ​ເພາະວ່າ​ໃບຄຳຮ້ອງ​ທັງຫຼາຍ​ພວກ​ນີ້ ​ແມ່ນຂາດເອກະສານ​ພິມຮອຍມື ​ໃນ​ບັນຊີ​ຂອງ​ລັດຖະບານ.

ທ່ານກ່າວ​ວ່າ. “ສະ​ຖາ​ນະການແບບ​ນີ້ ເ​ປີ​ດ​ໂອກາດ ​ໃຫ້ບຸກຄົນ​ດັ່ງກ່າວສາມາດ​ໄດ້​ຮັບ​ສິດ​ພິ​ເສດ ​ໃນ​ການ​ເປັນ​ສັນຊາດ​ອາ​ເມຣິກັນ ທີ່​ຜິດ​ໆ,”

ມີ​ຢ່າງ​ນ້ອຍ 3 ຄົນ ທີ່ໄດ້​ໃຫ້ສັນຊາດ​ອາ​ເມຣິກັນຜິດໄປ ແລ້ວໄດ້ເຂົ້າເຮັດວຽກ​ໃນດ້ານທີ່​ມີ​ຄວາມຫຼໍ່​ແຫຼມ​ທາງ​ດ້ານ​ຮັກສາຄວາມ​ປອດ​ໄພ ຊຶ່ງ​ຮວມທັງ ການ​ເຮັດ​ວຽກ​ຢູ່​ໃນ​ສະໜາມ​ບິນ​ພົນລະ​ເຮືອນ ​ແລະວຽກ​ການເດີນທາງ​ທະເລ. ກະຊວງ​ຮັກສາ​ຄວາມ​ປອດ​ໄພ​ພາຍ​ໃນ​ ກ່າວ​ວ່າ ເອກກະສານດ້ານຄວາມປອດ​ໄພຂອງ​ທັງ​ສາມ​ຄົນ​ທີ່​ວ່າ​ນີ້ ໄດ້ຖື​ກຖອນຄືນແລ້ວ.

ຄົນທີ 4 ​ໄດ້​ກາຍ​ມາ​ເປັນ​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ.

ພວກ​ສືບສວນ​ສອບ​ສວນ ​ໃນ​ປີ​ກາຍ​ນີ້ ​ໄດ້​ບົ່ງ​ວ່າມີ ອີກ 953 ກໍລະນີ ທີ່ປາກົດວ່າຍັງ​ເກີດ​ຄວາມ​ສົງ​ໄສຢູ່.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ