ກອງ​ກຳ​ລັງ​ທະ​ຫານ​ ສຫລ ຕຽມ​ການ​ຂະ​ຫຍາຍ ​ບົດ​ບາດ ໃນ​ເຂດ​ຊາຍ​ແດນ ​ຕິດ​ກັບ ​​ເມັກ​ຊິ​ໂກ ເພື່ອ​ຮັບ​ມື​ກັບ ​ພວກ​ໜີ​ເຂົ້າ​ເມືອງ

ເດັກນ້ອຍຍ່າງຜ່ານ ພວກໜີເຂົ້າເມືອງຄົນອື່ນໆ ທີ່ນອນລຽງລາຍຢູ່ຂ້າງນອກສະຖານທີ່ ບ່ອນທີ່ ເຈົ້າໜ້າທີ່ ອາກອນ ແລະພາສີ ກວດຄົນເຂົ້າເມືອງ ທີ່ກຳກັບນຳ ພວກໜີເຂົ້າເມືອງທີ່ຜິດກົດໝາຍ ຢູ່ໃນຊາຍແດນ ເມືອງ El Paso, ລັດເທັກຊັສ, 29 ມີນາ 2019.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ໄດ້​ກ່າວ​ວ່າ ຕົນ​ຄາດ​ຫວັງ​ທີ່​ຈະ​ສົ່ງ​ທະ​ຫານ
ຈຳ​ນວນ 300 ຄົນ ຕື່ມ​ອີກ ໄປ​ຍັງ​ເຂດຊາຍແດນ​ພາກ​ໃຕ້​ຂອງ​ສະ​ຫະ​ລັດ ທີ່​ຕິດ​ກັບ
​ປະ​ເທດ​ເມັກ​ຊິ​ໂກ ໃນ​ບົດ​ບາດ​ທີ່​ຈະ​ອະ​ນຸ​ຍາດ​ໃຫ້​ພວກ​ເຂົາ​ເຈົ້າ​ເຂົ້າ​ເຖິງ​ພວກ​ໜີ
​ເຂົ້າ​ເມືອງ ​ຊຶ່ງແຫ​ວກ​ແນ​ວ​ຈາກນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດແບບເດີມໃນ​ອະ​ດີດ
ທີ່​ວ່າ ພວກ​ທະ​ຫານ ບໍ່​ສາ​ມາດ​ທີ່​ຈະ​ເຂົ້າ​ເຖິງ​ຕິດ​ ຕໍ່​ພົວ​ພັນ​ກັບ​ພວກ​ເຂົາ​ເຈົ້າ​ໄດ້.

​ທຳ​ນຽບ​ຫ້າ​ແຈ ໄດ້​ກ່າວ​ໃນ​ວັນ​ສຸກວານ​ນີ້ວ່າ ການ​ເພີ້ມ​ຈຳ​ນວນ​ທະ​ຫານ​ດັ່ງ​ກ່າວ
ແມ່ນ​ຈະ​ຮວມ​ທັງ ພວກ​ທະ​ຫານ​ທີ່​ເປັນ​ພໍ່​ຄົວ 100 ຄົນ ທີ່​ຈະ​ຈັດ​ສົ່ງ​ອາ​ຫານ​ການ​ກິນ​
ໃຫ້​ພວກ​ໜີ​ເຂົ້າ​ເມືອງ, ພ້ອມ​ດຽວ​ກັນ​ກັບ​ພວກ​ທະ​ຫານ​ທີ່​ມີ​ບົດ​ບາດ​ອື່ນ ​ທີ່ໃຫ້​ການ​
ຊ່ວຍ​ເຫຼືອ ໃນ​ການ​ຂັບ​ລົດ​ເມ​ທີ່​ບັນ​ຈຸ​ພວກ​ໜີ​ເຂົ້າ​ເມືອງ​ດັ່ງ​ກ່າວ.

ການ​ເອົາ​ບາດ​ກ້າວ​ທີ່​ວ່າ​ນີ້ ແມ່ນ​ປ່ຽນ​ແປງ​ຈາກ​ນະ​ໂຍ​ບາຍ​ຂອງ​ສະ​ຫະ​ລັດ​ຈາກອະ​ດີດ
ທີ່​ປະ​ຕິ​ເສດ​ບໍ່ໃ​ຫ້​ພວກ​ທະ​ຫານ​ເຂົ້າ​ໄປ​ຕິດ​ຕໍ່​ພົວ​ພັນ ພວກ​ໜີ​ເຂົ້າ​ເມືອງເລີຍ.

“ພວກ​ເຮົາ​ຈະ​ມີ​ພວກ​ທະ​ຫານແຈກ​ຢາຍ​ເຂົ້າ​ຫາ​ອາ​ຫານ, ສະ​ນັ້ນ​ພວກ​ເຂົາ​ເຈົ້າ
ຈະ​ຕ້ອງ​ໄດ້​ຕິດ​ຕໍ່​ພົວ​ພັນ​ກັບພວກ​ໜີ​ເຂົ້າ​ເມືອງ,​”
ຊຶ່ງ​ໂຄ​ສົກ​ຂອງ​ທຳ​ນຽບ​ຫ້າ​ແຈ
ທ່ານ Charlie Summers ໄດ້​ກ່າວ​ໄປ.

ທ່ານ​ໄດ້​ກ່າວ​ວ່າ ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຮັກ​ສາ​ການ​ຊົ່ວ​ຄາວ
ທ່ານ Patrick Shanahan ຍັງ​ບໍ່​ທັນ​ໄດ້ລົງ​ນາມ​ໃນ​ການ​ຮ້ອງ​ຮຽນ​ການ​ເພີ້ມ​ຈຳ​ນວນ​
ຂອງ​ພວກ​ທະ​ຫານ ຈາກ​ກະ​ຊ​ວງ​ປ້ອງ​ກັນ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ ເທື່ອ, ແຕ່​ໄດ້​
ກ່າວວ່າ ທ່ານ​ຄາດ​ຫວັງ​ທີ່​ຈະ​ໄດ້​ກະ​ທຳ​ມັນ. ທ່ານ​ Summers ໄດ້​ກ່າວ​ວ່າ
ການ​ສະ​ເໜີ​ດັ່ງ​ກ່າວ​ແມ່ນ​ຮວ​ມ​ທັງ​ການ​ດັດ​ແກ້​ນະ​ໂຍ​ບາຍ​ປັດ​ຈຸ​ບັນ​ນີ້ໃນການ​ຫຼີກ​ເວັ້ນ
​ບໍ່​ໃຫ້​ຕິດ​ຕໍ່​ພົວ​ພັນ​ກັບພວກ​ໜີ​ເຂົ້າ​ເມືອງ.

ໃນ​ຕົ້ນ​ເດືອນ​ນີ້, ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ໄດ້​ກ່າວ​ວ່າ ທ່ານ​ຈະ​
ຊອກ​ຫາ​ຊ່ອງ​ທາງທີ່​ຈະ​ສົ່ງ​ພວກ​ທະ​ຫານ​ເພີ້ມ ເຂົ້າໃສ່​ເຂດ​ຊາຍ​ແດນ​ທີ່​ຕິດ​ກັບປະ​ເທດ
ເມັກ​ຊິ​ໂກ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ