ຄູຝຶກ ກອງທັບອາກາດ ສຫລ ຖືກພົບເຫັນວ່າ ມີຄວາມຜິດ ລວນລາມທາງເພດ

  • ໄພສານ ວໍຣະຈັກ

ຮູບຈາກວີດີໂອໃນວັນທີ 22 ມິຖຸນາຜ່ານມາ ສະແດງໃຫ້ເຫັນວ່າ ພວກທະຫານອາກາດແມ່ຍິງອາເມຣິກັນ ພວມຍ່າງ ສວນສະໜາມ ທີ່ຖານທັບອາກາດ Lackland ໃນນະຄອນ San Antonio ລັດເທັກຊັສ.

ຄູ​ຝຶກ​ຄົນ​ນຶ່ງ​ຂອງ​ກອງທັບ​ອາກາດ​ສະຫະລັດ ​ໄດ້​ຖືກ​ພົບ​ເຫັນ​ວ່າ​ມີ​ຄວາມ​ຜິດ​ໃນ​ການຂົ່ມຂືນ
​ສຳ​ເລົາ ແລະ​ປຸກປໍ້າຂືນ​ໃຈພວກ​ແມ່ຍິງ ທີ່​ມາ​ຮັບການ​ຝຶກ​ແອບ​ຫຼາຍໆຄົນ ​ໃນ​ຂ່າວ​ນອງ​ນັນ​
ໃຫຍ່​ກ່ຽວ​ກັບການ​ລວນ​ລາມ​ທາງ​ເພດ ທີ່​ຄ້າຍ​ຝຶກ​ແອບທະຫານ ທີ່​ໃຫຍ່​ທີ່​ສຸດ​ແຫ່ງ​ນຶ່ງ​ຂອງ​
ສະຫະລັດ.

ຄະນະ​ຕຸລາການ 7 ຄົນ​ຂອງ​ກອງທັບ​ສະຫະລັດ​ທີ່​ຖານ​ທັບ​ອາກາດ Lackland ​ໃນ​ນະຄອນ
San Antonio ລັດ​ເທັກ​ຊັສ ພົບ​ວ່າ ສິບໂທ​ພິ​ເສດ Luis Walker ມີຄວາມ​ຜິດ ​ໃນ​ມື້ວັນ​ສຸກ​
ວານ​ນີ້ ​ໃນ​ຂໍ້​ຫາ​ຂົ່ມຂືນ​ສຳ​ເລົາ ​ລວນ​ລາມ​ຈັບບາຍ​ເກີນຂອບ​ເຂດ ແລະ​ຫຼາຍໆ​ກະທົງ​ໃນ​ການ
​ປຸກ​ປໍ້າ​ຂືນ​ໃຈຢ່າງ​ຮ້າຍ​ແຮງນັ້ນ.

ສິບ​ໂທ Walker ​ແມ່ນຜູ້​ນຶ່ງ​ໃນ​ພວກ​ຄູ​ຝຶກ​ຈຳນວນ 12 ຄົນ​ຢູ່ຖານ​ທັບ​ອາກາດ Lackland
ທີ່​ໄດ້​ຖືກສືບສວນ​ໃນ​ການ​ປະພຶດ​ປະຕິບັດ​ຫຼືລວນ​ລາມ​ທາງ​ເພດ​ຕໍ່ພວກ​ທະຫານ​ແມ່ຍິງ​ທີ່​ມາ
​ຮັບ​ການ​ຝຶກ​ແອບ​ຈຳນວນ 31 ຄົນ. ຄູ​ຝຶກ 6 ຄົນ​ໄດ້ ຖືກ​ຟ້ອງ​ຮ້ອງ.