ຜູ້ບັນຊາການກອງກຳລັງສະຫະລັດ ໃນອາຟຮິກາ ຫລື AFRICACOM ກ່າວໃນວັນອັງ ຄານວານນີ້ວ່າ ກອງທັບສະຫະລັດ “ຕຽມໃຫ້ການສະໜັບສະໜູນ” ເຝິກແອບ ແລະອຸບ ປະກອນ ໃນປະຕິບັດງານເພື່ອຕໍ່ສູ້ກັບພວກຫົວຮຸນແຮງລັດອິສລາມຫລາຍພັນຄົນ ໃນລີ ເບຍ ເວລາໃດທີ່ລັດຖະບານລີເບຍພ້ອມແລ້ວ.”
ຜູ້ບັນຊາການກຳລັງສະຫະລັດໃນອາຟຣິກາ ນາຍພົນ Rodriquez ກ່າວເພີ້ມ ອີກວ່າ ການເມືອງພາຍໃນຂອງລີເບຍ ເຮັດໃຫ້ບໍ່ເປັນທີ່ແຈ້ງຂາວວ່າ ກຳລັງປະກອບອາວຸດກຸ່ມ ໃດພວມສູ້ລົບຄຽງບ່າຄຽງໄຫລ່ ກັບລັດຖະບານແຫ່ງຄວາມປອງ ດອງຊາດລີເບຍ ຫລື GNA ຊຶ່ງປະປ່ອຍໃຫ້ສະຫະລັດ “ເພິ່ງພາຢ່າງແທ້ຈິງ” ຕໍ່ລັດຖະບານຊົ່ວຄາວຂອງລີເບຍ ເພື່ອລົງຄວາມເຫັນວ່າ "ພວກໃດຢູ່ກັບເຂົາເຈົ້າ ແລະພວກໃດພວມເຄື່ອນໄຫວໄປຢູ່ກັບ ເຂົາເຈົ້າ."
ທ່ານກ່າວວ່າ ພວກທະຫານບ້ານເຫຼົ່ານີ້ມີທ່າທາງວ່າຈະເປັນກະແຈອັນສຳຄັນທີ່ຈະສະ ກັດກັ້ນການແຜ່ຂະຫຍາຍຂອງກຸ່ມລັດອິສລາມ ເວລາໃດກຳລັງເພື່ອນມິດໄດ້ມີການລະ ບຸແລະໃຫ້ການຊ່ວຍເຫລືອ ແຕ່ພວກເຮົາຍັງບໍ່ທັນໄປເຖິງຈຸດນັ້ນເທຶ່ອ.
ທະຫານລີເບຍຄົນນຶ່ງ ຢືນຍາມຢູ່ປະຕູເຂົ້າເມືອງ 110 ກິໂລແມັດ (68 ໄມລ) ຈາກເມືອງ Sirte ປະເທດ Libya.
ລີເບຍ ຍັງຢູ່ພາຍໃຕ້ການຫ້າມຂາຍອາວຸດຂອງສະຫະປະຊາຊາດ ເພື່ອປ້ອງກັນບໍ່ໃຫ້ອາ ວຸດຮ້າຍແຮງຕົກໄປຢູ່ໃນກຳມືຂອງພວກກໍ່ການຮ້າຍ ແລະພວກທະຫານ ບ້ານ ທີ່ຊອກສະແຫວງຫາອຳນາດນັ້ນ.
ເຖິງຢ່າງໃດກໍດີ ຖະແຫລງການຮ່ວມທີ່ໄດ້ນຳອອກເຜີຍແຜ່ ຫລັງຈາກກອງປະຊຸມນາໆ ຊາດ ໃນວັນຈັນຜ່ານມາ ທີ່ນະຄອນ Vienna ແລ້ວ ກໍໄດ້ມີການໃຫ້ສັນຍານວ່າ ບັນດາ ປະເທດມະຫາອຳນາດ ຮວມທັງສະຫະລັດ ແມ່ນພ້ອມແລ້ວທີ່ຈະສະໜອງອາວຸດ ແລະ ໃຫ້ການສະໜັບສະໜູນຕໍ່ລັດຖະບານລີເບຍເພື່ອຕໍ່ສູ້ກັບກຸ່ມລັດອິສລາມ.