ເຮືອບິນກອງທັບສະຫະລັດລຳນຶ່ງ ໄດ້ປະສົບອຸບັດເຫດຕົກ ໃນວັນຈັນວານນີ້ ທີ່ລັດ
Mississippi ທາງພາກໃຕ້ຂອງສະຫະລັດ ເຮັດໃຫ້ 16 ຄົນເສຍຊີວິດ.
ເຈົ້າໜ້າທີ່ບໍ່ໄດ້ໃຫ້ລາຍລະອຽດໃດໆ ກ່ຽວກັບວ່າ ເຮືອບິນລຳດັ່ງກ່າວນີ້ ບິນອອກຈາກໃສ
ຫຼືວ່າບິນໄປໃນທິດທາງໃດ ເວລາປະສົບອຸບັດເຫດຕົກລົງໃສ່ທົ່ງແຫ່ງນຶ່ງ ປະມານ 150 ຫຼັກກິໂລແມັດ ຫ່າງຈາກເມືອງ Jackson ຊຶ່ງເປັນເມືອງຫຼວງຂອງລັດ Mississippi ໄປທາງທິດເໜືອ. ສາເຫດທີ່ພາໃຫ້ເຮືອບິນຕົກ ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອ.
ໂຄສົກຍິງຂອງທະຫານ Marine ຮ້ອຍເອກ Sarah Burns ໄດ້ກ່າວພຽງແຕ່ວ່າ
ເຮືອບິນ KC-130 “ໄດ້ປະສົບກັບອຸບັດເຫດ.”
ຜູ້ອຳນວຍການ ອົງການຄຸ້ມຄອງເຫດການສຸກເສີນ ເຂດເມືອງ Leflore ທ່ານ Frank
Randle ໄດ້ບອກກັບພວກນັກຂ່າວວ່າ ມີ 16 ສົບ ໄດ້ຖືກພົບເຫັນທີ່ບ່ອນເກີດເຫດ.
ທ່ານ Marcus Banks ຫົວໜ້າໜ່ວຍດັບໄຟຂອງເມືອງ Greenwood ໄດ້ກ່າວວ່າ
ຊາກຂອງເຮືອບິນນັ້ນ ແມ່ນໄດ້ກະຈັດກະຈາຍໃນລັດສະໝີປະມານ 8 ກິໂລແມັດ.
ອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ
Your browser doesn’t support HTML5