ປະທານ ເສນາທິການຮ່ວມ ກອງທັບ ສຫລ ໂສກເສົ້າ ນຳຄວາມຮຸນແຮງ ທີ່​ ຊາລັອສວິລ

ຮູບດອກໄມ້ ທີ່ນຳໄປວາງໄວ້ຢູ່ໃນຖະໜົນ ບ່ອນທີ່ນາງ Heather Heyer ໄດ້ເສຍຊີວິດ ຍ້ອນພວກທີ່ສົງໄສວ່າ ເປັນຊາວຜິວຂາວ ຊາດນິຍົມ ທີ່ໄດ້ຂັບລົດເຂົ້າຢຽບ ພວກປະທ້ວງ ທີ່ຕໍ່ຕ້ານ ໃນເມືອງ Charlottesville, ລັດ Virginia, 16 ສິງຫາ, 2017.

ປະທານເສນາ​ທິການ​ຮ່ວມກອງທັບສະຫະລັດ ທ່ານນາຍ​ພົນ Joe Dunford ​ໄດ້​ກ່າວ​
ໃນ​ວັນ​ພະຫັດມື້ນີ້ວ່າ “ບໍ່​ມີ​ບ່ອນ​ ສຳ​ຫຼັບ​ການແບ່ງ​ແຍກ​ເຊື້ອຊາດ​ຜິວ​ພັນ ​ແລະການ​
ບໍ່​ໂຍະຍານຜ່ອນຜັນ ​ໃຫ້​ແກ່​ຜູ້​ທີ່​ມິຄວາມ​ຄິດ ​ຕ່າງ​ໄປ​ຈາກ​ຕົນ” ຢູ່​ໃນ​ສະຫະລັດ ຫຼື ​
ໃນ​ກອງທັບ ​ແລະ​ທ່ານ​ຮູ້ສຶກ “ໂສກ​ເສົ້າ​ເສຍ​ໃຈ​ຫຼາຍ”
ກ່ຽວ​ກັບຄວາມ​ຮຸນ​ແຮງ​ ທີ່​ໄດ້​
ເກີດ​ຂຶ້ນ​ໃນ​ທ້າຍ​ສັບປະ ດາຜ່ານ​ມາ ​ໃນ​ເມືອງ Charlottesville ລັດ Virginia.

ໃນ​ການ​ຖະ​ແຫຼງ ລະຫວ່າງທີ່​ຢ້ຽມຢາມ​ປັກ​ກິ່ງນັ້ນ ​ທ່ານ Dunford ​ໄດ້​ກ່າວ​ສັນລະ​ເສີນ ​
ໃນ​ຄວາມ​ເຫັນ​ທີ່​ຄ້າຍຄື​ກັນ​ກ່ອນ​ໜ້ານີ້ ​ໂດຍ​ເຈົ້າ​ໜ້າ​ທີ່ຄົນ​ສຳຄັນ​ອື່ນໆ ​ໃນ​ຫຼາຍໆ​ເຫຼົ່າທັບ
ຂອງ​ສະຫະລັດ.

“ພວກ​ເຂົາ​ເຈົ້າ​ໄດ້​ກ່າວ​ໂດຍ​ກົງກັບ​ກອງ​ກຳລັງ ​ແລະ​ຊາວ​ອາ​ເມຣິກັນ,” ຊຶ່ງ​ທ່ານ
Dunford ໄດ້​ກ່າວ​ໄວ້ ​ແລະ​ທ່ານ​ຍັງ​ກ່າວ​ອີກ​ຕື່ມ​ວ່າ “ສຳຫຼັບ​ກອງ​ກຳລັງ​ນັ້ນ ມັນ​ເປັນ​ທີ່
​ຈະ​ແຈ້ງ​ແລ້ວ​ທີ່​ວ່າ ການ​ຈຳ​ແນ​ກກີດ​ກັນ​ໃດໆ​ກໍ​ຕາມ​ໃນ​ດ້ານ​ຜິວ​ພັນ ແລະການ​ບໍ່​
ໂຍະ​ຍານ​ຜ່ອນຜັນ​ໃຫ້​ແກ່ຜູ້​ທີ່​ຄວາມ​ຄິດ​ແຕກ​ຕ່າງ​ໄປ​ຈາກ​ຕົ້ນນັ້ນ ຈະ​ບໍ່​ມີ​ບ່ອນໃນ
​ກອງທັບ ​ແລະ​ຊາວ​ອາ​ເມຣິກັນ ທີ່​ຈະ​ຍ້ຳ​ເຕືອນຄວາມ​ຊົງ​ຈຳ ​ເຖິງ​ຄຸນຄ່າ​ຂອງ​ພວກ​ເຮົາ​
ໃນ​ທາງ​ການ​ທະຫານຊຶ່ງ​ສະທ້ອນ​ເຖິງ​ ສິ່ງ​ທີ່​ຂ້າພະ​ເຈົ້າ​ເຊື່ອ​ຖື​ວ່າ ມັນ​ຄື​ຄຸນຄ່າຂອງ​ສະຫະລັດອາ​ເມຣິກາ.”

ເສຂາທິການຮ່ວມຂອງກອງທັບບົກ ທ່ານນາຍພົນ Mark A. Milley, ຄຽງຂ້າງ ຫົວໜ້າປະຕິບັດງານທະຫານເຮືອ ທ່ານ John M. Richardson, ໃຫ້ການຕໍ່ລັດຖະສະພາ ທີ່ Capitol Hill ໃນ ວໍຊີງຕັນ , 5 ເມສາ, 2017.

ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ຍັງສືບ​ຕໍ່​ປະ​ເຊີນ​ໜ້າ​ກັບການ​ຕຳ​ໜິຕິຕຽນ
ໃນການ​ຮັບ​ມືຂອງ​ທ່ານ ກັບ​ຄວາມ​ຮຸນ​ແຮງທີ່​ທ່ານ​ວ່າ ທັງ​ສອງຝ່າຍ​ ຄວນ​ເປັນ​ຜູ້​ຮັບຜິດ
ຊອບ ຮວມທັງ​ພວກ​ຊາວ​ຜິວ​ຂາວຊາດ​ນິຍົມ ​ທີ່​ຖືວ່າຕົນ​ວິ​ເສດ​ກວ່າ​ໝູ່ ​ແລະ​ພວກ​ປະ​ທ້ວງ.

​ໃນ​ວັນ​ພຸດ​ວານ​ນີ້ ປະທານາທິບໍດີ ​ໄດ້​ປະກາດ​ອອກ​ໄປ​ວ່າ ທ່ານ​ໄດ້​ຍຸບ​ຄະນະ​ກຳ​ມະການ​ທີ່ປຶກສາທຸລະ​ກິດ 2 ຄະນະ ຊຶ່ງ​ປະກອບ​ດ້ວຍ​ຜູ້​ບໍລິຫານ​ບໍລິສັດ​ຕ່າງໆ, ຫຼັງ​ຈາກ​ທີ່ມີ​
ປະທານ ​ບໍລິສັດ ຢ່າງ​ນ້ອຍ 7 ທ່ານ ​ໄດ້​ພາກັນ​ລາ​ອອກ​ ຈາກ​ຄະນະ​ກຳ​ມະການ​ທີ່ປຶກສາ
ດັ່ງກ່າວຍ້ອນ​ຄວາມ​ເຫັນ​ຂອງ​ທ່ານນັ້ນ.

ທ່ານ​ທຣຳ ​ໄດ້ ກ່າວ​ວ່າ “​ແທນ​ທີ່​ຈະ​ກົດ​ດັນ​ໃຫ້​ພວກ​ນັກທຸລະກິດ...ຂ້າພະ​ເຈົ້າ​ຂໍ​ຍຸບ​
ທັງ​ສອງ​ຄະນະ. ຂອບ​ໃຈ​ທຸກໆທ່ານ!” ນຶ່ງ​ມື້ກ່ອນ​ໜ້າ​ນີ້ ທ່ານ​ທຣຳ ​ໄດ້​ລະບຸ ພວກ​ທີ່​
ລາ​ອອກ​ຈາກ​ຄະນະ​ກຳ​ມະການ​ທີ່ປຶກສາ ວ່າ​ເປັນ “ພວກ​ຜູ້ທີ່​ຢາກ​ໄດ້​ຮັບ​ຄວາມ​ສົນ​ໃຈ”
ແລະ​ວ່າ ພວກ​ເຂົາ​ເຈົ້າ​ທັງຫຼາຍສາມາດ ແມ່ນ​ສາມາດ​ຖືກ​ແຕ່ງຕັ້ງແທນ​ໂດຍ​ພວກ​ຜູ້ນຳ
​ບໍລິສັດ​ອື່ນໆ​ໄດ້​ຢ່າງ​ງ່າຍດາຍ.​

ເສນາທິການຮ່ວມຂອງກອງທັບອາກາດ ນາຍພົນ David L. Goldfein, ຄຽງຂ້າງ ຜູ້ບັນຊາການທະຫານ ມາຣີນ ທ່ານນາພົນ Robert B. Neller, ຂວາt, ໃຫ້ການຕໍ່ລັດຖະສະພາ ໃນ Capitol Hill ທີ່ວໍຊີງຕັນ, 5 ເມສາ, 2017.

ໃນ​ການ​ປະກາດ​ຂອງ​ການ​ລາ​ອອກ​ຈາກໂຄງການລິ​ເລີ່​ມ​ດ້ານ​ການ​ຜະລິດ ຂອງ​ທ່ານ​ທຣຳ
ກ່ອນ​ທີ່​ທ່ານ​ຈະ​ຖືກ​ຍຸບ​ນັ້ນ ທ່ານນາງ Denise Morrison ປະທານ​ແລະ​ເຈົ້າ​ຂອງ​ບໍລິ​ສັດ Campbell’s Soup ​ໄດ້​ກ່າວ​ວ່າ “ການ​ຈຳ​ແນ​ກກີດ​ກັນ​ດ້ານ​ເຊື້ອຊາດ​ຜິວ​ພັນ ​ແລະ​ການ
​ຄາດ​ຕະກຳ ​ແມ່ນ​ຈະ​ແຈ້ງ​ເປັນ​ທີ່​ໜ້າ​ປະນາມ ​ແລະ​ບໍ່​ສາມາດ​ປຽບທຽບ ​ໃນ​ດ້ານ​ສິນ​ທຳ
​ໃສ່ກັບ​ສິ່ງໃດໆກໍ​ຕາມ ທີ່​ເກີດ​ຂຶ້ນ​ໃນ​ເມືອງ Charlottesville. ຂ້າພະ​ເຈົ້າ​ເຊື່ອ​ວ່າ
ປະທານາ ທິບໍດີ…ຄວນ​ຈະ ​ແລະ​ຍັງ​ຈຳ​ເປັນ ​ທີ່​ຈະ​ຕ້ອງ​ໄດ້​ກ່າວ​ຢ່າງ​ຈະ​ແຈ້ງ​ ​
ໃນ​ຈຸດ​ນັ້ນ.”

ລັດຖະມົນຕີການ​ຕ່າງປະ​ເທດສະຫະລັດ ທ່ານ Rex Tillerson ​ໄດ້​ບອກ​ກັບ​ພວກ
​ນັກ​ຂ່າວ ​ໃນ​ນະ​ຄອນ​ຫຼວງ​ວໍ​ຊີງ​ຕັນ​ວ່າ “ທ່ານ​ຂໍ​ປະນາມ​ຕໍ່​ຄວາມກຽດ​ຊັງ​ແລະ​ຄວາມ​
ຮຸນ​ແຮງ”
ທີ່​ໄດ້​ສະ​ແດງ​ອອກ ​ໃນ​ວັນ​ເສົາ​ຜ່ານ​ມາ​ນີ້ ທີ່​ເມືອງ Charlottesville, ​
ແລະ​ກ່າວ​ຕື່ມການ​ທີ່​ວ່າ “ມັນ​ຈະ​ບໍ່​ມີ​ບ່ອນ​ໃດ​ຮັບ​ເອົາ​ໃນ​ສິ່ງ​ທີ່​ເກີດ​ຂຶ້ນ​ໃນ​ການ​ສົນ
ທະນາ​ຢ່າງ​ເປີດ​ເຜີຍຂອງ​ພວກ​ເຮົາ.”

ລັດຖະມົນຕີ​ຍຸຕິ​ທຳ ທ່ານ Jeff Session ​ໄດ້​ກ່າວ​ໃນ​ງານ​ລ້ຽງທີ່ນະຄອນ Miami,
ລັດ Florida ວ່າ “​ບໍ່​ມີ​ທາງ​ໃດ​ທີ່​ພວກເຮົາຈະຍອມຮັບ​ເອົາ ຫຼື​ ການ​ໃຫ້ອະ​ໄພ​ຕໍ່​ການ
ຈຳ​ແນ​ກກີດ​ກັນ​ດ້ານ​ຜິວ​ພັນ ການ​ບໍ່​ໂຍະຍານ​ຜ່ອນຜັນ​ໃຫ້​ແກ່​ຜູ້​ທີ່​ມີ​ຄວາມ​ຄິດ​ຕ່າງ​ໄປ
​ຈາກ​ຕົນຄວາມ​ກຽດ​ຊັງ ຄວາມ​ຮຸນ​ແຮງ ​ແລະ​ສິ່ງ​ເຫຼົ່າ​ນີ້ ມັນ​ໄດ້​ປະກົດ​ຂຶ້ນ​ມາ​ຢູ່​ເລື້ອຍ​ໆ​
ໃນ​ປະ​ເທດຂອງ​ພວກ​ເຮົາ.”

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ