ສະຫະລັດ ໂຈມຕີລູກສອນໄຟ ຂອງພວກກະບົດຮູຕີ ຢູ່ໃນເຢເມນ

  • ວີໂອເອ

ນັກລົບກະບົດຮູຕີ ແລະສະມາຊິກຊົນເຜົ່າ ພາກັນຊຸມນຸມຕໍ່ຕ້ານການໂຈມຕີຂອງ ສະຫະລັດ ແລະ ອັງກິດຕໍ່ທີ່ຕັ້ງຂອງກອງທັບທີ່ປະຕິບັດງານໂດຍພວກຮູຕີ ໃກ້ກັບຊານາອາ, ແລະ ເຢເມນ, ວັນທີ 14 ມັງກອນ 2024. ສະຫະລັດ ຍິງຄື້ນລູກສອນໄຟຈໍານວນນຶ່ງອີກ ທີ່ຍິງຈາກທີ່ຕັ້ງທີ່ຄວບຄຸມໂດຍກະບົດຮູຕີ ໃນວັນທີ 17.

ກຳ​ລັງ​ສະຫະລັດ​ໄດ້​ທໍາ​ການ​ໂຈມ​ຕີ​ທາງ​ອາກາດ​ໃສ່ບ່ອນ​ຕັ້ງ​ລູກ​ສອນ​ໄຟຂອງກຸ່ມກະບົດຮູຕີ 14 ​ແຫ່ງ ​ຢູ່ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ເຢ​ເມນ ໃນຕອນແລງວັນພຸດວານນີ້, ອີງຕາມການກ່າວ ຂອງສູນບັນຊາການກອງທັບສະຫະລັດໃນພາກຕາ ເວັນອອກກາງ ຫຼື USCENTCOM.

ຖະ​ແຫຼງການ​ຂອງ USCENTCOM ກ່າວ​ວ່າ ລູກ​ສອນ​ໄຟ​ດັ່ງກ່າວ ຖືກ​ບັນຈຸ​ເພື່ອຍິງ​ອອກ​ໄປ ​ແລະ​ "ເກືອບເປັນໄພ​ຂົ່ມ​ຂູ່ຕໍ່​ກຳ​ປັ່ນສິນ​ຄ້າ ພ້ອມດ້ວຍ​ກຳ​ປັ່ນ​ຂອງ​ກອງທັບ​ເຮືອ​ສະຫະລັດ ຢູ່​ໃນ​ພາກ​ພື້ນອີກດ້ວຍ."

ພົນເອກ ໄມໂຄລ ອີຣິກ ເຄີຣີລລາ (Michael Erik Kurilla), ຜູ້ບັນຊາການ USCENTCOM ກ່າວວ່າ “ການກະທຳຂອງພວກກໍ່ການຮ້າຍຮູຕີ ທີ່ໜຸນຫຼັງໂດຍອີຣ່ານ ຍັງສືບຕໍ່ເປັນໄພອັນຕະລາຍຕໍ່ການເດີນເຮືອສາກົນ ແລະເປັນການລົບກວນ ເສັ້ນທາງຂົນສົ່ງສິນຄ້າ ໃນທະເລແດງໃຕ້ ແລະທາງນ້ຳຕ່າງໆທີ່ຢູ່ໃກ້ຄຽງ.”

ທ່ານ​ກ່າວ​ວ່າ “ພວກ​ເຮົາ​ຈະ​ສືບ​ຕໍ່​ດຳ​ເນີນ​ການ​ເຄື່ອນ​ໄຫວ​ເພື່ອ​ປົກ​ປັກ​ຮັກສາ​ຊີ ວິດທີ່ບໍລິສຸດ​ຂອງ​ທະຫານ​ເຮືອ​ ​ແລະ​ຈະ​ປົກ​ປ້ອງ​ປະຊາຊົນ​ຂອງ​ພວກ​ເຮົາ ​ຕະ ຫຼອດ​ໄປ.

ການ​ໂຈມ​ຕີ​ຂອງສະຫະລັດ ​ແມ່ນ​ການ​ໂຈມຕີໂດຍ​ກົງ​ຄັ້ງ​ທີ 4, ​ໃນ​ນັ້ນລວມ​ມີ​ບັນດາ​ການ​ເຄື່ອນ​ໄຫວ ​ທີ່ຄຽງ​ຄູ່​ກັບກອງ​ກຳລັງ​ຂອງ​ອັງກິດ ຕໍ່ທີ່ຕັ້ງຫຼາຍແຫ່ງຂອງກຸ່ມກະບົດຮູຕີ ຢູ່ໃນເຢເມນ, ​ໃນການ​ຕອບ​ໂຕ້​ຕໍ່​ການ​ບຸກ​ໂຈມ​ຕີ​ແລະຂົ່ມ​ຂູ່​ຂະບວນເຮືອຕ່າງໆ ຢູ່ໃນ​ທະ​ເລ​ແດງ.

ການໂຈມຕີດັ່ງກ່າວ ມີຂຶ້ນບໍ່ເທົ່າໃດຊົ່ວໂມງລຸນຫຼັງເຮືອບິນບໍ່ມີຄົນຂັບ ທີ່ຍິງຂຶ້ນຈາກເຂດທີ່ຄວບຄຸມໂດຍກຸ່ມກະບົດຮູຕີຂອງເຢເມນ, ໄດ້ໂຈມຕີກຳ​ປັ່ນ​ທີ່​ຕິດ​ທຸງເກາະມາຊອລ ເຊິ່ງສະຫະລັດເປັນ​ເຈົ້າ​ຂອງ ແລະໄດ້ຮັບການດໍາເນີນງານ ກໍາປັ່ນ Genco Picardy ຢູ່ໃນອ່າວເອເດັນ.

ເຈົ້າ​ໜ້າ​ທີ່​ກຳ​ປັ່ນລາຍ​ງານ​ວ່າ ບໍ່ມີຜູ້ໃດ​ໄດ້​ຮັບ​ບາດ​ເຈັບ​ຈາກ​ການ​ໂຈມ​ຕີ​ໃນຄັ້ງ​ນີ້ ​ແລະ ກ່າວ​ວ່າ ກຳ​ປັ່ນ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ພຽງເລັກນ້ອຍ.

ພວກກະບົດຮູຕີກ່າວ​ວ່າ ພວກ​ເຂົາ​ກໍາລັງສະແດງ​ຄວາມ​ສາ​ມັກ​ຄີ​ກັບ​ຊາວ​ປາ​ແລັສໄຕ​ນ໌ ທ່າມກາງ​ສົງຄາມຕໍ່ຕ້ານກຸ່ມຫົວຮຸນຮາມາສ​ ຂອງ​ອິສຣາ​ແອ​ລໃນ ​ເຂດກາຊາ ​ແລະ​ໄດ້​ທໍາ​ການ​ໂຈມ​ຕີ​ຫລາຍ​ກວ່າ 30 ຄັ້ງ​ຢູ່ ​ໃນບໍລິເວນ​ທະ​ເລ​ແດງ.

ອ່ານຂ່າວນີ້ເປັນພາສາອັງກິດ