ສົງຄາມອີຣັກ ໄດ້ຫຼໍ່ຫຼອມ ຍຸທະສາດສົງຄາມ ແບບໃໝ່ ໃຫ້ສະຫະລັດ (ວີດິໂອ)

ຄວັນໄຟພຸ່ງຂຶ້ນມາຈາກກະຊວງການຄ້າຂອງອິຣັກ ໃນແບກແດດ ຫລັງຈາກຖືກໂຈມຕີດ້ວຍລູກສອນໄຟ ໃນລະຫວ່າງການບຸກລຸກ ທີ່ນໍາພາໂດຍສະຫະລັດ ເມື່ອວັນທີ 20 ມີນາ 2003.

ເດືອນ​ມີນາ​ນີ້ ​ແມ່ນ​ເດືອ​ນຄົບຮອບ 10 ປີຂອງ​ສົງຄາມອີ​ຮັກ.
ການປະເມີນບາງອັນ​ເວົ້າ ວ່າ ຄ່າໃຊ້ຈ່າຍ​ໃນການເຮັດສົງຄາມ
ຢູ່ອີຣັກ ຕົກເປັນປະມານສອງພັນຕື້ໂດລ່າ ​ແລະຈໍານວນຜູ້ເສຍ
ຊີວິດ ທັງທະຫານ ແລະພົນລະເຮືອນ ​ແມ່ນ​ມີເກືອບຮອດສອງ
ແສນຄົນ.ສົງຄາມ​ດັ່ງກ່າວທີ່ໄດ້ເລີ້ມຕົ້ນຂຶ້ນ ໂດຍການຍິງລູກ
ສອນໄຟຖະຫລົ່ມແບກແດດ ໃນວັນທີ 20 ມີນາ 2003 ເວລາ
02:30 ຕາມເວລາສາກົນ ຫລື 10:30 ເຊົ້າ ຕາມເວລາໃນ
ເມືອງລາວນັ້ນ ແມ່ນໄດ້ປ່ຽນແປງວິທີການທໍາສົງຄາມຂອງກອງ
ທັບ ສະຫະລັດໄປຕະຫຼອດການ. Luis Ramirez ຜູ້ສື່ຂ່າວວີໂອ
ເອປະຈໍາທໍານຽບຫ້າແຈ ຫຼືກະຊວງປ້ອງກັນປະເທດສະຫະລັດ
ມີລາຍງານເລຶ່ອງນີ້ ຊຶ່ງທອງປານ ຈະນໍາມາສະເໜີທ່ານ.

ເບິ່ງວີດິໂອລາຍງານນີ້ ເປັນພາສາອັງກິດ:



ມັນເປັນສົງຄາມທີ່ໄດ້ເລີ່ມຕົ້ນແບບສົງຄາມໂດຍທົ່ວໆໄປ. ກ່າວຄື ກອງທັບສະຫະລັດ ເຂົ້າໄປສູ້ລົບກັບກອງທັບອີຣັກ ດ້ວຍວັດຖຸປະສົງທີ່ແຈ້ງຂາວ. ນັ້ນຄື ເພື່ອໂຄ່ນລົ້ມລັດ ຖະບານຂອງ ຊັດດາມ ຮູສເຊນ ຜູ້ນໍາອີຣັກ.

​ແຕ່ສົງຄາມອັນຍືດເຍື້ອຍາວນານ ທີ່ຕິດຕາມມານັ້ນ ແມ່ນແຕກຕ່າງ​ໄປ​ຈາກສົງຄາມ ໂດຍທົ່ວໄປ ແລະໄດ້ຫຼໍ່ຫຼອມວິທີການທີ່ສະຫະລັດຈະຮັບມືກັບຂໍ້​ຂັດ​ແຍ້​ງຕ່າງໆ ໃນ ອະນາຄົດ.

ໃນປີ 2011 ລັດຖະບານໂອບາມາໄດ້ເລືອກ ທີ່ຈະບໍ່ລວມເອົາການປ່ຽນແປງລະບອບ ການປົກຄອງ ​ເຂົ້າໃນເປົ້າໝາຍຂອງສະຫະລັດໃນລີເບຍ ໂດຍອ້າງ​ເຫດຜົນເຖິງ​ຄວາມ ຜິດພາດຢູ່​ໃນ​ອີຣັກ.

ທ່ານໂອບາມາເວົ້າວ່າ: “ການປ່ຽນແປງການປົກຄອງຢູ່ທີ່ນັ້ນ ໄດ້ໃຊ້ເວລາດົນ
ເຖິງແປດປີ ບວກກັບການສູນເສຍຊີວິດຂອງຊາວອະເມຣິກັນ ແລະຊາວອີຣັກ
ໄປຫຼາຍພັນຄົນ ແລະສູນເສຍຄ່າໃຊ້ຈ່າຍເກືອບວ່ານຶ່ງພັນຕື້ໂດລ່າ. ນັ້ນຄືສິ່ງ
ທີ່ພວກເຮົາບໍ່ສາມາດຈະເຮັດຊໍ້າອີກໄດ້.”


ປະມວນພາບຈາກການບຸກລຸກອີຣັກ ເມື່ອ 10 ປີກ່ອນ:

http://www.voanews.com/flashembed.aspx?t=phg&id=1620711&w=640&h=506&skin=embeded

ກອງທັບສະຫະລັດ​ທີ່ມີແສນຍານຸພາບອັນຍິ່ງໃຫຍ່ ສາມາດທໍາລາຍກອງທັບຂອງຊັດດາມ
ຮູສເຊັນ ໄດ້ຢ່າງລາບຄາບ ແລະປະກາດ​ໄຊຊະນະໄດ້ ຢ່າງວ່ອງໄວ. ແຕ່ການຈັດການກັບ
ຄວາມຮຸນແຮງທາງສາສະໜາ ທີ່ລະເບີດຂຶ້ນ ຫຼັງຈາກຊັດດາມ ຮູສເຊນ ໄດ້ຖືກ​ໂຄ່ນລົ້ມ
ໄປແລ້ວນັ້ນ ​ແມ່ນເປັນອີກເລຶ່ອງນຶ່ງ.

ນັກວິເຄາະ Jim Thomas ໃຫ້ຄໍາເຫັນດັ່ງ​ນີ້:

ທ່ານ ຈິມ ທໍມັສ ເວົ້າວ່າ: “ທີ່ຈິງນັ້ນ ​ເວົ້າ​ລວມ​ແລ້ວ ການບຸກລຸກ​ເຂົ້າ​ໄປແມ່ນ
ເປັນພາກສ່ວນ​ທີ່ງ່າຍ. ​ແລະຢ່າງ​ທີ່ເຫັນ​ຫັ້ນ​ລະ ການຍຶດຄອງ​ແມ່ນ​ເປັນເລຶ່ອງ ທີ່ໜັກໜ່ວງກວ່າ. ແລະກອງທັບຂອງພວກເຮົາ ​ເຖິງ​ແມ່ນພວກ ເຂົາເຈົ້າ​ໄດ້​
ປະຕິບັດ​ການ​ຢ່າງ​ມີ​ປະສິດທິພາບ​ທີ່​ສຸດ​ ໃນ​ການສູ້ລົບກັບກອງທັບ​ໃຫຍ່ໆ
ແບບທໍາ​ມະ​ດາທົ່ວໄປອີກ​ກອງທັບ​ນຶ່ງກໍ​ຕາມ ແລະຈິງໆແລ້ວ ພວກເຂົາເຈົ້າ
ບໍ່ໄດ້ມີ​ການກຽມພ້ອມ ສໍາລັບການທໍາສົງຄາມກັບພວກຫົວ
ຮຸນແຮງ ແລະ
ພວກກໍ່ການຮ້າຍ ທີ່ບໍ່ທໍາ​ການ​ສູ້​ລົບ​ແບບທໍາມະດາໆ ທີ່ທະຫານຂອງພວກ
ເຮົາ ​ເຄີຍໄດ້​ພົບ​ພໍ້​ນັ້ນ.”


ການສູ້ລົບ​ແບບໃໝ່ ໄດ້ບັງຄັບໃຫ້ມີການປ່ຽນແປງ​ໃນນະໂຍບາຍ ແລະ ພາກປະຕິບັດຢູ່
ພາກພື້ນດິນຂອງກະຊວງປ້ອງກັນປະເທດສະຫະລັດ ທີ່​ຕ້ອງ​ໄດ້​ຂຽນຄູ່ມືຄໍາແນະນໍາໃໝ່​
ຂື້ນ​ມາ ກ່ຽວກັບການປະຕິບັດງານຕໍ່ຕ້ານ ການກໍ່ການ​ຮ້າຍ​ແຮງ ວິທີການເກັບກໍາຂໍ້ມູນ
ລັບທີ່​ຖືກປັບປຸງ​ໃຫ້​ດີ​ຂຶ້ນ ການເນັ້ນໜັກຫຼາຍຂຶ້ນໃສ່ຄວາມເຂົ້າໃຈດ້ານປະເພນີວັດທະ
ນະທໍາ ແລະ ຄວາມຮູ້ກ່ຽວ​ກັບວິທີການຈັດການ ກັບວັດຖຸລະເບີດທີ່ເຮັດເອງ ເປັນຕົ້ນ.

ແຕ່ສ່ວນໃຫຍ່​ແລ້ວ ມັນ​ແມ່ນເວລາອັນຍາວນານ ແລະຄ່າສິ້ນເປືອງຂອງສົງຄາມ ທີ່ໄດ້ຫຼໍ່
ຫຼອມໂຄງສ້າງ ດ້ານການປ້ອງກັນຂອງສະຫະລັດ ຄືນ​ໃໝ່.

ວີດິໂອ: ຊາວອີຣັກມີຄວາມເຫັນປະປົນກັນ ກ່ຽວກັບສົງຄາມ:

Your browser doesn’t support HTML5

Mixed Views in Iraq on 10th Anniversary of US-led Invasion



ນັກວິ​ເຄາະ ຈິມ ທໍມັສ ເວົ້າວ່າ: “ສິ່ງທີ່ພວກເຮົາໄດ້ຮຽນຮູ້ນັ້ນ ກໍຄືວ່າ ການຍຶດຄອງ
ໂດຍສະເພາະ ​ແມ່ນຈະເປັນການສິ້ນເປືອງຄ່າໃຊ້ຈ່າຍຢ່າງ ໜ້າເຫຼືອເຊື່ອແລະ
ບາງທີອາດຈະມີຄວາມ​ເຕັມ​ໃຈ​ໜ້ອຍ​ຫລາຍ ​ໃນສ່ວນຂອງບັນດາຜູ້ນໍາທາງການ
ເມືອງທັງຫຼາຍ ທີ່ຈະຢາກ​ໃຫ້​ປະ​ເທດ​ຮັບ​ເອົາ​ພາລະກິດ​ຮັກສາ​ຄວາມ​ທຸ່ນທ່ຽງ ຢູ່
ໃນ​ປະ​ເທດທີ່​ເຮົາ​ເຂົ້າ​ໄປ​ບຸກລຸກ​ນັ້ນ ຕະຫຼອດທັງການປະຕິບັດການຕ້ານ​ຢັນ​ພວກຫົວຮຸນແຮງ ໃນຂອບເຂດກວ້າງຂວາງ ໂດຍສະເພາະຖ້າຫາກວ່າພາລະ
ກິດ​ດັ່ງກ່າວ​ນັ້ນ ຈະຍືດ​ເຍື້ອອອກໄປ
.”

ຍ້ອນຄວາມຄິດເຫັນຂອງມະຫາຊົນສະຫະລັດ ຫັນ​ໄປຕໍ່ຕ້ານການເຮັດສົງຄາມບັ້ນໃຫຍ່ໆ
ນັ້ນ ການເພັ່ງເລັງຈຶ່ງໄດ້ປ່ຽນ​ໄປເນັ້ນໜັກໃສ່ວິທີການປະຕິບັດການ ທີ່ບໍ່ສິ້ນເປືອງຄ່າໃຊ້
ຈ່າຍຫຼາຍ ທີ່ອາ​ໄສຍົນບໍ່ມີຄົນຂັບ ​ແລະໜ່ວຍປະຕິບັດການພິເສດເປັນດ້ານຫຼັກ ຕະຫຼອດ
ທັງການຝຶກແອບບັນດາພາຄີແລະພັນທະມິດ ​ໃຫ້​ສາມາດຈັດການ ກັບຂໍ້ຂັດແຍ້ງຕ່າງໆ
ທີ່ເກີດຂຶ້ນ ຢູ່ໃນຂົງເຂດຂອງພວກເຂົາເຈົ້ານັ້ນ ດ້ວຍຕົນເອງ.

ວິທີການດັ່ງກ່າວ ເຮັດໃຫ້ເກີດມີຄໍາຖາມຂຶ້ນມາວ່າ ບົດຮຽນທີ່ໄດ້ຖອດຖອນຈາກສົງຄາມໃນ
ອີຣັກນັ້ນ ແມ່ນໄດ້ເຮັດໃຫ້ທາງເລືອກທໍາສົງຄາມງ່າຍຂຶ້ນ ກວ່າເມື່ອສິບປີຜ່ານມານັ້ນ ຫຼືບໍ່.

ວິດີໂອກ່ຽວກັບຄວາມຮູ້ສຶກຂອງຊາວອາເມຣິກັນ ກ່ຽວກັບສົງຄາມອີຣັກ:

Your browser doesn’t support HTML5

Struggling to Understand the Iraq War, 10 Years Later